ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜັງສືພິມ ນິວຢ໊ອກທາມສ໌ ເປີດເວັບໄຊ້ຂ່າວ ພາສາຈີນ


ເວັບໄຊ້ຂ່າວພາສາຈີນ ທີ່ເປີດໃຊ້ຢ່າງເປັນທາງການໂດຍໜັງສືພິມ New York Times
ເວັບໄຊ້ຂ່າວພາສາຈີນ ທີ່ເປີດໃຊ້ຢ່າງເປັນທາງການໂດຍໜັງສືພິມ New York Times

ໜັງສືພິມ New York Times ​ໄດ້​ເປີດ​ເວັ​ບ​ໄຊ້ຂ່າວເປັນ​ພາສາ​ຈີນ ທີ່​ແນ​ໃສ່​ຜູ້​ຊົມ​ໃຊ້​ອິນ​ເທີ​ເນັ​ດ ຈໍານວນຫຼວງຫຼາຍທີ່​ສຸດ​ຂອງ​ຈີນ​ນັ້ນ.

ໜັງ​ສື​ພິມ New York Times ​ກ່າວໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ​ຕົນ ຫວັງ​ວ່າ ເວັ​ບ​ໄຊ້ www.cn.nytimes.com ຊຶ່ງ​ໄດ້​ເລີ່​ມ​ເປີດ​ໃຊ້​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນພະຫັດ​ມື້​ນີ້ ​ຈະ​ດຶງ​ດູດເອົາບັນດາ​ຜູ້​ອ່ານຊາວ​ຈີນທີ່​ມີ​ການ​ສຶກສາດີ ​ແລະຖານະ​ລໍ້າ​ລວຍ ຫຼາຍຂຶ້ນ​ໄປ​ນັບ​ມື້ນັ້ນ.

​ເວລາ​ນີ້ຈີນ​ມີ​ຜູ້​ຊົມ​ໃຊ້​ອິນ​ເທີ​ເນັດປະມານ 500 ລ້ານ​ຄົນ ​ເຮັດ​ໃຫ້​ຈີນ​ເປັນ ປະ​ເທດ​ທີ່​ມີ​ປະຊາຊົນ​ໃຊ້ອິນ​ເທີ​ເນັດຫຼາຍທີ່​ສຸດໃນໂລກ. ​ແຕ່​ພວກ​ຊົມ​ໃຊ້​ອິນ​ເທີເນັດຊາວ​ຈີນ ໄດ້ພົບ​ເຫັນ​ຄວາມ​ແຕກ​ຕ່າງ​ຢ່າງ​ຫຼວງຫຼາຍລະຫວ່າງ ເວັ​ບໃຊ້ຂອງ​ຕົນແລະ​ເວັບ​ໄຊ້ອື່ນໆ​ໃນ​ໂລກ ຍ້ອນ​ວ່າລະບົບ​ການກວດກາ​ຢ່າງ​ເຂັ້ມງວດຂອງ​ລັດຖະບານທີ່​ໄດ້ສະກັດ​ກັ້ນບໍ່​ໃຫ້​ມີ​ການ​ພິມ​ເຜີຍ​ແຜ່ເນື້ອ​ ໃນຕ່າງໆ​ ທີ່ສໍ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຄັດຄ້ານ​ລັດຖະບານ​ນັ້ນ.

ໜັງສືພິມ​ນີວຢ໊ອກທາຍ​ສ໌ ຮັບ​ຮູ້​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ມີຫຼາຍ​ເທື່ອຫຼາຍທີ ທີ່ການ​ກວດກາ ຫຼືການ​ເຊັນ​ເຊີ​ຂອງ​ລັດຖະບານ ​ໄດ້ຂັດຂວາງ​ບໍ່​ໃຫ້​ຜູ້​ຄົນ ເຂົ້າອ່ານ​ບົດ​ຂຽນ​ຈາກ​ເວັບ​ໄຊ້ທີ່​ເປັນພາສາ​ອັງກິດຂອງ​ຕົນ. ​ແຕ່​ກໍ​ກ່າວ​ອີກ​ວ່າ ຕົນຫວັງ​ວ່າ​ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ​ຈະເຕັ​ມ​ໃຈຮັບ​ເອົາ​ເວັ​ບ​ໄຊ້ທີ່​ເປັນ​ພາສາ​ຈີນຂອງ​ຕົນ.

ທ່ານ Joseph Kahn ບັນນາທິການ​ພາສາຕ່າງປະ​ເທດ​ຂອງ​ New York Times ​ເວົ້າວ່າ ໜັງສືພິມດັ່ງກ່າວບໍ່​ສາມາດ​ຄວບ​ຄຸມ ​ສິ່ງ​ທີ່​ຖືກ​ກວດກາ​ໂດຍ​ລັດຖະບານ​ປັກ​ກິ່ງ ​ແຕ່​ທ່ານ Kahn ກໍ​ໃຫ້​ຄໍາ​ໝັ້ນ​ສັນຍາ​
ວ່າ ​ເວ​ບ​ໄຊ້ທີ່​ເປັນ​ພາສາຈີນ​ດັ່ງກ່າວນີ້​ ຈະ​ຍຶດໝັ້ນ​ຢູ່​ໃນ​ມາດຕະຖານ​ໜັງສືພິມ ໂດຍ​ກ່າວວ່າ ມັນ​ຈະບໍ່ກາຍ​ເປັນ​ບໍລິສັດ​ສື່​ມວນ​ຊົນທາງ​ການ​ຂອງ​ຈີນ​ແຕ່​ຢ່າງ​ໃດ.

XS
SM
MD
LG