ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງທັບຈີນ ບໍ່ມີ ການເຄື່ອນໄຫວ ຂະນະທີ່ ເກົາຫຼີເໜືອ ຂູ່ວ່າ ຈະເຮັດສົງຄາມ (ສະໄລດ໌/ວີດີໂອ)


ຮູບພວກນາຍທະຫານຈີນ
ຮູບພວກນາຍທະຫານຈີນ
ໃນຂະນະທີ່ກອງທັບສະຫະລັດແລະເກົາຫຼີໃຕ້ ພວມຕິດຕາມເບິ່ງ
ການເຄື່ອນໄຫວຂອງພວກທະຫານ ອາວຸດຍຸດໂທປະກອນແລະ ລູກສອນໄຟຂອງເກົາຫຼີເໜືອຢູ່ນັ້ນຈີນກໍບໍ່ໄດ້ເວົ້າຫຍັງຫຼາຍກ່ຽວ
ກັບວ່າ ກອງທັບຂອງຕົນໄດ້ເອົາມາດຕະການລະມັດລະວັງຫຍັງ
ແດ່. ຈີນ ເປັນປະເທດທີ່ມີຊາຍແດນ ຕິດກັບເກົາຫຼີເໜືອ ຍາວທີ່
ສຸດແຕ່ພວກນັກວິເຄາະເວົ້າວ່າ ປັກກິ່ງແມ່ນເພັ່ງເລັງໃສ່ການຮັກ ສາສະຖຽນລະພາບ ແລະ ບໍ່ມີຄວາມກັງວົນຫຍັງຫຼາຍວ່າ ຕົນຈະ ໄດ້ຮັບຜົນກະທົບຍ້ອນການເປັນປໍລະປັກກັນນັ້ນ. ຜູ້ສື່ຂ່າວວີໂອ
ເອ Daniel Schearf ມີລາຍງານກ່ຽວກັບເລື່ອງນີ້ຈາກບາງກອກ ດັ່ງໄພສານຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນຂະນະທີ່ເກົາຫຼີເໜືອ ເພີ້ມທະວີໂວຫານກະຫາຍສົງຄາມຂອງ
ຕົນຂຶ້ນຢູ່ນັ້ນ ສະຫະລັດກໍໄດ້ສົ່ງເຮືອບິນຖິ້ມລະເບີດທີ່ເຣດ້າຈັບ
ບໍ່ໄດ້ ຈາກລັດ Missouri ໄປຍັງເກົາຫລີໃຕ້ ແລະຍ້າຍລະບົບຕໍ່ ຕ້ານລູກສອນໄຟໄປຍັງເກາະກວມ.

ເກົາຫລີໃຕ້ກໍໄດ້ສົ່ງກຳປັ່ນລົບ ອອກທຳການລາດຕະເວນ ຢູ່ໃນ
ເຂດນ່ານນໍ້າຂອງຕົນ. ໜ່ວຍສືບລັບເກົາຫຼີໃຕ້ປະກາດວ່າ ຕົນໄດ້ຕິດຕາມເບິ່ງການເຄື່ອນ ຍ້າຍຖານຍິງລູກສອນໄຟຂອງເກົາຫຼີເໜືອໄປຍັງພາກຕາເວັນອອກຂອງປະເທດແຕ່ບໍ່ເຫັນ ມີການເຄື່ອນຍ້າຍກຳລັງທະຫານເປັນຈຳນວນຫຼວງຫຼາຍ ຫຼືອຸບປະກອນສົງຄາມທີ່ສຳຄັນໆ ແຕ່ຢ່າງໃດເລີຍ.

ທະຫານເກົາຫຼີເໜືອ ທີ່ເຂົ້າຮ່ວມສວນສະໜາມ ຢູ່ນະຄອນຫຼວງພຽງຢາງ
ທະຫານເກົາຫຼີເໜືອ ທີ່ເຂົ້າຮ່ວມສວນສະໜາມ ຢູ່ນະຄອນຫຼວງພຽງຢາງ


ຂະນະດຽວກັນ ຈີນ ຊຶ່ງເປັນພັນທະມິດແຕ່ພຽງປະເທດດຽວຂອງເກົາຫຼີເໜືອ ກໍບໍ່ໄດ້ມີການ ເຄື່ອນຍ້າຍທາງທະຫານທີ່ສຳຄັນໃດໆທັງໆທີ່ປະເທດທັງສອງໄດ້ເຊັນສົນທິສັນຍາປ້ອງກັນ ປະເທດຮ່ວມກັນ ໃນປີ 1961.

ຈີນ ແມ່ນໄດ້ໃຫ້ຄວາມສຳຄັນມາເປັນເວລາດົນນານແລ້ວ ກ່ຽວກັບການມີສະຖຽນລະພາບ
ຢູ່ໃນແຫຼມເກົາຫຼີ ເພື່ອປ້ອງກັນບໍ່ໃຫ້ມີຜູ້ອົບພະຍົບຫຼົບໄພເປັນຈຳນວນຫຼວງຫຼາຍຂ້າມຊາຍ ແດນແຕ່ພວກນັກວິເຄາະເວົ້າວ່າ ຄວາມວິຕົກກັງວົນເຫຼົ່ານັ້ນແມ່ນເວົ້າໂຍກເກີນຄວາມເປັນ ຈິງ.

ທ່ານ Carl Baker ຜູ້ອຳນວຍການຝ່າຍລາຍການປະຈໍາສູນກາງອະພິປາຍໃນດ້ານຍຸດທະ ສາດແລະການສຶກສານາໆຊາດ ເຂດມະຫາສະມຸດປາຊີຟິກ ທີ່ໂຮໂນລູລູ ລັດຮາວາຍ ກ່າວ ຜ່ານທາງ Skype ວ່າ ບໍ່ມີລາຍງານ ທີ່ສາມາດພິສູດໄດ້ວ່າ ມີການເສີມສ້າງກອງກຳລັງທະ ຫານທີ່ສຳຄັນໃດໆ ຢູ່ໃນບໍລິເວນຊາຍແດນ ຂອງປະເທດທັງສອງ.

ທ່ານ Baker ເວົ້າວ່າ “ຈີນ ຍັງສືບຕໍ່ ມີຄວາມວິຕົກກັງວົນ ກ່ຽວກັບ ການຫຼັ່ງໄຫຼຂອງ ພວກອົບພະຍົບ ແຕ່ບໍ່ມີທ່າທາງວ່າ ມັນຈະເປັນບັນຫາໃຫຍ່ ສຳລັບຈີນ. ຖ້າທ່ານ ຫາກມອງເບິ່ງຈຳນວນແລ້ວ ທ່ານຄົງຮູ້ດີຈຳນວນພວກອົບພະຍົບທີ່ອາດຈະຫຼັ່ງໄຫຼ ໜີອອກຈາກເກົາຫຼີເໜືອອາດຈະສ້າງຄວາມບໍ່ສະດວກໃຫ້ຈີນ ແຕ່ແນ່ນອນມັນຈະ ບໍ່ແມ່ນໄພພິບັດ ສຳລັບຈີນ ທີ່ຈະຮັບມືກັບພວກອົບພະຍົບ ທີ່ຂ້າມຊາຍແດນ ເຂົ້າ
ໄປ. ແຕ່ອີກຄັ້ງນຶ່ງຂ້າພະເຈົ້າຍັງບໍ່ເຫັນຫຼັກຖານໃດໆທີ່ສະແດງໃຫ້ເຫັນວ່າ ມີການ ເຄື່ອນຍ້າຍກຳລັງທະຫານເປັນຈຳນວນຫຼວງຫຼາຍ ໄປຍັງໃນຂົງເຂດດັ່ງກ່າວນີ້.”


ສ່ວນທ່ານ Euan Graham ນັກຊ່ຽວຊານອະວຸໂສ ທີ່ມະຫາວິທະຍາໄລ Nanyang Technology ຢູ່ສິງກະໂປ ກ່າວວ່າ ແນວໃດກໍຕາມ ມັນນອນຢູ່ໃນຜົນປະໂຫຍດຂອງຈີນ ທີ່ຈະປ້ອງກັນບໍ່ໃຫ້ເກີດບັນຫາຂັດແຍ້ງ ທີ່ອາດຈະນຳເອົາກອງກຳລັງທະຫານອາເມຣິກັນ ມາສູ່ບໍລິເວນຊາຍແດນຂອງຕົນນັ້ນ.

ທ່ານ Graham ເວົ້າວ່າ “ເຫດຜົນທີ່ວ່າ ການຮັກສາໃຫ້ເກົາຫຼີເໜືອເປັນເຂດກັນຊົນ ນັ້ນ ຂ້າພະເຈົ້າຄິດວ່າ ໄດ້ຮັບຄວາມເຫັນພ້ອມນໍາຢ່າງກ້ວງຂວາງ ໂດຍສະເພາະ ແລ້ວ ແມ່ນຢູ່ພາຍໃນວົງການທະຫານຂອງຈີນ. ຂ້າພະເຈົ້າຄິດວ່າ ໃນທັດສະນະ ດ້ານຍຸດທະສາດໃນຂອບເຂດທີ່ກວ້າງຂວາງກ່ວານັ້ນ ມັນເປັນອົງປະກອບ ທີ່ຈີນ ນໍາໃຊ້ໃນການຊັ່ງຊາຍຸດທະສາດຂອງຕົນເພື່ອຮັບມືກັບການສ້າງຄວາມກໍ້າເກິ່ງຄືນ ໃໝ່ຂອງສະຫະລັດຢູ່ໃນຂົງເຂດເອເຊຍແລະເຖິງແມ່ນວ່າເກົາຫຼີເໜືອອາດຈະເປັນ ພັນທະມິດທີ່ຫົວແຂງ ບໍ່ເຊື່ອຟັງແລະບໍ່ສ້າງສັນ ຈາກຫຼາຍໆຄວາມເຫັນກໍຕາມ ແຕ່ ປັກກິ່ງ ກໍຍັງເປັນພັນທະມິດປະເທດດຽວເທົ່ານັ້ນ ທີ່ເກົາຫຼີເໜືອມີ.”

ເກົາຫຼີເໜືອຍັງເປັນໜີ້ຈີນ ສໍາລັບການຢູ່ລອດຂອງຕົນມາຈົນຮອດປັດຈຸບັນ ຍ້ອນການໃຫ້ ຄວາມສະໜັບສະໜຸນທາງທະຫານຂອງຈີນໃນລະຫວ່າງສົງຄາມເກົາຫຼີ.



ໃນຂະນະທີ່ ເກົາຫຼີເໜືອພວມຈະແຕກ ຢູ່ແລ້ວນັ້ນ ປັກກິ່ງໄດ້ຫັນປ່ຽນທິດທາງຂອງສົງຄາມ ດ້ວຍການສົ່ງທະຫານປະມານ 2 ລ້ານຄົນໄປຊ່ວຍຕີຕ້ານກຳລັງສະຫະປະຊາຊາດພາຍໃຕ້ ການນຳພາຂອງສະຫະລັດ.

ຄັ້ງນຶ່ງຜ່ານມາ ຈີນເຄີຍກ່າວເຖິງຄວາມສຳພັນຂອງຕົນ ກັບເກົາຫຼີເໜືອວ່າ ມີຄວາມໃກ້ຊິດ ຄືກັນກັບສົບກັບແຂ້ວ.

ແຕ່ຄວາມກະຫາຍສົງຄາມຂອງເກົາຫຼີເໜືອແລະການສືບຕໍ່ຊອກສະແຫວງຫາຊ່ອງທາງເພື່ອ ໃຫ້ມີອາວຸດນິວເຄລຍນັ້ນພາໃຫ້ປັກກິ່ງໃຫ້ການສະໜັບສະໜຸນການລົງໂທດຂອງສະຫະປະ ຊາຊາດຕໍ່ເກົາຫຼີເໜືອແລະໃນອັນທີ່ພວກນັກວິເຄາະບາງຄົນມອງເບິ່ງວ່າເປັນການເມີນເສີຍ ບໍ່ໃຫ້ຄວາມສົນໃຈ ຕໍ່ຜູ້ນຳໃໝ່ທີ່ຍັງໜຸ່ມນ້ອຍຂອງເກົາຫຼີເໜືອນັ້ນ ຈີນຍັງບໍ່ເຄີຍເຊື້ອເຊີນໃຫ້ ກິມຈົງອຸນ ໄປຢ້ຽມຢາມປັກກິ່ງຈັກເທື່ອ ນັບຕັ້ງແຕ່ຜູ້ກ່ຽວໄດ້ເຂົ້າກຳອຳນາດແທນບິດາເປັນ ຕົ້ນມາ.

ນັກວິເຄາະ Graham ເວົ້າວ່າ ບໍ່ຄືກັນກັບທ່ານກິມ ຈົງ ອິລ ທີ່ເຖິງແກ່ອະສັນຍະກຳ ໃນປີ 2011 ທ່ານກິມ ຈົງ ອຸນ ຍັງບໍ່ຮູ້ຈັກວ່າ ຕົນຈະສາມາດກົດດັນຕໍ່ຂີດຄວາມອົດທົນຂອງຈີນ ໄປໄດ້ໄກສໍ່າໃດ.

ທ່ານ Graham ເວົ້າວ່າ “ທ່ານກິມ ຈົງ ອິລ ແນ່ນອນແມ່ນມີຄວາມຊໍານານຫລາຍໃນ ການເຂົ້າໄປໃກ້ໆເສັ້ນແດງກັບຈີນ ແຕ່ກໍບໍ່ເຄີຍຂ້າມເສັ້ນດັ່ງກ່າວນັ້ນ. ແຕ່ມັນເປັນ ເລື້ອງທີ່ສ່ຽງ ທີ່ມີຜູ້ນຳທີ່ໜຸ່ມນ້ອຍ ແລະຂາດປະສົບພະການ ທີ່ອາດກ້າວຂ້າມເສັ້ນ ດັ່ງກ່າວນັ້ນ ຍ້ອນມີຄວາມເຊື່ອໝັ້ນຫຼາຍເກີນໄປ. ແນ່ນອນວ່າ ຍິ່ງເກົາຫຼີເໜືອພັດ ທະນາຄວາມສາມາດດ້ານອາວຸດນິວເຄລຍແລະລູກສອນໄຟໄປຫຼາຍເທົ່າໃດກໍຍິ່ງ ມີຄວາມສ່ຽງຫຼາຍຂຶ້ນທໍ່ນັ້ນ ຕໍ່ການທີ່ກິມຈົງອຸນ ຈະມີຄວາມເຊື່ອໝັ້ນຕົນເອງ ຫຼາຍ ເກີນໄປ.”

ຂະນະດຽວກັນ ພວກຕິດຕາມເບິ່ງການເຄື່ອນໄຫວຂອງຈີນ ກໍພວມຊອກຫາຮ່ອງຮອຍກ່ຽວ ກັບການປ່ຽນແປງ ໃນນະໂຍບາຍຢ່າງເປັນທາງການຕໍ່ເກົາຫຼີເໜືອ. ທ່ານ Baker ກ່າວວ່າ ພວກເຂົາເຈົ້າຄວນຈັບຕາຢ່າງໃກ້ຊິດ ເບິ່ງຄວາມສຳພັນ ລະຫວ່າງກຸງປັກກິ່ງ ແລະກຸງໂຊລ ນຳດ້ວຍ.

ທ່ານ Baker ເວົ້າວ່າ “ຂ້າພະເຈົ້າຄິດວ່າ ສຳລັບຈີນ ໃນທີ່ສຸດແລ້ວ ການແຂ່ງຂັນທີ່ ແທ້ຈິງໃນເກົາຫຼີເໜືອກໍຄືລະຫວ່າງຈີນເອງແລະເກົາຫຼີໃຕ້. ແລະດ້ວຍເຫດນີ້ຂ້າພະ ເຈົ້າຈຶ່ງຄິດວ່າ ນັ້ນຄື ສິ່ງທີ່ພວກເຮົາຕ້ອງໄດ້ຈັບຕາເບິ່ງຢ່າງໃກ້ຊິດເປັນພິເສດ ກໍຄື ຄວາມສຳພັນລະຫວ່າງເກົາຫຼີໃຕ້ກັບຈີນຈະດຳເນີນໄປແບບໃດໃນເວລານີ້ໃນເມື່ອ ມັນມີ ດັ່ງທີ່ພວກທ່ານຮູ້ຈັກ ການປະເຊີນໜ້າແບບເປັນປໍລະປັກກັນ ລະຫວ່າງເກົາ ຫຼີໃຕ້ ແລະເກົາຫຼີເໜືອ. ຈີນ ຈະເອົາຝ່າຍໃດແທ້? ຈີນ ຈະໃຫ້ການສະໜັບສະໜຸນ
ເກົາຫຼີເໜືອຫຼາຍປານໃດແລະຈະໃຫ້ການສະໜັບສະໜຸນເກົາຫຼີໃຕ້ຫຼາຍປານໃດ?”


ທ່ານ Baker ເວົ້າວ່າ ເກົາຫຼີໃຕ້ແລະສະຫະລັດກຳລັງພະຍາຍາມຫາທາງທັບມ້າງແນວທາງ ທີ່ເກົາຫຼີເໜືອຢຶດໝັ້ນມາເປັນເວລາດົນນານ ໃນການເພີ້ມທະວີ ສ້າງຄວາມເຄັ່ງຕຶງເພື່ອກົດ ດັນໃຫ້ມີການຜ່ອນຜັນທາງດ້ານການທູດ ແລະເສດຖະກິດແກ່ຕົນນັ້ນ.

ໃນຂະນະດຽວກັນຈີນແມ່ນຍັງສືບຕໍ່ຮຽກຮ້ອງໃຫ້ທຸກຝ່າຍໃຊ້ຄວາມຢັບຢັ້ງແລະກັບຄືນເຂົ້າ ຮ່ວມການເຈລະຈາຂອງນາໆຊາດ ເພື່ອຍຸຕິໂຄງການນິວເຄລຍ ຂອງເກົາຫຼີເໜືອ.

ເບິ່ງວີດີໂອກ່ຽວຂ້ອງ:

XS
SM
MD
LG