ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງຢູ່ຮົງກົງ ສືບຕໍ່ທ້າທາຍ ຫຼັງຈາກ ຫົວໜ້າບໍລິຫານ ບໍ່ຮັບເອົາ ຄຳຮຽກຮ້ອງ ຂອງເຂົາເຈົ້າ


ທ່ານ Leung Chun-ying ຫົວໜ້າບໍລິຫານຮົງກົງ.
ທ່ານ Leung Chun-ying ຫົວໜ້າບໍລິຫານຮົງກົງ.

ທ່ານ Leung Chun-ying ຫົວໜ້າ​ບໍລິຫານ​ຮົງ​ກົງ ກ່າວ​ວ່າ
ທ່ານ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກ
​ປະ​ທ້ວງ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ໄປ​ສູ່​ລະບອບ​ປະ
ຊາທິປະ​ໄຕ ​ໃນ​ຮົງ​ກົງ​ນັ້ນ.

ທ່ານ Leung ກ່າວ​ເຊັ່ນນັ້ນ​ຕໍ່​ໂທລະພາບ TVB ​ໃນ​ວັນ​ອາທິດ​
ມື້​ນີ້ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່​ໄປ​ວ່າ ຂະ​ບວນການ​ປະ​ທ້ວງ “ໄດ້ຂະ
ຫຍາຍອອກ​ນອກ ການຄວບ​ຄຸມ​ແລ້ວ”
​ແລະຈະ​ດຳ​ເນີນ​ສືບ
​ຕໍ່​ໄປເປັນ​ເວລາ​ດົນ​ນານບໍ່ໄດ້.

ທ່ານ Leung ກ່າວວ່າ ທາງ​ລັດຖະບານ​ຈະ​ສືບ​ຕໍ່​ພະຍາຍາມ
ເກ້​ຍກ່ອມ ໃຫ້​ພວກ​ປະ​ທ້ວງ ​ອອກ​ຈາກຈຸດ​ຕ່າງໆທີ່​ພວກ​ເຂົາ​ເຈົ້າ​ໄດ້ຕັນໄວ້ຢູ່ໃນ​ເມືອງ​
ມາ​ເປັນ​ເວລາ​ຫຼາຍ​ສັບປະດານັ້ນ ​ແລະ​ທ່ານບໍ່​ປະຕິ​ເສດ​ຕໍ່​ການ​ໃຊ້ “ກຳລັງໃນ​ລະດັບ​
ຕຳ່ສຸດ”
​ເພື່ອ​ຂັບ​ໄລ່​ພວກ​ປະ​ທ້ວງ​ໃຫ້​ອອກ​ໄປ ຈາກ​ບໍລິ​ເວນ​ເຫລົ່າ​ນັ້ນ ຖ້າ​ຈຳ​ເປັນ.

hongkongprotests12october14
please wait

No media source currently available

0:00 0:00:28 0:00

ພວກ​ປະ​ທ້ວງ​ຍັງ​ບໍ່​ຍອມ​ໜີ​ໄປ​ໃສ​ໃນ​ວັນ​ອາທິດ​ມື້​ນີ້ ​ໂດຍທີ່ມີ​ຫຼາຍຮ້ອຍ​ຄົນ​ພາກັນ​ພັກ​ແຮມ
ຄືນ​ໃນ​ຕູບ​ຜ້າ​ຕັ້ງ ທີ່​ປຸກ​ຂຶ້ນ​ລຽນ​ກັນ​ເປັນ​ແຖວຢູ່ຕາມຖະໜົນສາຍ​ນຶ່ງ​ໃນ​ຄືນ​ຜ່ານ​ມາ​. ພວກ
ເຂົາ​ເຈົ້າ​ຢາກ​ໃຫ້​ທ່ານ Leung ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ໃຫ້​ລັດຖະບານ​ປັກ​ກິ່ງ​ຕ່າວ
ປິ້ນການຕັດສິນໃຈ​ຂອງ​ຕົນ ທີ່​ຈະ​ເປັນ​ຜູ້ຄັດ​ເລືອກ​ເອົາພວກ​ຄົນ ທີ່​ຈະ​ສະ​ໝັກ​ເຂົ້າ​ຮ່ວມໃນ
ການ​ເລືອກ​ຕັ້ງ​ໃນ​ຮົງ​ກົງ ​ໃນ​ປີ 2017 ນັ້ນ.

ວີດີໂອ: ການປະທ້ວງໃນຮົງກົງ ເຜີຍແບໃຫ້ເຫັນ ຊ່ອງຫວ່າງລະວ່າງລຸ້ນຄົນ

Hong Kong Protests Expose Generation Gap
please wait

No media source currently available

0:00 0:02:14 0:00

ໃນ​ວັນ​ເສົາ​ວານ​ນີ້ 2 ກຸ່ມ​ໄດ້​ພິມ​ເຜີຍ​ແຜ່ຈົດໝາຍ​ເປີດ​ຊອງສະບັບ​ນຶ່ງ ​ເຖິງປະທານ​ປະ​ເທດ
ຈີນ ທ່ານ Xi Jinping ຢູ່​ໃນ​ໜັງສືພິມ South China Morning Post ຮຽກຮ້ອງ​ໃຫ້​ທ່ານ
ອະນຸມັດ​ໃຫ້ຊາວຮົງ​ກົງທີ່​ມີ​ສິດ​ປ່ອນ​ບັດ​ ​ໄດ້​ເລືອກ​ເອົາ​ຫົວໜ້າ​ບໍລິຫານ​ຮົງ​ກົງ​ຂອງ​ຕົນ​ເອງ
ໄດ້. ພວກ​ປະ​ທ້ວງ​ສອງ​ກຸ່ມ​ນີ້ ກ່າວ​ວ່າ ທ່ານ Leung ຊຶ່ງ​ເປັນ​ພັນທະ​ມິດ​ຂອງ​ປັກ​ກິ່ງ ​ແລະ
ຄະນະ​ລັດຖະບານ​ຂອງ​ທ່ານ ​ບໍ່​ໄດ້​ເອົາ​ຫົວຊາ​ຊ້ຳ​ແລ້ວ​ຊ້ຳ​ອີກ ຕໍ່​ຄວາມ​ປະສົງ​ຂອງປະຊາ
ຊົນຮົງ​ກົງ.

ວີດີໂອ: ສື່ສັງຄົມ ມີບົດບາດສຳຄັນ ໃນການປະທ້ວງ ຢູ່ຮົງກົງ:

The Social Media Side of Hong Kong's 'Umbrella Revolution' (On Assignment October 10, 2014)
please wait

No media source currently available

0:00 0:02:58 0:00

XS
SM
MD
LG