ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ​ ເປັນຜູ້​​ໄກ່​ເກ​ຍ ການເຈລະຈາ ສັນຕິພາບ ໃນຊູແດນໃຕ້


ທ່ານ Wang Yi (ຊ້າຍ), ທ່ານ Tedros Adhanom (ຂວາ), ອະດີດລັດຖະມົນຕີຕ່າງປະເທດ Ethiopia ແລະທ່ານ Ali Karti (ກາງ)
ທ່ານ Wang Yi (ຊ້າຍ), ທ່ານ Tedros Adhanom (ຂວາ), ອະດີດລັດຖະມົນຕີຕ່າງປະເທດ Ethiopia ແລະທ່ານ Ali Karti (ກາງ)

ຈີນ​ໄດ້​ທຳການໄກ່​ເກ​ຍການເຈລະຈາ ​ລະຫວ່າງພັກຝ່າຍທີ່ເປັນ
ປໍລະປັກຂອງຊູ​ແດນ​ໃຕ້ ແລະ​ກໍ ໄດ້​ຮັບການໃຫ້ຄຳໝັ້ນສັນຍາ
ຈາກພັກຝ່າຍຕ່າງໆວ່າ ຈະເລັ່ງລັດຂັ້ນ​ຕອນ​ການສ້າງສັນຕິພາບ
ຂອງປະເທດ.

​ເຈົ້າ​ໜ້າ​ທີ່​ຂອງ​ຊູ​ແດນ​ໃຕ້ ກ່າວ​ວ່າ ທັງ​ສອງ​ຝ່າຍແມ່ນ​ໄດ້​ຕົກ​ລົງ
ກັນ​ໃນ​ນະຄອນ Khartoum ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອເລັ່ງລັດ
ການ​ເຈລະຈາ ​ໃນ​ການ​ປະກອບລັດຖະບານ​ໄລຍະ​ຂ້າມ​ຜ່ານ
​ແລະ​ແລະດຳເນີນງານເພື່ອ​ຍຸຕິ​ສະພາບ​ການ​ເປັນປໍລະປັກກັນ​ນັ້ນ.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຂອງ​ຊູ​ແດນ ທ່ານ Ali
Karti ກ່າວ​ວ່າ ການ​ເຈລະຈາ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ລິເລີ້ມ​ໂດຍຄູ່​ຕຳ​ແໜ່​ງຝ່າຍຈີນ ທ່ານ Wang Yi ຜູ້​ຊຶ່ງ​ທຳ​ການ​ຢ້ຽງຢາມ​ນະຄອນ Khartoum ​ເມືອງ​ຫຼວງ​ຂອງຊູ​ແດນ​ ​ໃນ​ຂະນະ​ນີ້.

ການ​ປະຊຸ​ມ ມີ​ຂຶ້ນ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ວາງ​ແຜນ​ໂດຍ ກຸ່ມ​ພາກ​ພື້ນ​ໃນເຂດອາຟຣິກາ
​ຕາ​ເວັນ​ອອກ ທີ່​ເອີ້ນວ່າ IGAD ຢູ່ທີ່​ອີ​ຕີ​ໂອ​ເປຍ ​ໃນ​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້ ທີ່​ມີ​ເປົ້າ​ໝາຍ​ເພື່ອ​ຍຸຕິ​ການ​ສູ້​ລົບ​ກັນ​ໃນຊູ​ແດນ​ໃຕ້.

ຈີນ ​ແມ່ນ​ໄດ້​ລົງທຶນ​ຢ່າງ​ຫຼວງ​ຫຼາຍ​ໃນການ​ຜະລິດ​ນ້ຳມັນ​ໃນຊູ​ແດນ​ໃຕ້ ​ແລະ​ໄດ້​ສົ່ງ​ກອງ​ກຳ ລັງ ສູ້ລົບໄປຊ່ອຍ ທີ່​ເປັນ​ພາກສ່ວນ​ນຶ່ງ​ຂອງ​ກຳລັງຮັກສາ​ສັນຕິພາບຂອງ​ອົງການ​ສະຫະ​ປະຊາ​ຊາດ ​ຢູ່ໃນ​ປະ​ເທດ​ດັ່ງກ່າວ.

​ໃນ​ວັນ​ອາທິດ​ແລ້ວ​ນີ້ ທ່ານ Wang ​ໄດ້ກ່າວ​ປົກ​ປ້ອງ ໃນ​ຄວາມ​ພະຍາຍາມ​ໄກ່​ເກ​ຍຂອງຈີນ​
ໃນຊູ​ແດນ​ໃຕ້. ທ່ານ​ໄດ້​ກ່າວ​ວ່າ ການ​ໄກ່​ເກ​ຍນີ້ ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ມະຫາ​ອຳນາດ
ຂອງ​ໂລກ ບໍ່​ແມ່ນ​ແຕ່​ວ່າ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຈີນ​ພຽງ​ລຳພັງ.

ຊູ​ແດນ​ໃຕ້ ​ໄດ້​ປະສົບ​ກັບກາ​ນສູ້​ລົບ​ກັນ​ທີ່​ບື​ດຍາວ​ນານ​ກວ່າ​ປີ​ນຶ່ງ ລະຫວ່າ​ງ ກອງ​ກຳລັງ​ທີ່​ຈົງ​ຮັກ​ພັກດີ​ກັບ​ປະທານາທິບໍດີ ທ່ານ Salva Kiir ​ແລະ​ພວກ​ທີ່​ຈົງ​ຮັກ​ພັກດີ​ກັບ ອະດີດ​ຮອງ​ປະທາ​ນາ​ທິບໍດີ ທ່ານ Riek Machar. ການສະໜັບສະໜຸນນັ້ນ​ແມ່ນ​ເປັນໄປຕາມເສັ້ນສາຍ
ຂອງ​ກຸ່ມ​ຊົນ​ເຜົ່າ ​ໂດຍ​ທີ່ພວກຊົນ​ເຜົ່າ Dinka ສະໜັບສະໜຸນ​ປະທານາທິບໍດີ ​ແລະຊົນ​ເຜົ່າ Nuer ​ສະໜັບສະໜຸນ ທ່ານ Machar.

XS
SM
MD
LG