ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປັກກິ່ງ ຕ້ອງປັບຕົວ ເຂົ້າກັບ ການຂົ່ມຂູ່ ກໍ່ການຮ້າຍ ຂອງພວກລັດອິສລາມ


China Mulls Response After Islamic State Terror Threat
please wait

No media source currently available

0:00 0:02:52 0:00

ກຸ່ມຫົວຮຸນແຮງລັດອິສລາມ ໄດ້ເປີດເຜີຍວິດີໂອຕອນໜຶ່ງໃນຕົ້ນ ເດືອນນີ້ ຂົ່ມຂູ່ຄັກແນ່ວ່າ ຈະທຳການໂຈມຕີຢູ່ໃນດິນແດນປະເທດ ຈີນ. ບັນດານັກວິເຄາະກ່າວວ່າ ໃນຂະນະທີ່ ຈີນ ພະຍາຍາມທີ່ຈະຂະຫຍາຍອິດທິພົນໃນເອເຊຍກາງ, ຕາເວັນອອກກາງ ແລະ ອາຟຣິກາ
ນັ້ນ, ປະຊາຊົນຂອງພວກເຂົາເຈົ້າ ແມ່ນມີຄວາມສ່ຽງຢ່າງຍິ່ງ ຕໍ່ໄພຂົ່ມຂູ່ກໍ່ການຮ້າຍ ແລະ
ປັກກິ່ງ ຕ້ອງປັບຕົວເຂົ້າກັບການຕອບໂຕ້ ຂອງພວກເຂົາ. ນັກຂ່າວວີໂອເອ Henry
Ridgwell ມີລາຍງານຈາກ ລອນດອນ ປະເທດ ອັງກິດ, ເຊິ່ງ ພຸດທະສອນ ຈະນຳລາຍ
ລະອຽດມາສະເໜີທ່ານ.

ວິດີໂອທີ່ວ່ານີ້ ໄດ້ສະແດງໃຫ້ເຫັນຊົນເຜົ່າ ວີເກີ ຂອງ ຈີນ ກຳລັງຕໍ່ສູ້ໃຫ້ກັບກຸ່ມຫົວຮຸນ
ແຮງ IS ໃນ ອີຣັກ. ພວກເຂົາ ຂົ່ມຂູ່ວ່າຈະກັບຄືນສູ່ບ້ານ ແລະ ຂ້າຄົນ “ໃຫ້ເລືອດນອງ
ແມ່ນ້ຳ.”

ພວກນັກວິເຄາະກ່າວວ່າ ການໂຄສະນາຊວນເຊື່ອແມ່ນສ່ວນໜຶ່ງໃນຄວາມພະຍາຍາມ ຂອງພວກລັດອິສລາມ ທີ່ຈະຕໍ່ສູ້ຄືນເຖິງແມ່ນຈະຜ່າຍແພ້ຢ່າງໜັກໃນ ອີຣັກ ແລະ ຊີເຣຍ
ກໍຕາມ.

ທ່ານ Rafaello Pantucci ຈາກສະຖາບັນ Royal United Services ກ່າວວ່າ “ຖ້າ
ພວກເຂົາສາມາດເວົ້າວ່າ ພວກເຂົາຈະຕໍ່ສູ້ໄປຂ້າງໜ້າ, ກໍໝາຍຄວາມວ່າ ພວກເຂົາ
ມີກຸ່ມຄົນທີ່ຕໍ່ສູ້ຢູ່ຄຽງຂ້າງຂອງພວກເຂົາຈາກທຸກຫົນແຫ່ງໃນໂລກ ທີ່ໃນທີ່ສຸດຈະ
ກັບຄືນສູ່ບ້ານ ແລະ ເຮັດສິ່ງທີ່ໂຫດຮ້າຍຕ່າງໆຢູ່ຫັ້ນ, ແລ້ວພວກທ່ານກໍຈະບັນລະ
ຍາຍໄດ້ ເຖິງເຫດການທີ່ມີຄວາມຮຸນແຮງກວ່າ ແລະ ນັ້ນເປັນສິ່ງທີ່ກຸ່ມດັ່ງກ່າວຢາກ
ຈະເຜີຍແຜ່.”

ວິດີໂອດັ່ງກ່າວ ໄດ້ເຮັດໃຫ້ສຳນຶກເຫັນການປະຫັດປະຫານໂດຍ ປັກກິ່ງ ຕໍ່ຊົນເຜົ່າມຸສ
ລິມກຸ່ມນ້ອຍ ວີເກີ ໃນແຂວງ Xinjiang ທີ່ຕັ້ງຢູ່ພາກຕາເວັນຕົກຂອງປະເທດ. ຈີນ ຄວບຄຸມການເຂົ້າເຖິງພາກພື້ນດັ່ງກ່າວຢ່າງເຄັ່ງຄັດ ຈຶ່ງເຮັດໃຫ້ຢືນຢັນລາຍງານການ
ໂຈມຕີໃສ່ສະຖານທີ່ດັ່ງກ່າວ ໄດ້ຍາກ.

ທ່ານ Pantucci ກ່າວວ່າ “ໃນປີນີ້ ມາຮອດດຽວນີ້ ມີການໂຈມຕີ ທີ່ສາມາດເກີດຂຶ້ນ
ໄດ້ຢ່າງໜ້ອຍສອງຄັ້ງ ແລະ ໄດ້ມີເຫດການຜິດປົກກະຕິອື່ນໆຈຳນວນໜຶ່ງເກີດຂຶ້ນ.
ແລະ ພວກເຮົາກໍໄດ້ເຫັນຜູ້ປົກ ຄອງແຂວງ Xinjiang ທຳການຫ້າມກິດຈະກຳຕ່າງໆ
ແລະ ໄດ້ເພີ່ມການມີໜ້າຮັກສາຄວາມປອດໄພໃນພາກພື້ນຢ່າງເຫັນໄດ້ຊັດ ເຊິ່ງທັງ
ໝົດນັ້ນໄດ້ເຮັດໃຫ້ຮູ້ວ່າ ຈີນ ແມ່ນເປັນຫ່ວງ ກ່ຽວກັບ ບັນຫາຕ່າງໆທີ່ກ່ຽວພັນກັບ
ລັດທິກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງຍິ່ງຂຶ້ນ, ແລະ ເຫັນໄດ້ຢ່າງຊັດເຈນວ່າ
ພວກ IS ແມ່ນສ່ວນໜຶ່ງຂອງພາບນັ້ນ.”

ພວກລັດອິສລາມອາດຈະເປັນສັດຕູໂດຍທົ່ວໄປ, ແຕ່ມັນກໍບໍ່ມີການປະສານງານກັນ
ລະຫວ່າງ ຈີນ ກັບພັນທະມິດທົ່ວໂລກທີ່ຕໍ່ສູ້ກັບກຸ່ມດັ່ງກ່າວຫຼາຍປານໃດ, ອີງຕາມການ
ກ່າວຂອງນັກວິເຄາະ ທ່ານ Mathieu Duchatel ຜູ້ທີ່ໄດ້ລົມກັບວີໂອເອທາງ Skype
ຈາກນະຄອນຫຼວງ ປາຣີ.

ທ່ານ Mathieu Duchatel ຈາກສະພາ ຢູໂຣບ ຮັບຜິດຊອບ ກ່ຽວ ກັບ ການພົວພັນ
ຕ່າງປະເທດກ່າວວ່າ “ຈີນ ຢາກໄດ້ການສະໜັບສະ ໜູນຈາກບັນດາປະເທດຕາເວັນ
ຕົກ ກ່ຽວກັບ ນະໂຍບາຍຂອງພວກ ເຂົາເຈົ້າໃນແຂວງ Xinjiang. ຈີນ ພິຈາລະນາ
ວ່າ ຄວາມພະຍາຍາມ ຕໍ່ຕ້ານການກໍ່ການຮ້າຍທີ່ກຳລັງປະຕິບັດຢູ່ໃນແຂວງ
Xinjiang ປັດຈຸບັນນີ້ ບໍ່ໄດ້ຖືກຮັບຮອງເອົາໂດຍບັນດາປະເທດຕາເວັນຕົກ, ແລະ ການຕອບສະໜອງໃນ ຢູໂຮບ ຢ່າງໜ້ອຍກໍແມ່ນວ່າ ຂາດຄວາມໂປ່ງໃສ.”

ໃນຕົ້ນເດືອນນີ້, ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໄດ້ເປັນເຈົ້າ ພາບຕ້ອນຮັບບັນ
ດາຜູ້ນຳຂອງຊົນເຜົ່າກຸ່ມນ້ອຍໃນ ປັກກິ່ງ ເພື່ອສົ່ງເສີມພາບພົດຂອງຄວາມສາມັກຄີ
ຂອງບັນດາຊົນເຜົ່າ. ແຕ່ກຸ່ມສິດທິມະນຸດ ໄດ້ກ່າວຫາ ຈີນ ວ່າບຽດບຽນປະຊາຊົນ
ຊົນເຜົ່າ ວີເກີ. ຈີນ ໄດ້ຕອບໂຕ້ຄືນ ດ້ວຍການກ່າວຫາປະເທດຕາເວັນຕົກວ່າໃຊ້ມາດ
ຕະຖານສອງໜ້າ.

ທ່ານ Mathieu Duchatel ກ່າວວ່າ “ລັດທິກໍ່ການຮ້າຍ,​ ລັດທິຫົວ ຮຸນແຮງ ແລະ ລັດທິແບ່ງແຍກ ໄດ້ຖືກຈັດໃຫ້ຢູ່ໃນປະເພດດຽວກັນ."

ຈີນ ໄດ້ຮັບຮອງກົດໝາຍໃໝ່ທີ່ອະນຸຍາດໃຫ້ສົ່ງທະຫານໄປຕ່າງປະເທດ ໃນການປະ ຕິບັດພາລະກິດຕໍ່ຕ້ານການກໍ່ການຮ້າຍ. ແຕ່ການເຮັດວຽກຄຽງຂ້າງທັງກອງກຳລັງປະ
ເທດຕາເວັນຕົກ ຫຼື ຣັດເຊຍ ຕໍ່ຕ້ານພວກລັດອິສລາມນັ້ນ ເບິ່ງຄືວ່າຈະບໍ່ເກີດຂຶ້ນ.

ທ່ານ Mathieu Duchatel ກ່າວວ່າ "ວິທີດຳເນີນການຕໍ່ຄວາມສ່ຽງກັບພວກກໍ່ການ ຮ້າຍທີ່ມີມາດົນນານສຳລັບ ຈີນ ກໍຄືຫຼີກລ່ຽງການດຶງ ດູດຄວາມສົນໃຈຫຼາຍໂພດ
ແລະ ການກາຍເປັນເປົ້າໝາຍ.”

ທ່ານ Duchatel ກ່າວວ່າ ວິທີການນັ້ນອາດມີການປ່ຽນແປງ ເວລາປະຊາຊົນ ຈີນ ມີຄວາມສ່ຽງຕໍ່ການກໍ່ການຮ້າຍຢູ່ໃນທົ່ວໂລກຫຼາຍຂຶ້ນ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG