ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຈັດກອງປະຊຸມ ວ່າດ້ວຍຄວາມປອດໄພ ໃນແມ່ນໍ້າຂອງ


ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ລ່ອງຂຶ້ນ-ລົງຕາມລໍາແມ່ນໍ້າຂອງ
ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ລ່ອງຂຶ້ນ-ລົງຕາມລໍາແມ່ນໍ້າຂອງ














ບັນດາ​ເຈົ້າ​ໜ້າ​ທີ່ຈາກ 4 ປະ​ເທດ​ແຄມ​ແມ່​ນໍ້າຂອງ ​ພົບ​ປະກັນ​ຢູ່ທີ່​ກຸງ​ປັກ​ກິ່ງ​ໃນ​ວັນ​ຈັນ​ມື້​ນີ້​ ເພື່ອ​ສ້າງ​ຕັ້ງ​ກົດເກນ​ຕ່າງໆ​ໃນ​ດ້ານ​ຄວາມ​ປອດ​ໄພ​ຮ່ວມ​ກັນ​ໃນ​ບໍລິ​ເວນບ່ອນ​ທີ່​ມີ​ການໂຈມ​ຕີ​ທີ່ໄດ້​ສັງຫານລູກ​ເຮືອ​ຈີນ 13 ຄົນ​ໃນ​ເຮືອ​ 2 ລໍາ​ ທີ່​ແລ່ນ​ຕາມ​ລໍາ​ແມ່​ນໍ້າຂອງ​ໃນ​ຕົ້ນ​ເດືອນ​ນີ້.

ທ່ານ Meng Jiangzhu ລັດຖະມົນຕີ​ຄວາມ​ປອດ​ໄພ​ສາທາລະນະ​ຂອງຈີນ​ໄດ້​ເປັນ​ເຈົ້າ​ພາບ​ຈັດການ​ພົບ​ປະກັນ​ດັ່ງກ່າວ ຊຶ່ງ​ມີ​ພວກ​ເຈົ້າ​ໜ້າ​ທີ່ລະດັບ​ສູງ​ມາ​ຈາກ​ມຽນມາ​ ສປລາວ ​ແລະ​ໄທ​ ມາ​ຮ່ວມ​ນໍາ​.

ທ່ານ Meng ກ່າວ​ວ່າ ພວກ​ປະ​ເທດ​ເຫລົ່າ​ນີ້​ຈະ​ຈັດ​ຕັ້ງ​ລະ​ບຽບການ​ແລກປ່ຽນ​ຂ່າວ​ຂໍ້​ມູນ​ລັບ​ແລະ​ທໍາ​ການ​ລາດ​ຕາ​ເວນ​ຮ່ວມ​ກັນ​ຕາມ​ລໍາແມ່​ນໍ້າຂອງ​ນັ້ນ.

ພວກ​ລູກ​ເຮືອ​ຈີນ​ໄດ້​ຖືກ​ສັງຫານ​ໃນ​ວັນ​ທີ 6 ​ເດືອນ​ນີ້ ​ໃນ​ເຂດ​ສາມຫລ່ຽມ​ຄໍາ ທີ່​ເປັນ​ເຂດຊາຍ​ແດນ​ທີ່​ມີ​ຊື່​ສຽງ​ໂດ່ງດັງຍ້ອນ​ການ​ເຄື່ອນ​ໄຫວຂອງກຸ່ມ​ແກ໊ງລັກລອບ​ຄ້າ​ຢາ​ເສບ​ຕິດ​. ພວກ​ເຈົ້າ​ໜ້າ​ທີ່​ໄດ້​ພັບ​ເຫັນ​ຢາ​ບ້າ​ຈໍານວນ​ຫລາຍ​ກວ່າ 9 ​ແສນ​ເມັດ​ ຢູ່ໃນ​ເຮືອ​ລໍາ​ນຶ່ງ​ທີ່ຖືກ​ຈີ້​ນັ້ນ.

ທາງ​ການ​ຈີນ​ແລະ​ໄທ​ປະກາດໃຫ້​ຮູ້​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ທະຫານ​ໄທ9 ຄົນ​ໄດ້​ຍອມ​ຈໍານົນ​ ຫລັງ​ຈາກ​ຖືກ​ຊີ້​ໂຕວ່າ​ເປັນຜູ້​ຕ້ອງ​ສົງ​ໄສ​ໃນ​ການ​ຄາດ​ຕະກໍາ​ພວກ​ລູກ​ເຮືອ​ຈີນເຫລົ່ານັ້ນ.

ທາງ​ເຈົ້າ​ໜ້າ​ທີ່​ຈີນ​ກໍາລັງ​ກົດ​ດັນໃຫ້​ມີ​ການ​ດໍາ​ເນີນ​ຄະດີພວກ​ທະຫານໄທ​ເຫລົ່າ​ນີ້ໂດຍ​ໄວ ​ແລະ​ໃຫ້​ມີ​ການ​ລົງ​ໂທດ​ຢ່າງ​ໜັກ​ ຖ້າ​ທາງ​ສານ​ຕັດສິນ​ວ່າພວກ​ເຂົາ​ມີ​ຄວາມ​ຜິດ​ແທ້​.

XS
SM
MD
LG