ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ຄັດຄ້ານຕໍ່ ປະເທດຕ່າງໆ ທີ່ໃຫ້ການຕ້ອນຮັບ ອົງ Dalai Lama


ທ່ານນາງ Valerie Jarrett ທີ່ປຶກສາອາວຸໂສຂອງປະທານາທິບໍດີ Barack Obama (ຂວາ) ສົນທະນາກັບອົງ Dalai Lama ໃນລະຫວ່າງ ​ພິທີ​ສູດມົນພາວະນາແຫ່ງ​ຊາດປະຈຳ​ປີ​ ໃນ​ຕອນ​ຮັບ​ປະທານ​ອາຫານ​ເຊົ້າ ຢູ່ທີ່ວໍຊິງຕັນ, ເມື່ອວັນພະຫັດທີ 5 ກຸມພາ 2015.
ທ່ານນາງ Valerie Jarrett ທີ່ປຶກສາອາວຸໂສຂອງປະທານາທິບໍດີ Barack Obama (ຂວາ) ສົນທະນາກັບອົງ Dalai Lama ໃນລະຫວ່າງ ​ພິທີ​ສູດມົນພາວະນາແຫ່ງ​ຊາດປະຈຳ​ປີ​ ໃນ​ຕອນ​ຮັບ​ປະທານ​ອາຫານ​ເຊົ້າ ຢູ່ທີ່ວໍຊິງຕັນ, ເມື່ອວັນພະຫັດທີ 5 ກຸມພາ 2015.

ໂຄສົກ​ຂອງ​ລັດຖະບານ​ຈີນກ່າວ​ໃນ​ວັນ​ສຸກ​ມື້​ນີ້ ນຶ່ງ​ມື້ຫຼັງຈາກທີ່
ຜູ້ນຳ​ດ້ານ​ຈິດ​ໃຈ​ຂອງຊາວ​ທິ​ເບ​ດ ​ໄດ້​ເຂົ້າຮ່ວມ ໃນ​ພິທີ​ສູດມົນ
ພາວະນາແຫ່ງ​ຊາດປະຈຳ​ປີ​ ໃນ​ຕອນ​ຮັບ​ປະທານ​ອາຫານ​ເຊົ້າ
ຢູ່​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນວ່າ ຈີນ​ແມ່ນ​ຄັດຄ້ານ​ຕໍ່​ປະ​ເທດຕ່າງໆ
​ທີ່​ໃຫ້ການຕ້ອນຮັບອົງ Dalai Lama.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານ Hong Lei ຖະ​ແຫລ​ງຕໍ່​
ບັນດາ​ນັກ​ຂ່າວທີ່​ປັກ​ກິ່​ງວ່າ ອົງ Dalai Lama ​ແມ່ນ “​ເປັນ​ຜູ້​ລີ້​
ໄພທາງ​ການ​ເມືອງ ທີ່ໄດ້ທຳ​ການ​ເຄື່ອນ​ໄຫວມາດົນນານ
ແລ້ວ ໃນການ​ແບ່ງ​ແຍກດິນ​ແດນ​ ຕໍ່ຕ້ານຈີນ ພາຍ​ໃຕ້ຂໍ້​
ອ້າງ​ຂອງ​ສາສະໜາ.”

ປະທານາ​ທິບໍດີ​ສະຫະລັດ ທ່ານ​ບາຣັກ​ ໂອ​ບາ​ມາ ບໍ່​ໄດ້​ພົບ​ປະ​ກັບ ອົງ Dalai Lama ​
ໂດຍ​ກົງ ​ໃນ​ວັນ​ພະຫັດ​ວານ​ນີ້ ​ແຕ່​ພວກ​ທ່ານ​ໄດ້​ນັ່ງ​ບໍ່ ໄກ ຫ່າງຈາກ​ກັນ ແລະ​ກັນ ​ແລະ
ກໍໄດ້ທັກທາຍຖາມສະບາຍຊຶ່ງ​ກັນ​ແລະ​ກັນ.

ທ່ານ​ໂອ​ບາ​ມາ ​ໄດ້​ຍ້ອງຍໍ ອົງ Dalai Lama ວ່າ ​ເປັນ​ຄົນ​ຜູ້​ມີ ຄວາມເມດ​ຕາ​ ໂດຍບໍ່​ສົນ​
ໃຈ​ນຳ​ຄຳປະ​ທ້ວງ​ກ່ອນໜ້ານີ້ຂອງ​ຈີນ ທີ່ຕໍ່ ຕ້ານຄົນ​ອາ​ເມ​ຣິກັນ​ໃດໆກໍຕາມ ທີ່​ກ່ຽວ​ພັນກັບ​ ຜູ້ນຳ​ດ້ານ​ຈິດ​ໃຈຂອງ​ຊາວທິ​ເບ​ດ.

ທ່ານ​ໂອ​ບາ​ມາ ໄດ້ກ່າວຕໍ່​ບັນດາຜູ້ນຳ​ທາງ​ສາ​ສະໜາ ​ແລະການ​ເມືອງ ປະມານ 3,600
ທ່ານ ຢູ່​ທີ່​ພິທີສູດມົນພາວະນາ​ປະຈຳ​ປີນັ້ນວ່າ “ຂ້າພະ​ເຈົ້າຢາກ​ຂໍ​ຕ້ອນຮັບ​ ເປັນ​ພິ​ເສດ​ ຕໍ່ເພື່ອນທີ່​ດີ​ ກໍ​ຄື​ອົງ Dalai Lama ຜູ້​ທີ່​ເປັນແບບຢ່າງ​ທີ່ເຂັ້ມແຂງ ໃນອັນ​ທີ່​ເປັນ
ຄວາມ​ໝາຍ​ຂອງ ການ​ເຜີຍ​ແຜ່​ເມດ​ຕາ ​ແລະ ທີ່​ດົນ​ບັນດານ​ໃຈ ​ພວກ​ເຮົາ​ໃຫ້​ມີ​ປາກ​ມີ​ສຽງ​ສຳ​ຫລັບ​ອິດສະຫລະພາບ ​ແລະ ກຽດ​ສັກ​ສີ​ຂອງ​ຄວາມ​ເປັນ​ມະນຸດ​ທັງ​ໝົດ.”

​ເຖິງ​ແມ່ນວ່າ ອົງ Dalai Lama ໄດ້ຢືນຢັດວ່າ ພະອົງພຽງແຕ່ຊອກ ຫາຊ່ອງທາງເພື່ອໃຫ້
ທິເບດມີສິດໃນການປົກຄອງຕົນເອງກໍຈິງ ແຕ່ຈີນ​ເຫັນ​ວ່າ ຜູ້ນຳ​ທາງດ້ານ​ຈິດ​ໃຈຂອງຊາວ
ທິເບດນັ້ນ ​ເປັນ​ຜູ້​ຢາກ​ແບ່ງ​ແຍກ​ດິນ​ແດນ​ທີ່ເປັນ​ອັນຕະລາ​ຍ ​ແລະ ​ໄດ້​ປະນາມ​ບັນດາ​
ຜູ້ນຳ ຂອງປະເທດຕ່າງໆ​ ທີ່​ໄດ້​ພົບ​ປະ​ກັບ​ພະ​ອົງ ເປັນປະຈຳ​ນັ້ນ.

US CHINA DALAI LAMA VIDEO
please wait

No media source currently available

0:00 0:01:16 0:00

XS
SM
MD
LG