ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຈີນຍັງພາກພູມໃຈ ທີ່ໄດ້ເປັນເຈົ້າພາບ ກິລາໂອລິມປິກ ປີ 2008 (ວີດີໂອລາວ/ອັງກິດ)


​ໃ​ນຂະນະ​ມື້​ເປີດ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ປີ 2012 ທີ່​ກຸງລອນ​ດອນ ປະ​ເທດ​ອັງກິດ ​ກໍາລັງ​​​ເຄື່ອນ​ໃກ້​ເຂົ້າມາ​ທຸກ​ຂະນະ​ນັ້ນ ບັນດານັກທ່ອງ​ທ່ຽວ​ຊາວຈີນ​ທີ່​ໄປ​ທ່ຽວ ​ຕາມສະຖານ ທີ່​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ປີ 2008 ທີ່ກຸງ​ປັກ​ກິ່ງ​ ກ່າ​ວວ່າ ສໍາລັບ​ພວກ​ເຂົາ​ເ​ຈົ້າ​ແລ້ວ ມໍລະ ດົກ​ຕົກ​ທອດອັນ​ຍືນ​ຍາວ​​ສໍາຄັນ​ທີ່​ສຸດ ​ຂອງການ​ແຂ່ງຂັນ​ກິລາ​ເຫລົ່ານັ້ນ ຄື​ຄວາມສໍານຶກ​ໃນ ​ຄວາມພາກພູມ​ໃຈ​ແຫ່ງ​ຊາດ​ຢ່າງ​ນຶ່ງ. Stephanie Ho ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາ​ຍງານມາ​ຈາກ​ນະຄອນຫຼວງປັກ​ກິ່ງ​ຂອງ​ຈີນ ຊຶ່ງ​ທອງ​ປານ ມີ​ລາຍ​ລະອຽດ​ມາ ສະ​ເໜີ​ທ່ານ​.

ເບິ່ງວີດີໂອພາສາລາວ:

ຊາວ​ຈີນສະ​ເຫຼີມສະຫຼອງງານ​ແຂ່ງຂັນກິລາ​ໂອ​ລິ​ມປິກ​ ປີ 2008 ປຽບສະເໝືອນເປັນງານ
ສະຫລອງການເປີດໂຕປະ​ເທດ​ຊາດ​ຂອງ​ພວກ​ເຂົາ​ເຈົ້າ. ​ເກືອບ​ສີ່​ປີຜ່ານມາ ນໍ້າໃຈດັ່ງກ່າວ
​ນັ້ນ​ກໍ​ຍັງ​ເປັນ​ມີ​ຢູ່​ຢ່າງຖ້ວມລົ້ນ ໃນຂະນະທີ່​ບັນດາ​ນັກ​ທ່ອງ​ທ່ຽວພາກັນຫຼັ່ງ​ໄຫຼ​ໄປ​ທ່ຽວ​ຊົມ
​ສະຖານທີ່​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ​ຢ່າງ​ສະໝໍ່າສະ​ເໝີມາບໍ່​ຂາດລະຍະ ​ໂຮມ​ທັງ ນາງ ຊູ​ຈິງ
ນາຍໜ້າ​ຂາຍ​ບ້ານ​ແລະ​ທິ່ດິນ​ຈາກ​ເມືອງ​ກວາງຊີ ທີ່ກ່າວ​ວ່າ:

“ເບິ່ງສະ​ຖານ​ແຫ່ງ​ນີ້ແມະ. ຄວາມ​ຈິງ​ນັ້ນ​ກໍ​ແມ່ນ​ວ່າ ມີຫຼາຍໆ​ຄົນ ມາ​ທ່ຽວຊົມ​ແຫ່ງ​ນີ້
ນີ້​ຄື​ບ່ອນ​ທີ່​ຈີນ​ໄດ້​ນຳ​ສະ​ເໜີຕົນ​ເອງ ນີ້​ຄື​ຈີນ​ທີ່ກາຍ​ເປັນ​ປະ​ເທດ​ມະຫາອໍານາດ​ອັນ​
ຍິ່ງ​ໃຫຍ່ປະ​ເທດ​ນຶ່ງ ​ແລະ​ສະ​ແດງ​ໃຫ້​ທົ່ວ​ທັງ​ໂລກ​ໄດ້​ຮູ້ໄດ້ເຫັນ.”

ດັ່ງ​ດຽວ​ກັນ​ກັບ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ທຸກໆ​ຄັ້ງຜ່ານ​ມາ ພວກນັກ​ວິຈານ​ໄດ້​ຊີ້​ໃຫ້
​ເຫັນວ່າ​ບັນດາປະເທດ​ທີ່​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນ​ໂອ​ລິ​ມປິກ​ທັງຫຼາຍ​ໄດ້​ໃຊ້​ຈ່າຍ​ເງິນ
​ໄປຫຼາຍພັນ​ລ້ານ​ໂດ​ລາ​ຢ່າງ​ໃດ ​ເວລາ​ການ ​ແຂ່ງຂັນກິລາ​ສິ້ນ​ສຸດ​ລົງ ກໍ​ປະ​ໄວ້​ແຕ່​ບ່ອນ
​ແຂ່ງຂັນ​ແຫ່ງ​ຕ່າງໆ​ທີ່​ບໍ່​ສົມ​ກັບ​ລາຍ​ຈ່າຍ.

ຈີນ​ແມ່ນ​ບໍ່​ມີ​ຂໍ້​ຍົກ​ເວັ້ນ​ໃດ​ໆ. ສອງ​ສະຖານທີ່​ສໍາຄັນ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ທີ່​ສຸດຂອງ​ກິລາ
​ໂອ​ລິ​ມປິກ ຄືສະໜາມກິລາ​ແຫ່ງ​ຊາດ ທີ່​ຮູ້​ກັນ​ໃນ​ຊື່​ນຶ່ງວ່າ ຮັງ​ນົກນັ້ນ ​ແລະ​ສູນ​ກາງການ​
ແຂ່ງຂັນກິລາ​ໃນ​ນໍ້າທີ່​ຮູ້​ກັນ​ດີ​ວ່າ​ກ້ອນ​ນໍ້າ ອັນ​ເປັນສອງສະຖານ​ຕົວຢ່າງທີ່​ສໍາຄັນ​.

ສະຖານ​ທີ່ເອີ້ນວ່າ ກ້ອນ​ນໍ້ານັ້ນ ​ເປີດ​ໃຫ້​ຜູ້​ຄົນ​ເຂົ້າ​ໄປເບິ່ງ​ຊົມ​ໃຫ້​ເປັນ​ສວນນໍ້າ. ສ່ວນ​ສະ​ໜາມ​ກິລາທີ່ເອີ້ນ​ວ່າ ຮັງນົກ ນັ້ນ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຈຳນວນ​ນຶ່ງ ​ແລະ​ກໍ​ໃຊ້​ເປັນ​ບ່ອນຈັດ​ງານ ຫຼືພິທີ​ຕ່າງໆ​ມາ​ແລ້ວຫຼາຍຄັ້ງ ​ແຕ່​ປົກກະຕິ​ຈະ​ບໍ່ໄດ້​ໃຊ້​ເຮັດ​ຫຍັງ.

ນາງກາວ ຊຶ່ງ​ເປັນ​ພະຍາບານ ຈາກ​ເມືອງ Anhui ບໍ່​ຂໍ​ຂັດ​ແຍ້​ງ​ເລຶ່ອງຄ່າ​ໃຊ້​ຈ່າຍ ​ແຕ່​ຢ່າງ​ໃດ​ກໍ​ດີ ນາງ​ກ່າວ​ວ່າ ນາງ​ພູມ​ໃຈທີ່​ຈີນ​ສາມາດ​ມີ​ທຶນ​ເຮັດ​ໄດ້.

ນາງ​ກາວ​ເວົ້າວ່າ “ສິ່ງ​ສໍາຄັນ​ທີ່​ສຸດ​ນັ້ນແມ່ນ​ເລຶ່ອງ​ເສດຖະກິດ ຈີນ​ພັດທະນາ ຂຶ້ນມາ​ຢ່າງ​ໄວ ຮອດ​ສາມາດ​ເປັນ​ເຈົ້າພາບຈັດການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ໄດ້​.”

ນາຍ ຈຽງ ຊ່ຽວຢູ ຈາກ​ອົງການ​ພັດທະນາ​ເມືອງ​ໂອ​ລິ​ມປິກທີ່​ກຸງ​ປັກ​ກິ່ງ​ໃຫ້ ຄວາມ​ສຳຄັນ​ໃນ​ການ​ແຂ່ງຂັນກິລາຕ່າງໆ ທີ່ໄດ້ປະ​ໃນສິ່ງ​ທີ່​ລາວ​ເອີ້ນ​ວ່າ​ມໍລະ​ດົກ​ຕົກ​ທອດ​ດ້ານ​ວັດຖຸ​ອັນ​ໃຫຍ່​ໂຕສິ່ງ​ນຶ່ງ.

​“ເຮົາ​ສາມາດ​ຫຼຽວ​ເບິ່ງ​ສະຖານທີ່​ແຂ່ງຂັນ​ກິລາ​ແຫ່ງ​ຕ່າງໆ​ເຊັ່ນ​ສະໜາ​ມກິລາ​ຮັງ​ນົກ ​ແລະ​ກ້ອນ​ນໍ້າ​ເປັນ​ຕົ້ນ ນອກ​ນີ້​ແລ້ວ​ກໍ​ມີ​ການ​ປັບປຸງ​ພັດທະນາ​ລະ ບົບ​ການຂົນ​ສົ່ງ​ສາທາລະນະ​ໃນກຸງ​ປັກ​ກິ່ງ ໂຮມ​ທັງ​ສະໜາມ​ບິນ ​ແລະ​ທາງຫຼວງ​ໝົດທຸກ​ເສັ້ນ​.”

​ແລະ​ການ​ສະໜັບສະໜຸນ​ຈາກ​ມະຫາຊົນ​ຈີນສໍາລັບ​ງານ​ແຂ່ງຂັນ​ກິລາ​ໂອ​ ລິ​ມປິກ​ນັ້ນ​ຍັງ​ເຂັ້ມ​ແຂງແໜ້ນ​ໜຽວຢູ່​ຕະຫຼອດ​ມາ ຈົນ​ພວກ​ນັກ​ທ່ອງ​ທ່ຽວ​ບາງ​ຄົນ​ຄິດ​ວ່າ ສະຖານທີ່​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ທີ່​ວ່າ​ນີ້ ມັນ​ຄຸ້ມ​ກັບ​ເວລາ​ທີ່​ໄດ້​ເຫັນ ຫຼາຍ​ກວ່າ​ສະຖານທ່ອງທ່ຽວ​ວັດທະນະ​ທໍາທີ່​ວ່າຂຶ້ນຊື່​ລືຊາອັນ​ດັບ​ນຶ່ງ​ຂອງກຸງປັກ​ກິ່ງ​ນັ້ນ ຊຶ່ງກໍ​ຄື​ເມືອງ​ຕ້ອງ​ຫ້າມ ຫຼື​ພະລາດຊະ​ວັງ​ເກົ່າ ນັ້ນ​ຊໍ້າ​ອີກ

ນາຍ Qu ນັກທຸລະກິດ​ຊາວຈີນຈາກ​ເມືອງ Gansu ​ໃຫ້​ທັດສະນະ​ວ່າ:

ນາຍ​ຄິວ​ກ່າວ​ວ່າ:“ຖ້າ​ເວລາ​ທ່ອງ​ທ່ຽວ​ເຮົາ​ມີ​ຢ່າງ​ຈໍາກັດ​ທີ່​ສຸດ​ນັ້ນ ແລະເຮົາ​ກໍຈະ​ເລືອກເອົາ​ບ່ອນ​ໃດ​ບ່ອນ​ນຶ່ງ​ ​ທາງ​ທີ່ດີກໍ​ຄື​ເຮົາ​ບໍ່​ຕ້ອງເລືອກໄປ​ເບິ່ງ​ຊົມ​ເມືອງ​ຕ້ອງ​ຫ້າມ ​ໄປ​ເບິ່ງ​ສະຖານ​ທີ່​ແຂ່ງຂັນກິລາ​ໂອ​ລິ​ມປິກ​ຕ່າງໆນັ້ນຈະ​ດີກ​ວ່າ ຄື​ມັນ​ມາ​ຈາກຍຸກເວລາ​ທີ່​ມັນ​ໃກ້​ກັບ​ສະພາບ​ຂອງ​ພວກ​ເຮົາ​ຫຼາຍ​ກວ່າ”

ວີດີດໂອພາສາອັງກິດ:

ນອກ​ນີ້​ແລ້ວ​ກໍ​ຍັງມີມໍລະດົກ​ຕົກ​ທອດ​ອີກ​ຢ່າງ​ນຶ່ງຈາກ​ກິລາໂອ​ລິ​ມປິກ ນາຍ ​ຮົງ ນັກທຸລະກິດ​ຈາກ​ເມືອງ​ໜິງ​ໂບພາກ​ຕາ​ເວັນ​ອອກ​ຂອງ​ຈີນ ກ່າວ​ວ່າ ນັ້ນ​ກໍຄື ມັນ​ໄດ້ພາ​ໃຫ້​ເກີດ​ຄວາມ​ສົນ​ໃຈ​ຫຼາຍຂຶ້ນ​ໃນ​ການ​ແຂ່ງຂັນ​ກິລາທົ່ວ​ປະ​ເທດຈີນ ກໍ​ວ່າ​ໄດ້.

ນາຍ​ຮົງ​ເວົ້າ​ວ່າ: ​“ແຕ່​ກ່ອນ​ນັ້ນ​ມີ​ຫຼາຍ​ໆ​ບ່ອນ ​ໂດຍ​ສະ​ເພາະ​ໃນ​ຫົວ​ເມືອງ​ນ້ອຍໆ ບ່ອນ​ທີ່​ປະຊາຊົນ​ບໍ່​ຄ່ອຍ​ຈະ​ສົນ​ໃຈ​ຫຼິ້ນ​ກິລາ​ກັນ​ພໍ​ປານ​ໃດ​ນັ້ນ ມາບັດ​ນີ້​ພວກ​ເຂົາ​ຫຼິ້ນ​ກິລາ​ກັນ​ຫຼາຍ​ຂຶ້ນ.”

ນາຍ​ຮົງ​ກ່າວ​ວ່າ ລາວ​ເຄີຍ​ໄດ້​ເບິ່ງການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ມາ​ກ່ອນ ​ແຕ່​ປົກກະຕິຈະເບິ່ງ​ຈາກໂທລະພາບ. ບັດ​ນີ້ລາວ​ວາງ​ແຜນ​ຈະໄປກຸງລອນ​ດອນ ​ໄປ​ເບິ່ງ​ການ​ແຂ່ງຂັນກິລາສົດໆ​ດ້ວຍ​ຕົນ​ເອງ​ໂລດ ຊຶ່ງ​ນາຍ​ຮົງ​ເວົ້າ ຕື່ມ​ວ່າ ​ໃນ​ເມື່ອ​ລາວ​ເອງ​ກໍ​ມີ​ເງິນພຽງພໍ​ແດ່​ແລ້ວ.

XS
SM
MD
LG