ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜັງສືພິມຈີນ ບໍ່ເຂົ້າໃຈ ຄໍາສຽດສີ ຂອງໜັງສືພິມ ອາເມຣິກັນ ຕໍ່ຜູ້ນໍາ ເກົາຫຼີເໜືອ


ໜັງສືພິມ the People’s Daily ພິມເລື້ອງ ແລະຮູບຂອງທ່ານ Kim Jong Un ຜູ້ນໍາເກົາຫລີເໜືອ ຢູ່ໃນໜັງສືພິມທີ່ພິມອອກທາງອິນເຕີແນັດຂອງຕົນ
ໜັງສືພິມ the People’s Daily ພິມເລື້ອງ ແລະຮູບຂອງທ່ານ Kim Jong Un ຜູ້ນໍາເກົາຫລີເໜືອ ຢູ່ໃນໜັງສືພິມທີ່ພິມອອກທາງອິນເຕີແນັດຂອງຕົນ
ກະບອກສຽງທາງການຂອງພັກຄອມມີວນິສຈີນ ໄດ້ສັນລະເສີນ
ຕໍ່ຜູ້ນໍາເກົາຫລີເໜືອ ທ່ານ Kim Jong Un ທີ່ໄດ້ຖືກຂະໜານ
ນາມວ່າ ເປັນ “ຊາຍທີ່ຮູບຮ່າງຫລໍ່ເຫລົາແລະໄດ້ຮັບຄວາມສົນ
ໃຈຈາກເພດກົງກັນຂ້າມຫຼາຍທີ່ສຸດ” ໂດຍໜັງສືພິມ The Onion ຊຶ່ງເປັນໜັງສືພິມມັກ ເວົ້າເຍາະເຍີ້ຍສຽດສີຂອງສະຫະລັດ.

ບົດຂຽນດັ່ງກ່າວ ໄດ້ຖືກນໍາອອກເຜີຍແຜ່ໃນວັນອັງຄານວານນີ້
ໂດຍໜັງສືພິມປະຊາຊົນລາຍວັນສະບັບອອກທາງອິນເຕີແນັດ
ພ້ອມດ້ວຍສະໄລດ໌ ຮູບຂອງທ່ານ Kim 55 ແຜ່ນ.

ບົດຂຽນດັ່ງກ່າວໄດ້ອ້າງຄໍາເວົ້າມາຈາກບົດຂຽນຂອງໜັງສືພິມ The Onion ໂດຍກົງທີ່ ໄດ້ຍ້ອງຍໍ “ຄວາມຫລໍ່ເຫລົາ ເປັນພິເສດ, ໜ້າມົນ, ມີສະເນ່ແບບໜ້າເດັກນ້ອຍ, ແລະຮ່າງທີ່ແຂງແກ່ນ ລໍ້າສັນ” ຂອງທ່ານ.

ບົດຄວາມໃນໜັງສືພິມ The Onion ຊຶ່ງທໍາອິດໄດ້ພິມເຜີຍແຜ່ເມື່ອວັນທີ 14 ພະຈິກນັ້ນ ເວົ້າວ່າ ຜູ້ນໍາເກົາຫຼີເໜືອ “ທີ່ໄດ້ຮັບອຳນາດຢ່າງພຽບພ້ອມນັ້ນ ເຮັດໃຫ້ທ່ານເປັນຄົນທີ່ ໜ້າຮັກຢ່າງບໍ່ຕ້ອງສົງໄສ, ແລະຂ້ອນຂ້າງໄປທາງໜ້າຮັກ”. ບົດຄວາມດັ່ງກ່າວໄດ້ໃຫ້ຂໍ້ ສັງເກດວ່າ ຜູ້ຊະນະລາງວັນຄົນກ່ອນໆ ໄດ້ແກ່ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ແລະຄາດຕະກອນ ທີ່ໄດ້ສັງຫານຫຼາຍໆຄົນໃນສະຫະລັດ, ນາຍ Ted Kaczynski.

ໜັງສືພິມ the People’s Daily ທີ່ຮູ້ກັນດີວ່າ ບໍ່ແມ່ນໜັງສືມີທີ່ມີລັກສະນະສັງສັນເຮຮາ
ນັ້ນ ໄດ້ລຶບບົດຄວາມອອກຈາກເວັບໄຊໃນວັນພຸດມື້ນີ້ ໂດຍໄດ້ລົງຄໍາເວົ້າທີ່ວ່າ “ໜ້າເວັບ ໄຊທີ່ທ່ານຊອກຫານັ້ນບໍ່ມີແລ້ວ” ແທນ. ບັນນາທິການຄົນນຶ່ງຂອງໜັງສືພິມດັ່ງກ່າວ ທີ່ບໍ່ຂໍ ເປີດເຜີຍຊື່ ຕໍ່ມາໄດ້ບອກອົງການຂ່າວເອພີວ່າ ຕົນບໍ່ຮູ້ວ່າບົດຄວາມນັ້ນເວົ້າສຽດສີ.

ໃນຂະນະດຽວກັນ ບົດຄວາມດັ້ງເດີມຂອງໜັງສືພິມ The Onion ໄດ້ດັດແກ້ໃຫ້ທັນເວ ລາ ເພື່ອເຊື່ອມໂຍງກັບໜັງສືພິມ the People’s Daily, ທີ່ຕົນເອີ້ນໜັງສືພິມນັ້ນວ່າ ເປັນ “ການເກື້ອກູນຢ່າງໜ້າພູມໃຈ ແກ່ພັກຄອມມີວນີສ“ ໂດຍໃຫ້ຂໍ້ສັງເກດຕອນທ້າຍວ່າ ເປັນ “ການລາຍງານຂ່າວທີ່ເປັນແບບຢ່າງ, ສະຫາຍ.”
XS
SM
MD
LG