ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຈີນພາກັນລຸລັ່ງ ກັບເມືອບ້ານ ເພື່ອສະຫຼອງປີໃໝ່ (ວີດິໂອ 2 ເລື້ອງ)


ຊາວຈີນທີ່ພາກັນໄປອັ່ງອໍກັນ ຢູ່ສະຖານີລົດໄຟແຫ່ງນຶ່ງ ໃນປັກກິ່ງ ເພື່ອກັບຕ່າວຄືນບ້ານ ສະເຫຼີມສະຫຼອງປີໃໝ່ ຫຼືກຸດຈີນ ກັບຄອບຄົວ
ຊາວຈີນທີ່ພາກັນໄປອັ່ງອໍກັນ ຢູ່ສະຖານີລົດໄຟແຫ່ງນຶ່ງ ໃນປັກກິ່ງ ເພື່ອກັບຕ່າວຄືນບ້ານ ສະເຫຼີມສະຫຼອງປີໃໝ່ ຫຼືກຸດຈີນ ກັບຄອບຄົວ
ການຍົກຍ້າຍຄັ້ງໃຫຍ່ໂຕບັ້ນນຶ່ງກໍາລັງດໍາເນີນໄປຢູ່ໃນຈີນ ຄື
ປະຊາຊົນຫຼາຍລ້ານຄົນພາກັນກັບຕ່າວຄືນບ້ານ ຈາກຫົວເມືອງ
ຕ່າງໆທົ່ວປະ​ເທດ ເພື່ອສະເຫຼີມສະຫຼອງປີໃໝ່ ຫຼືກຸດຈີນກັບຄອບ
ຄົວ. ມັນເປັນການສັນຈອນປະຈໍາປີ ບັ້ນນຶ່ງທີ່ແຕກຕ່າງກັບໂອ
ກາດອື່ນໆ ແລະກໍເປັນໂອກາດທີ່ສ້າງຄວາມ​ເຈັບ ຫົວຢ່າງໃຫຍ່ ໃຫ້ແກ່ບັນດາເຈົ້າໜ້າທີ່ຂົນສົ່ງທັງຫຼາຍ. William Ide ຜູ້ສື່ຂ່າວ
ວີໂອເອ ລາຍງານຈາກປັກກິ່ງວ່າ ​ໃນ​ຂະນະ​ທີ່ເທັກໂນໂລຈີ່ທັນ
ສະໄໝຊ່ວຍບາງຄົນໄດ້ ​ແຕ່ບາງຄົນກໍພົບກັບຄວາມລໍາບາກ
ໃນການຈອງປີ້ ລົດໄຟຫຼືເຮືອບິນ ເພື່ອເດີນທາງກັບບ້ານ. ທອງ
ປານ ມີເລຶ່ອງນີ້ມາສະເໜີ.

ເບິ່ງວີດິໂອລາຍງານນນີ້ເປັນພາສາອັງກິດ:

China’s 'Chunyun' Spring Migration Kicks into High Gear
please wait

No media source currently available

0:00 0:03:09 0:00
ລິງໂດຍກົງ

ຂະນະນີ້ໃນຫຼາຍໆຂົງເຂດຂອງຈີນກໍາລັງມີ​ການເຄື່ອນໄຫວກັນຢ່າງຄຶກຄັກ ແລະການຍົກ
ຍ້າຍຍາມລະດູບານໃໝ່ຂອງ​ຜູ້​ຄົນ ຈໍານວນ​ມະຫາສານ ຫຼືທີ່ເອີ້ນກັນວ່າ “chunyun” ນັ້ນ
ກໍກໍາລັງຈະ​ເຖິງ​ຈຸດ​ສູງ​ສຸດ ພ້ອມ​ກັບປະຊາຊົນຫຼາຍຮ້ອຍພັນຄົນອັ່ງອໍກັນຢູ່ຕາມສະຖານີ
ລົດໄຟຈາກແຂວງກວາງໂຈ ທາງພາກໃຕ້ ​ໄປ​ຫາ​ນະຄອນ ຫລວງກິ່ງ ທາງ​ພາກເໜືອ.

ສໍາລັບຫຼາຍໆຄົນແລ້ວ ຄໍາຖາມທີ່​ໄດ້​ຍິນ​ຊໍ້າໆ​ຊາກໆ​ ກໍຄື “ເຈົ້າໄດ້ປີ້ ແລ້ວບໍ໋?”

ແມ່ຍິງຄົນນີ້ ທີ່ກໍາລັງເດີນທາງໄປຍັງຫູນານຈາກປັກກິ່ງ ເວົ້າວ່າ ນາງຊື້ປີ້ລົດ​ໄຟທາງອິນ ເທີເນັດໄດ້ຢ່າງງ່າຍດາຍ ​ແລະວ່າ ຂະບວນລົດໄຟຂອງ ນາງຈະບໍ່ມີຄົນຫຼາຍ ຍ້ອນວ່າ ນາງເດີນທາງໄປກັບລົດໄຟຄວາມໄວສູງ ກ່ອນເວລາທີ່ ຈໍານວນຄົນໂດຍສານຈະເພີ່ມ
ທະວີ ຂຶ້ນ.

ສື່ຕ່າງໆ​ຂອງລັດເວົ້າວ່າ ຄາດວ່າຂະບວນລົດ​ໄຟ​ບໍລິການຈະຫຼາຍເປັນປະວັດການ ຄື
ປະມານ 3.400 ລ້ານຖ້ຽວ ໃນລະຫວ່າງ​ເທດສະການກຸດຈີນປີ​ນີ້ ຊຶ່ງຈະຕ້ອນຮັບປີ​ໃໝ່ ຄືປີມະເສັງ ​ໃນວັນອາທິດທີ 10 ເດືອນກຸມພານີ້.

ຈີນໄດ້ຂະຫຍາຍ​ເວລາ ​ສໍາລັບຊື້ປີ້ລົດໄຟທາງອິນເທີເນັດໃນປີນີ້ ທີ່ເອື້ອອໍານວຍໃຫ້ພວກ
ເດີນທາງຈອງປີ້ ທາງອິນເທີເນັດ​ລ່ວງໜ້າໄດ້ ຮອດ 20 ມື້.

ແຕ່ຫຼາຍໆຄົນກໍຈົ່ມທຸກວ່າ ມັນຍາກລໍາບາກທີ່ສຸດ ກ່ວາຈະໄດ້ປີ້ເດີນທາງ.

ຊາຍຄົນນີ້ເວົ້າວ່າ ຕົນຕ້ອງໄດ້ລໍຖ້າດົນ​ກ່ວານຶ່ງອາທິດຈຶ່ງຊື້​ປີ້ໄດ້. ລາວເວົ້າວ່າ ມັນເປັນ
ການງ່າຍສໍາລັບຊາວໜຸ່ມຄືລາວ ທີ່​ຈະຈອງປີ້ທາງອິນເທີເນັດ ແຕ່ພວກຄົນງານຕ່າງຖິ່ນ
ຕ້ອງ​ໄດ້ໄປຊື້ເອົາຢູ່ຕາມສະຖານີລົດໄຟ ​ແລະ​ກໍ​ຕ້ອງ​ໄດ້​ລໍຖ້າ.

ນາຍ ຫວັງ Xiaohui ເຮັດວຽກຢູ່ສູນກາງສຶກສາແຫ່ງນຶ່ງ ໃນນະຄອນຫຼວງປັກກິ່ງ ເວົ້າວ່າ ລາວເລີກລົ້ມ ຫຼັງຈາກໃຊ້ເວລາເປັນນຶ່ງອາທິດ ເພື່ອຊື້ປີ້ລົດໄຟທາງອິນເທີເນັດ.

ນາຍຫວັງເວົ້າອີກວ່າ ປີນີ້ລາວສິຂີ່ລົດເມ​ເມືອບ້ານເກີດເມືອງນອນຂອງລາວ ຢູ່ໃນ​ເຂດມົງ ໂກເລຍຂອງ​ຈີນ ເປັນເທື່ອທໍາອິດ ຊຶ່ງຈະຕ້ອງໃຊ້ເວລາເດີນທາງ ​ເຖິງ 15 ຊົ່ວໂມງ.

ນາຍຫວັງເວົ້າອີກວ່າ ມັນຈະງ່າຍກວ່າຖ້າເຮົາຊື້ປີ້ກ່ອນວັນທີນຶ່ງເດືອນກຸມພາ ຫຼັງຈາກນັ້ນ​ແມ່ນຈະຍາກຫຼາຍ. ນາຍຫວັງເວົ້າຕື່ມວ່າ ລາວໄປຍັງສະຖານີລົດໄຟຫຼາຍໆເທື່ອ ເພື່ອໄປ ຢືນຕໍ່ແຖວ ຊື້ປີ້ໃນຕອນແລງ ແຕ່ກໍຊື້ບໍ່ໄດ້ ຄືກັນ.

ບາງຄົນກໍບໍ່​ສາມາດ​ທີ່​ຈະ​ອອກ​ຈາກງານໄດ້ດົນພໍເພື່ອມາຢືນຕໍ່ແຖວຊື້ປີ້​ກໍ​ເລີ​ຍເລີກລົ້ມໄປ.
ແຕ່​ກໍບໍ່ແມ່ນທຸກໆຄົນ ທີ່ມີບັນຫາເລຶ່ອງຊື້ປີ້.

Li Sai ຊາວເມືອງປັກກິ່ງ ທີ່ທໍາງານຢູ່ແຂວງ Shandong ທາງພາກຕາເວັນອອກສຽງ ເໜືອຂອງຈີນ ເວົ້າວ່າ ລາວກໍາລັງບິນກັບບ້ານແລະຈ່າຍຄ່າປີ້ຍົນພຽງປະມານ 11 ໂດລ່າ
ເທົ່ານັ້ນ.

​ແຕ່​ວ່າ ໝູ່ເພື່ອນຂອງລາວຫຼາຍໆຄົນ ຈາກປັກກິ່ງ ບໍ່ຍອມ​ເດີ​ນທາງໄປໄສ.

ນາຍລີໄສ ເວົ້າວ່າ ເພື່ອນຂອງລາວສ່ວນຫຼາຍຈາກປັກກິ່ງຈະພັກຢູ່ Shandong ແທນທີ່
ຈະ​ເມືອບ້ານ ຍ້ອນວ່າ ອາກາດ​ໃນປັກກິ່ງມີມົນລະພິດຫຼາຍເກີນໄປ ໃນລະຫວ່າງກຸດຈີນ ຈາກການຈູດໝາກກະໂພກ.

Cai Jiming ອາຈານສອນ​ທີ່ມະຫາວິທະຍາໄລ Tsinghua ກ່າວວ່າ ບໍ່ມີວິທີແກ້ໄຂທີ່ວ່າ
ງ່າຍ ສໍາລັບບັນຫາຮ້າຍ​ແຮງ​ດ້ານການຂົນສົ່ງທີ່ມີຂຶ້ນ ປີນຶ່ງຄັ້ງນຶ່ງຂອງຈີນນັ້ນ. ທ່ານ​ໄກ່
ເວົ້າອີກວ່າ ບັນຫານີ້​ແມ່ນ​ເນ້ນຢໍ້າເຖິງ ຄວາມຕ້ອງການຂອງຈີນ ສໍາລັບຍຸດທະສາດ​ໃນ​
ການແກ້ໄຂບັນຫາການເຕີບໃຫຍ່ຂຶ້ນໄປນັບມື້ ຂອງຈໍານວນຜູ້​ຄົນ​ທີ່​ເຂົ້າ​ໄປ​ທໍາ​ງານ​ຢູ່​ໃນ
ເມືອງນັ້ນ ຫຼາຍກວ່າບັນຫາການຂາດເຂີນລົດໄຟ ແລະລົດເມ.

ທ່ານໄກ່ ເວົ້າອີກວ່າ ທາງ​ການ​ບໍ່​ຄວນ​ຈະ ພຽງ​ແຕ່​ອະນຸຍາດ​ໃຫ້ພວກຄົນງານຕ່າງຖິ່ນເຂົ້າ
ໄປເຮັດ​ວຽກ​ໃນ​ຫົວເມືອງໃຫຍ່ໆ​ເທົ່າ​ນັ້ນ ​ແຕ່​ຄວນ​ຈະ​ອະນຸຍາດ​ໃຫ້ຕັ້ງຖິ່ນຖານຢູ່ທີ່ນັ້ນໄດ້​
ນໍາ ຊຶ່ງ​ລາວເວົ້າວ່າ ຖ້າຫາກວ່າພວກເຂົາຖືກຊຸກຍູ້ໃນຍ້າຍຖິ່ນ ເຂົ້າໄປຢູ່ໃນເມືອງໄດ້ຢ່າງ
ເສລີແລ້ວ ຄອບຄົວແລະພໍ່ແມ່ຂອງພວກເຂົາເຈົ້າກໍຈະໄປຢູ່ນໍາ ແລະພວກເຂົາເຈົ້າກໍຈະ
ສາມາດ ສະຫຼອງປີໃໝ່ຮ່ວມກັນ ຢູ່ໃນເມືອງ​ໄດ້.

ມີຄົນງານຕ່າງຖິ່ນຫຼາຍກວ່າ 200 ລ້ານຄົນ ທີ່ທໍາງານຢູ່ໃນຫົວເມືອງຕ່າງໆທົ່ວຈີນ ແຕ່ທາງ​
ການ​ບໍ່​ຖື​ວ່າພວກຄົນງານ​ເຫຼົ່ານີ້ແລະຄອບຄົວຂອງເຂົາເຈົ້າ ເປັນຊາວເມືອງ ແລະ ສະນັ້ນ
ກໍບໍ່ມີ​ສິດ​ໄດ້ຮັບສິດທິຂັ້ນພື້ນຖານຫຼາຍໆ​ຢ່າງ ​ເຊ່ນ​ເຂົ້າ​ຮຽນ​ໃນ​ໂຮງຮຽນ​ຫຼວງ ແລະການ
ຮັກສາສຸຂະພາບຈາກລັດຖະບານ ໄດ້. ເພື່ອຫຼີກລ່ຽງບັນ​ຫາ ຫຼາຍໆຄອບຄົວ ຈຶ່ງແຍກກັນ
ຢູ່ ຄືຜົວ​ກັບ​ເມຍ​ປ່ອຍ​ໃຫ້ລູກໆ ຢູ່​ກັບພໍ່ຕູ້ແມ່ຕູ້ ໃນ​ເຂດຊົນນະບົດ.

ຈົນກວ່າວ່າຈະ​ມີ​ການ​ປ່ຽນ​ແປງກົດໝາຍ ອະນຸຍາດ​ໃຫ້​ພວກ​ຄົນ​ງານ​ຕ່າງຖິ່ນ ອາ​ໄສ​ຢູ່​ໃນ​
ຫົວ​ເມືອງ​ໄດ້ ​ຢ່າງ​ຖາວອນ​ພຸ້ນ​ແຫຼະ ປີໃໝ່ຫຼືກຸດຈີນກໍຍັງຈະສືບຕໍ່ເປັນໂອກາດອັນດີປະຈໍາ
ປີ ເພື່ອໃຫ້ກັບຕ່າວຄືນບ້ານ ແລະເຕົ້າໂຮມກັບຄອບຄົວໄດ້.

ເບິ່ງລາຍງານຊາວຈີນກຽມສະຫຼອງປີໃໝ່ ຢ່າງໃຫຍ່ ຢູ່ລອນດອນ:

London Set For Huge Chinese New Year Celebrations
please wait

No media source currently available

0:00 0:02:11 0:00
ລິງໂດຍກົງ
XS
SM
MD
LG