ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜັງສືພິມຈີນ ກ່າວຫາ ສະຫະລັດ ວ່າ ຢູ່ເບື້ອງຫຼັງ ການປະທ້ວງ ໃນຮົງກົງ


ພວກປະທ້ວງນັກສຶກສາ ເຕົ້າໂຮມກັນ ຊຸມນຸມ ເມື່ອວັນສຸກວານນີ້ ໃນຮົງກົງ, ວັນທີ 10 ຕຸລາ 2014. (ພາບຖ່າຍໂດຍ Daniel Schearf / VOA).
ພວກປະທ້ວງນັກສຶກສາ ເຕົ້າໂຮມກັນ ຊຸມນຸມ ເມື່ອວັນສຸກວານນີ້ ໃນຮົງກົງ, ວັນທີ 10 ຕຸລາ 2014. (ພາບຖ່າຍໂດຍ Daniel Schearf / VOA).

ພັກ​ຄອມ​ມິ​ວນິສຈີນ ​ໄດ້​ກ່າວ​ຫາສະຫະລັດ ຄືນ​ໃໝ່​ວ່າ ​ຢູ່​ເບື້ອງ
ຫຼັງ​ການ​ປະທ້ວງ​ເພື່ອ​ປະຊາທິປະ​ໄຕ​ ທີ່​ໄດ້​ເຮັດ​ໃຫ້​ບາງເຂດຂອງ
​ຮົງ​ກົງ ຕົກ​ຢູ່​ໃນ​ສະພາບ​ ເປັນ​ອຳມະ​ພາດ ​ເປັນ​ເວລາ 2 ອາທິດ
​ຜ່ານ​ມາ​ແລ້ວ​ນັ້ນ.

ບົດ​ບັນນາທິການໃນໜ້າ​ທີ​ນຶ່ງ ຂອງ​ໜັງ​ສືພິມ ປະຊາຊົນ​ລາຍ​ວັນ
People’s Daily ຂອງ​ທາງ​ການ​ຈີນ ໃນວັນ​ເສົາ​ມື້​ນີ້ ກ່າວ​ວ່າ
ບັນດາ​ເຈົ້າໜ້າ​ທີ່​ລັດຖະບານສະຫະລັດ ບັນດາກຸ່ມ​ທີ່​ບໍ່​ຂຶ້ນກັບ​
ລັດຖະບານ ​ແລະ ສື່​ມວນ​ຊົນ ກຳລັງ​ດຳ​ເນີນ​ການ ​ເພື່ອ​ສົ່ງເສີມ
ປຸກ​ປັ່ນ​ໃຫ້ກໍ່​ການ “ປະຕິວັດ​ສີ ຫຼື ​color revolution” ຢູ່​ໃນ
ຮົງ​ກົງ ຊຶ່ງ​ເປັນ​ດິນ​ແດນ​ຂອງ​ຈີນ ທີ່​ມີ​ສິດປົກຄອງຕົວ​ເອງ​ເຄິ່ງນຶ່ງນັ້ນ.

ບົດ​ບັນນາທິການກ່າວ​ອີກ​ວ່າ ສະຫະລັດ​ທຳທ່າ​ວ່າ ປົກປ້ອງ​ປະຊາທິ ປະ​ໄຕ ​ແລະສິດທິ​
ມະນຸດ ​ແຕ່​ຄວາມ​ເປັນ​ຈິງ​ແລ້ວ​ແມ່ນ “ປົກ​ປ້ອງ​ຜົນ​ປະ​ໂຫຍ​ດທາງຍຸດ​ທະ​ສາດ​ຂອງ​
ຕົນ​ເອງ ​ແລະ​ບ່ອນ​ທຳລາຍ​ພວກລັດ ຖະບານ ທີ່​ຕົນຖືວ່າ​ເປັນລັດຖະບານ​ ‘ທີ່ບໍ່​
ເຊື່ອ​ຟັງຕົນ.’”

ປາກົດ​ວ່າ ນັ້ນເປັນ​ການ​ກ່າວ​ຫາ​ໂດຍ​ກົງ​ທີ່​ສຸດຂອງ​ປັກ​ກິ່ງ ​ເທົ່າທີ່​ຜ່ານ​ມາ ວ່າສະຫະລັດ
ມີ​ສ່ວນ​ກ່ຽວຂ້ອງ​ ກັບ​ຂະ​ບວນການປະ​ທ້ວງ​ໃນ​ຄັ້ງນີ້ ຊຶ່ງແນ​ໃສ່​ ເຮັດ​ໃຫ້​ພົນລະ​ເມືອງ​ຂອງ​
ຮົງ​ກົງ​ ສາມາດ​ເລືອກ​ເອົາ​ຜູ້ນຳ ຂອງ​ເຂົາ​ເຈົ້າ ໃນ​ປີ 2017.

HONG KONG PROTESTS CNPK
please wait

No media source currently available

0:00 0:01:26 0:00

ສະຫະລັດ​ກ່າວ​ວ່າ ຕົນ​ຢາກ​ໃຫ້​ເຫັນ​ ທຸກ​ຄົນ​ມີສິດທິ​ໃນ​ການ​ອອກສຽງ​ເລືອກ​ຕັ້ງ​ທົ່ວ​ໄປ ຢູ່ໃນ​
ຮົງ​ກົງ ​ແຕ່ມາ​ຮອດ​ປັດຈຸບັນ​ນີ້ ກໍ​ຍັງບໍ່ໄດ້ ສະເໜີໃຫ້ການ​ສະໜັບສະໜຸນ​ຢ່າງເປີດເຜີຍ ​ຕໍ່​
ຂະ​ບວນການຂັດ​ຂືນ​ແບບ​ສັນຕິຂອງ​ຊາວ​ຮົງ​ກົງ ຊຶ່ງ​ປາກົດ​ວ່າ ກຳລັງມີ​ພະລັງ​ຫລາຍ​ຂຶ້ນນັ້ນ.

ພວກ ​ປະ​ທ້ວງຫຼາຍພັນ​ຄົນ ​ໄດ້ໄປ​ເຕົ້າ​ໂຮມກັນ​ຢູ່ຮົງ​ກົງອີກ​ ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອ​ຮຽກຮ້ອງ ຄືນ​ໃໝ່ ໃຫ້​ມີ​ການປະຕິ​ຮູບລະບົບ​ການ​ເລືອກ​ຕັ້ງ ຫຼັງຈາກ​ທີ່​ລັດຖະບານ​ໄດ້​ຍົກ​ເລີກ​ແຜນ​ການ ທີ່​ຈະ​ພົບ​ປະ​ກັບ​ຜູ້ນຳ​ປະ​ທ້ວງ ​ຢ່າງ​ກະທັນຫັນ.

Hong Kong Protests Expose Generation Gap
please wait

No media source currently available

0:00 0:02:14 0:00

XS
SM
MD
LG