ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສື່ມວນຊົນຂອງທາງການຈີນ ຮຽກຮ້ອງບໍ່ໃຫ້ຊື້ ສິນຄ້າເກົາຫລີໃຕ້


Chinese Media Call for Boycott of South Korean Goods
please wait

No media source currently available

0:00 0:02:16 0:00

​ສື່ມວນ​ຊົນ​ຂອງ​ທາງ​ການຈີນ​ ກຳລັງ​ຮຽກຮ້ອງ​ໃຫ້​ມີການ​ລົງ​ໂທດ ແລະ​ບໍ່​ໃຫ້ຊື້​ສິນຄ້າ
ເກົາຫລີ​ໃຕ້ ຫລັງ​ຈາກ​ກຸ່ມບໍລິສັດ​ຂອງເກົາຫລີ​ໃຕ້ ​ໄດ້​ໃຫ້ການ​ອະນຸ ມັດຕໍ່​ຂໍ້​ຕົກລົງ
​ແລກປ່ຽນ​ດິນຢູ່ໃນ​ປະ​ເທດ​ເພື່ອແ​ຜ້ວ​ທາງ​ໄປ​ສູ່​ການ​ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ລູກ​ສອນ
​ໄຟ​ທີ່ເປັນ​ບັນຫາ​ໂຕ້​ແຍ້​ງຂອງ​ສະຫະລັດ. ຈີນ​ຈະ​ດຳ​ເນີນ​ການແບບ​ໃດ ​ເພື່ອລົງ​ໂທດ
​ເກົາຫລີ​ໃຕ້ ໂດຍປາດ​ສະ​ຈາກກາ​ນສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່ເສດຖະກິດຂອງຕົນ
​ແມ່ນ​ພວມພິສູດ​ໃຫ້ເຫັນ​ຢູ່​ແລ້ວ​ວ່າ ເປັນເລື່ອງ​ທີ່​ມີ ຄວາມ​ຫຍຸ້ງຍາກ​ຢູ່ແລ້ວ​ນັ້ນ ​ແລະ
ນັກ​ຂ່າວ ວີ​ໂອ​ເອ Bill Idle ມີ​ລາຍ​ງານວ່າ ​ບໍ່​ແມ່ນ​ໝົດທຸກ​ຄົນ ​ເຫັນພ້ອມນຳ​ວ່າ ການ
​ບໍ່​ຊື້​ສິນຄ້າ​ນັ້ນ​ ເປັນ​ການ​ແກ້​ໄຂ​ທີ່​ດີ. ກິ່ງ​ສະຫວັນ ມີ​ລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້ ຈະ​
ນຳມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ກຸ່ມ​ບໍລິສັດ Lotte ມີ​ສາຂາ​ຫລາຍກວ່າ 150 ແຫ່ງຢູ່​ໃນ​ປະ​ເທດ​ຈີນ ຊຶ່ງ ຈຳນວນ​ນຶ່ງຄື
​ກັບ​ຕະຫລາດ​ຊູ​ເປີ້ມາກ​ເກັດ​ນີ້ຢູ່ທີ່​ນະຄອນຫລວງ​ປັກ​ກິ່ງ.

​ແຕ່​ວ່າບົດບາດ​ຂອງ​ບໍລິສັດ​ນີ້ຢູ່​ເກົາຫຼີ​ໃຕ້ ​ທີ່​ຈະຕິດ​ຕັ້ງລະ​ບົບຕໍ່ຕ້ານລູກ​ສອນ​ໄຟ​ ທີ່​ຍິງ
​ມາ​ໃນ​ລະດັບ​ສູງ ທີ່ເອີ້ນ​ວ່າ THAAD ນັ້ນ ມີ​ບາງ​ຄົນ​ພາກັນ​ກ່າວ​ວ່າ ​ເຖິງ​ເວລາ​ແລ້ວ ​
ທີ່​ຈະ​ຕ້ອງສະ​ແດງ​ໃຫ້​ບໍລິສັດ​ເຫັນປະຕູ​ທາງ​ອອກ​.

ຢູ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນຫລວງປັກ​ກິ່ງ ບາງ​ຄົນທີ່ເຫັນ​ພ້ອມ​ກັບ​ສື່​ມວນ​
ຊົນ​ລັດຖະບານ ​ທີ່​ຮຽກຮ້ອງ​ບໍ່​ໃຫ້​ຊື້​ສິນຄ້າ ​ຂອງບໍລິສັດ​ເກົາ​ຫລີ​ໃຕ້ ​ແລະ​ທຳ​ການລົງ
​ໂທດຕໍ່​ປະ​ເທດ​ດັ່ງກ່າວ.

​ນາງ Zheng Beijing ທີ່ຢູ່​ໃນ​ນະຄອນຫຼວງປັກ​ກິ່ງກ່າວ​ວ່າ “ຢູ່​ໃນ​ລະດັບ​ພື້ນຖານ
​ແລ້ວພວກ​ເຮົາ​ສາມາດ​ປະຕິ​ເສດ ​ບໍ່​ຊື້​ສິນຄ້າ​ເກົາຫລີ​ໃຕ້ ​ແລະ​ຜະລິດ​ຕະພັນ
ຕ່າງໆ ແລະຈຳກັດ​ການ​ເດີນ​ທາງ​ໄປ​ເກົາຫລີ​ໃຕ້. ສຳລັບ​ເລື່ອງ​ການ​ຄ້າ​ນັ້ນ ຂ້າ
ພະ
ເຈົ້າ​ຫວັງວ່າ ​ລັດຖະບານຈະ​ສາມາດກຳນົດ​ນະ​ໂຍບາຍ​ຈຳນວນ​ນຶ່ງ​ເພື່ອ​ລົງ​
ໂທດ​
ເກົາຫລີໃຕ້.”

ສຳ​ລັບປະຊາຊົນ​ບາງ​ຄົນ​ນັ້ນ ​ແນວໃດ​ກໍ​ດີ ຄວາມ​ຊົງ​ຈຳ​ຂອງ​ຈີນກ່ຽວ​ກັບ​ບັນຫາ​ໂຕ້​
ແຍ້​ງ​ເລື່ອງ​ເຂດ​ນໍ້າ​ແດນ​ດິນທີ່​ຝົດ​ເດືອດ​ກັບ​ຍີ່ປຸ່ນ​ໃນ​ປີ 2012 ນັ້ນ ​ຍັງຮູ້ສຶກ​ເປັນ​
ເລື່ອງທີ່​ໃໝ່ໆຢູ່. ​ເວລາ​ນັ້ນ​ໄດ້​ມີ​ການ​ຮຽກຮ້ອງບໍ່ໍ່​ໃຫ້ຊື້ສິນຄ້າ​ ແລະ​ການປະ​ທ້ວງ​ ຊຶ່ງ
ຈຳນວນ​ນຶ່ງ​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ.

ທ້າວ Peng ປະຊາຊົນ​ໃນ​ນະຄອນຫຼວງປັກ​ກິ່ງ ກ່າວ​ວ່າ ການ​ເມືອງ ​ແລະ​ທຸລະ​ກິດ
ເລື່ອງ​ທີ່​ຄວນ​ແຍກອອກ​ຈາກ​ກັນ ​ແລະ​ການ​ກະທຳ​ດັ່ງກ່າວ​ເຫັນ​ວ່າ​ບໍ່​ມີ​ຄວາມ​ຈຳ​
ເປັນຄື​ກັນ​ກັບ​ການ​ທີ່ຈີນ​ບໍ່​ຊື້​ສິນຄ້າ​ຍີ່ປຸ່ນ​ໃນອະດີດ​ທີ່​ຜ່ານ​ມາ. ​ເວລາ​ຊາວ​ຈີນ​ໄດ້
​ທຸບ​
ຕີ​ລົດ​ຍີ່ປຸ່ນ ​ໃນລະຫວ່າງ​ການ​ປະ​ທ້ວງປີ 2012 ນັ້ນ ​ເຂົາ​ເຈົ້າ​ໄດ້​ທຸບ​ຕີມ້າງ​ເພ​
ຊັບ
ສິນຂອງປະ​ຊາ​ຊົນ​ຈີນ​ເອງ.”

ນາງ Du ປະຊາ​ຊົນ​ໃນ​ນະຄອນຫລວງ​ປັກ​ກິ່ງ ກ່າວ​ວ່າ “ບໍ່​ວ່າຄວາມ​ສຳພັນມີຄວາມ
​ຂີ້​ຮ້າຍ​ຫລາຍປານໃດກັບ​ຍີ່ປຸ່ນ ມັນ​ຈະ​ບໍ່​ມີ​ຜົນ​ກະທົບ​ຕໍ່ຜະລິດ​ຕະພັນຫລື​ບັນດາ
​ບໍລິສັດ​ຂອງ​ຍີ່ປຸ່ນ ​ຢູ່​ໃນ​ປະ​ເທດ​ຈີນ. ການຮຽກຮ້ອງ​ໃຫ້​ມີ​ການ​ລົງ​ໂທດ​ຈະ​ບໍ່​ຊ່ວຍ

ແກ້​ໄຂ​ບັນຫາຫຍັງ​ໄດ້ ​ແລະ​ຂ້າ​ພະ​ເ​ຈົ້າຫວັງ​ວ່າ ບັນດາ​ຜູ້ນຳ​ຈີນ​ຈະ​ນຳ​ໃຊ້​ມາດ​
ຕະການ​ຈຳນວນ​ນຶ່ງ​ທີ່​ໄດ້ຜົນ.”

​ແຕ່​ແນວ​ໃດ​ກໍ​ຕາມ ການ​ປະ​ທ້ວງໄດ້​ເລີ້ມຂຶ້ນ​ແລ້ວ ຄື​ກັນກັບ​ການ​ປະ​ທ້ວງ​ນີ້ ​ຢູ່​ນອກ
​ຮ້ານ Lotte ​ທີ່​ເມືອງ Jilin ທາງພາກ​ຕາ​ເວັນ​ອອກສຽງເໜືອຂອງຈີນ.

ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່ໄປ​ສຳລັບ Lotte ​ແລະ​ຮ້ານ​ຄ້າ​ຕ່າງໆ​ຂອງ​ເກົາຫລີໃຕ້​ໃນ​ຈີນນັ້ນ
ມັນ​ຍາກ​ທີ່​ຈະ​ກ່າວ​ເຖິງ​ໄດ້.

​ໂຄງການ​ກໍ່ສ້າງ​ຂະໜາດ​ໃຫຍ່​ ຢູ່ທີ່​ເມືອງ Shenyang ​ເມືອງ​ເອກ​ຂອງ​ແຂວງ
Liaoning ໄດ້​ຖືກໂຈະ​ໄວ້ ຫລັງ​ຈາກບໍ່​ຜ່ານການກວດກາ ​ດ້ານຄວາ​ມປອ​ດ​ໄພກ່ຽວ
​ກັບເລື່ອງໄຟໄໝ້. ​ລະຫວ່າງ​ການ​ຢ້ຽມຢາມ​ຮ້ານ​ຄ້າດັ່ງກ່າວ​ໃນ​ວັນ​ເຮັດ​ການ ຫວ່າງ
​ມໍ່​ໆ​ມາ​ນີ້ ​ໄດ້​ພົບເຫັນວ່າມີລູກ​ຄ້າສອງສາມ​ຄົນ​ເທົ່າ​ນັ້ນ.

​ເມືອງ Shenyang ​ໄດ້​ປິດຄວາມ​ສຳພັນ​ທາງ​ດ້ານ​ທຸລະ​ກິດ​ກັບ​ເກົາຫລີ​ໃຕ້ ແລະ​ອັດ
ເຂດ​ຮ້ານ​ສິນຄ້າ​ໃຫຍ່ໆ​ຂອງ​ເກົາ​ຫລີ​ໃຕ້. ​ເຖິງ​ຢ່າງ​ໃດ​ກໍ​ດີ ຍັງມີຜູ້​ຄົນ​ຈຳນວນ​ນຶ່ງຢູ່​ທີ່​
ນັ້ນຍັງ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການຜິດ​ຖຽງ​ກັນຫລື​ຜົນ​ກະທົບ​ທີ່​ເກີດ​ຂຶ້ນ​ແກ່​ທຸລະ
​ກິດ ​ໂດຍ​ກ່າວ​ວ່າ ​ໃນ​ຂະນະ​ທີ່​ລັດຖະບານ​ ຕ້ອງ​ປະຕິບັດ​ໃນ​ສິ່ງ​ທີ່​ຈະ​ປະຕິບັດຢູ່​ແລ້ວ
ນັ້ນທຸລະ​ກິດກໍ​ຈະ​ດຳ​ເນີນ​ຢູ່​ອີກ​ຕໍ່​ໄປ ໂດຍ​ບໍ່​ກ່ຽວ​ວ່າ​ມີ​ຫຍັງ​ຈະເກີດ​ຂຶ້ນ.

XS
SM
MD
LG