ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ທົດລອງ ເຮືອບິນ ບໍ່ມີຄົນຂັບ ທີ່ເຣດ້າ ຈັບບໍ່ໄດ້


ຮູບເຮືອບິນບໍ່ມີຄົນຂັບລຳນຶ່ງ ທີ່ພວມບິນຢູ່ໃກ້ໆ ກັບໝູ່ເກາະ ທີ່ຍີ່ປຸ່ນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ໃນເຂດທະເລຈີນຕາເວັນອອກ ທີ່ຖ່າຍໂດຍກອງກຳລັງປ້ອງກັນໂຕ ທາງອາກາດ ຂອງຍີ່ປຸ່ນ ຊຶ່ງນຳອອກເຜີຍແຜ່ ໂດຍກະຊວງປ້ອງກັນປະເທດ (9 ກັນຍາ 2013)
ຮູບເຮືອບິນບໍ່ມີຄົນຂັບລຳນຶ່ງ ທີ່ພວມບິນຢູ່ໃກ້ໆ ກັບໝູ່ເກາະ ທີ່ຍີ່ປຸ່ນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ໃນເຂດທະເລຈີນຕາເວັນອອກ ທີ່ຖ່າຍໂດຍກອງກຳລັງປ້ອງກັນໂຕ ທາງອາກາດ ຂອງຍີ່ປຸ່ນ ຊຶ່ງນຳອອກເຜີຍແຜ່ ໂດຍກະຊວງປ້ອງກັນປະເທດ (9 ກັນຍາ 2013)
ຈີນກ່າວວ່າ ຕົນໄດ້ປະສົບກັບຄວາມສຳເລັດ ໃນການທົດລອງບິນ
ເປັນເທື່ອທຳອິດ ຂອງເຮືອບິນບໍ່ມີຄົນຂັບ ທີ່ເຣດ້າຈັບບໍ່ໄດ້.

ໃນມື້ວັນສຸກວານນີ້ ສື່ມວນຊົນຂອງທາງການຈີນ ໄດ້ນຳອອກເຜີຍ
ແຜ່ຮູບພາບແລະວີດີໂອຂອງເຮືອບິນບໍ່ມີຄົນຂັບທີ່ຮູບຮ່າງພຽວລົມ
ປີກສາມຫຼ່ຽມ ທີ່ເອີ້ນວ່າ “ດາບຄົມ” ຫຼື “Sharp Sword”.

ສື່ມວນຊົນລາຍງານວ່າ ການທົດລອງບິນ ເປັນເວລາ 20 ນາທີມີ
ຂຶ້ນໃນຕອນບ່າຍ ຂອງວັນພະຫັດຜ່ານມາ ໃນເຂດພາກຕາເວັນ
ຕົກສຽງໃຕ້ຂອງຈີນ.

ນອກນັ້ນແລ້ວ ປັກກິ່ງຍັງໄດ້ພັດທະນາເຮືອບິນລົບເຣດ້າຈັບບໍ່ໄດ້ທີ່ມີຄົນຂັບ 2 ຊະນິດແລະ ໃນປີກາຍ ຈີນໄດ້ນຳເອົາກຳປັ່ນບັນທຸກເຮືອບິນລຳນຶ່ງ ເຂົ້າປະຈຳການ.

ໃນເດືອນກັນຍາຜ່ານມາ ເຮືອບິນບໍ່ມີຄົນຂັບລຳນຶ່ງ ໄດ້ຕົກເປັນຈຸດໃຈກາງຂອງຂອງໂຕ້ຖຽງ ລະຫວ່າງຈີນແລະຍີ່ປຸ່ນ ເວລາເຮືອບິນບໍ່ມີຄົນຂັບລຶກລັບລຳນີ້ ໄດ້ບິນເຂົ້າໄປໃກ້ໆໝູ່ເກາະ ທີ່ຍັງມີການຂັດແຍ້ງ ທີ່ຍີ່ປຸ່ນເອີ້ນວ່າ Senkaku ແລະເອີ້ນກັນວ່າໝູ່ເກາະ Diaoyu ໃນຈີນ.

ລຸນຫຼັງທີ່ໄດ້ເກີດເຫດການດັ່ງກ່າວ ຍີ່ປຸ່ນໄດ້ໃຫ້ການອະນຸມັດ ຕໍ່ແຜນການທີ່ຈະຍິງທຳລາຍ ເຮືອບິນບໍ່ມີຄົນຂັບຂອງຕ່າງປະເທດໃດໆກໍຕາມທີ່ໄດ້ບິນເຂົ້າໄປໃນເຂດອາກາດຂອງຍີ່ປຸ່ນ. ຈີນໄດ້ຖະແຫຼງຕອບ ໂດຍກ່າວວ່າ ການໂຈມຕີຕໍ່ເຮືອບິນຂອງຕົນ ແມ່ນຈະຖືວ່າເປັນການກໍ່ ສົງຄາມແລະຕົນກໍຈະຕອບໂຕ້ຄືນ.

ຈີນໄດ້ເພີ້ມການໃຊ້ຈ່າຍທາງດ້ານທະຫານຂອງຕົນຂຶ້ນເປັນລຳດັບ ໃນໄລຍະສອງສາມທົດ ສະວັດຜ່ານມານີ້ ແຕ່ເຖິງຢ່າງໃດກໍຕາມຈີນ ແມ່ນຍັງຫ່າງໄກສະຫະລັດຢູ່ ກ່ຽວກັບການໃຊ້ ຈ່າຍໃນດ້ານປ້ອງກັນປະເທດ.
XS
SM
MD
LG