ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

10 ຄົນ ເສຍຊີວິດໃນເຫດ ນໍ້າຖ້ວມບໍ່ຖ່ານຫິນ ທີ່ຈີນ


ໜ່ວຍກູ້ໄພ ກໍາລັງຊ່ວຍຊີວິດ ຄົນງານບໍ່ຖ່ານຫິນ ອອກມາຈາກບໍ່, ວັນທີ 30 ສິງຫາ 2011.
ໜ່ວຍກູ້ໄພ ກໍາລັງຊ່ວຍຊີວິດ ຄົນງານບໍ່ຖ່ານຫິນ ອອກມາຈາກບໍ່, ວັນທີ 30 ສິງຫາ 2011.

ອຸບັດເຫດທີ່ບໍ່ຖ່ານຫິນອີກບັ້ນນຶ່ງໃນຈີນ ​ໄດ້ຍັງຜົນໃຫ້ຄົນງານເສຍຊີວິດ 10 ຄົນ ທີ່ແຂວງ Sichuan ທາງກໍ້າຕາເວັນຕົກສຽງໃຕ້ຂອງຈີນ.

ອົງການຂ່າວຊິນຫົວ ຂອງທາງການຈີນເວົ້າວ່າ ຄົນງານບໍ່ຖ່ານຫິນສອງ ຄົນຍັງຫາຍສາບ ສູນຢູ່ບໍ່ຖ່ານຫິນ Zengjiagou ທີ່ເມືອງ Dazhou ຊຶ່ງ ໄດ້ຖືກນໍ້າຖ້ວມເມື່ອວັນຈັນຜ່ານມາ.

ເຈົ້າຂອງບໍ່ຖ່ານຫິນດັ່ງກ່າວ ພ້ອມດ້ວຍຜູ້ຈັດການດ້ານຄວາມປອດໄພ ​ໄດ້ຖືກຈັບກຸມ.

ເມື່ອວັນອັງຄານຜ່ານມານີ້ ໜ່ວຍກູ້ໄພສຸກເສີນ ໄດ້ຊ່ວຍຊີວິດພວກຄົນ ງານ 22 ຄົນຈາກ ບໍ່ຖ່ານ​ຫີນທີ່ດໍາເນີນການຢ່າງຜິດກົດໝາຍ ຢູ່​ໃກ້ໆ ເມືອງ Qitaihe ກໍ້າຕາເວັນອອກສຽງ ເໜືອຂອງປະເທດ. ຍັງ​ມີຄົນງານບໍ່ ແຮ່ອີກສາມຄົນຖືກທັບຖົມຢູ່ໃຕ້ພື້ນດິນ ນັບຕັ້ງແຕ່ບໍ່ແຮ່ ດັ່ງກ່າວຖືກນໍ້າຖ້ວມ ເມື່ອ 10 ມື້ຜ່ານມາ ແລະ ລາຍງານຫລາຍກະແສຈາກບ່ອນເກີດເຫດ ເມື່ອວັນສຸກຜ່ານມານີ້ນີ້ ​ເວົ້າວ່າ ພວກເຂົາເຈົ້າບໍ່ຄາດວ່າຈະມີຜູ້​ໃດ ​ລອດຊີວິດ.

XS
SM
MD
LG