ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ສະຫລອງ ວັນຂີດໝາຍ ໄຊຊະນະ ແຫ່ງຊາດ ຕໍ່ຍີປຸ່ນ ໃນ ສົງຄາມໂລກ ຄັ້ງທີສອງ (ວີດີໂອ)


CHINA JAPAN VOSOT
please wait
Embed

No media source currently available

0:00 0:01:36 0:00

ໃນ​ວັນ​ພຸດ​ມື້​ນີ້ບັນ​ດາ​ຜູ້ນຳ​ຂອງ​ຈີນພາກັນ​ລະ​ນຶກ​ເຖິງວັນຄົບ
ຮອບ 69 ປີ ນັບ​ແຕ່ການຍອມຈຳນົນຂອງ​ຍີ່ປຸ່ນ ຊຶ່ງເປັນອະ
ດີດເຈົ້າອານານິຍົມຂອງປັກ​ກິ່ງ ໃນ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ
​ທີສອງ.

ບັນດາ​ສະມາຊິກ​ທັງ​ໝົດ​ເຈັດ​ຄົນໃນກຳມະການ​ຖາວອນຂອງ
ກົມ​ການ​ເມືອງ​ສູນ​ກາງ​ພັກ ທີ່​ມີ​ອິດທິພົນ​ສູງ​ສຸດ ຮວມ​ທັງ ປະ
ທານ​ປະ​ເທດ ທ່ານ Xi Jingping ​ໄດ້​ເຂົ້າ​ຮ່ວມໃນ​ພິທີ ຢູ່​ນະ
ຄອນຫຼວງ​ປັກ​ກິ່ງ ​ເພື່ອ​ເປັນ​ຂີດ​ໝາຍ​ຂອງໂອ​ກາດ​ດັ່ງ ກ່າວ.

​ໃນ​ຕົ້ນ​ປີ​ນີ້ ສະພານິຕິບັດຍັດຂອງຈີນ ​ໄດ້​ກຳນົດໃຫ້​ວັນ​ທີ 3
​ເດືອນ​ກັນຍາ​ ​ເປັນ​ວັນລະນຶກ​ເຖິງການໄດ້ຮັບ​ໄຊຊະນະແຫ່ງ​ຊາດຂອງຈີນຕໍ່​ຍີ່ປຸ່ນ ໂດຍ
​ການ​ຊ່ວຍ​ເຫລືອ​ຈາກ​ບັນດາກຳລັງພັນທະ​ມິດ.

ຍີ່ປຸ່ນ ​ໄດ້​ຮຸກ​ຮານ​ຈີນ​ໃນ​ປີ 1931 ​ເຖິງ​ແມ່ນ​ວ່າການ​ເປັນປໍລະປັກຢ່າງເຕັມອັດຕາ​ບໍ່
ໄດ້​ເລີ້ມຂຶ້ນ ຈົນເທົ່າ​ປີ 1937​. ຈີນ ຄາດ​ກະປະມານວ່າ ຫລາຍ​ກວ່າ 20 ລ້ານຄົນ ໄດ້
​ເສຍ​ຊີວິດຍ້ອນບັນຫາ​ຂັດ​ແຍ້ງ ເປັນ​ເວລາແປດ​ປີດັ່ງກ່າວ.

​ເຈັດ​ສິບ​ປີ​ຕໍ່​ມາ ຄວາມ​ຮູ້ສຶກກຽດ​ຊັງ​ຕໍ່​ຍີ່ປຸ່ນ​ຍັງມີຢູ່ໃນປະເທດຈີນ ແລະໄດ້ຊຸດໂຊມລົງ
ຕື່ມ ຍ້ອນບັນຫາໂຕ້ຖຽງກ່ຽວກັບເຂດນ້ຳແດນດິນຢູ່​ທະເລຈີນຕາເວັນອອກ.

ປະຊາຊົນ​ຈີນ​ຈຳນວນຫຼວງຫລາຍ​ຍັງ​ພາກັນ​ໂກດ​ແຄ້ນ​ໃຫ້​ແກ່ ນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານ Shinzo Abe ທີ່​ໄດ້ໄປ​ຢ້ຽມຢາມສານ​ບັນພະ​ຊົນ ທີ່ເປັນບັນຫາໂຕ້​ແຍ້​ງ ທີ່ໃຫ້
ກຽດແກ່ພວກອາຊະຍາກອນສົງຄາມ ຮວມຢູ່ໃນນັ້ນນຳ.

ຫົວໜ້າກອງເລຂາ ປະຈຳຄະນະ​ລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ກ່າວ​ໃນ
​ວັນ​ພຸດ​ມື້​ນີ້​ວ່າ ​ໂຕ​ກຽວຫວັງ​ວ່າ​ຈີນ​ ​ຈະເບິ່ງ​ໄປໃນອະນາຄົດ ​ແລະ​ບໍ່​ແມ່ນ​ເລື້ອງ​ທີ່​ຜ່ານ
​ມາ.

ທ່ານ Suga ກ່າວ​ວ່າ ປະຊາ​ຄົມນາໆ​ຊາດ ​ໄດ້​ຮັບ​ຮູ້​ວ່າ ຍີ່ປຸ່ນໄດ້​ສ້າງ​ຄວາມ​ກ້າວໜ້າ ​
ໃນ​ນາມ​ປະ​ເທດທີ່ຮັກຫອມສັນຕິພາບ ນັບ​ຕັ້ງ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ່​ສອງ​ສິ້ນສຸດລົງເປັນຕົ້ນມາ.

XS
SM
MD
LG