ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຮັບມືກັບ ພາຍຸໃຕ້ຝຸ່ນ ຫົວທີ 2 ໃນຮອບ 3 ມື້


ຄື້ນທະເລ ຊັດເຂົ້າຊາຍຝັ່ງພາກເໜືອຂອງ ເກາະໃຕ້ຫວັນ ໃນຂະນະທີ່ພາຍຸໃຕ້ຝຸ່ນ Malakas ພວມເຄື່ອນໃກ້ເຂົ້າ ເມືອງ Yilan, ເກາະໃຕ້ຫວັນ, 17 ກັນຍາ, 2016.
ຄື້ນທະເລ ຊັດເຂົ້າຊາຍຝັ່ງພາກເໜືອຂອງ ເກາະໃຕ້ຫວັນ ໃນຂະນະທີ່ພາຍຸໃຕ້ຝຸ່ນ Malakas ພວມເຄື່ອນໃກ້ເຂົ້າ ເມືອງ Yilan, ເກາະໃຕ້ຫວັນ, 17 ກັນຍາ, 2016.

ການອະນາໄມບ້ານເມືອງໄດ້ສືບຕໍ່ມີຂຶ້ນໃນແຂວງ Fujian ແລະ Zhejiang ທີ່ຕັ້ງຢູ່ພາກ ຕາເວັນອອກຂອງ ຈີນ ຫຼັງຈາກໄດ້ເກີດດິນເຈື່ອນຈາກພາຍຸໃຕ້ຝຸ່ນ Meranti ທີ່ມີຄວາມ ຮຸນແຮງໃນວັນພະຫັດທີ່ຜ່ານມາ, ແຕ່ພາກພື້ນດັ່ງກ່າວກໍຍັງເຕືອນໃຫ້ມີຄວາມລະມັດລະ ວັງໃນຂະນະທີ່ພາຍຸໃຕ້ຝຸ່ນ Malakas ເຄື່ອນໃກ້ເຂົ້າມາ.

ອົງການຂ່າວ AP ໄດ້ລາຍງານວ່າ ມີປະຊາຊົນຢ່າງໜ້ອຍ 13 ຄົນເສຍຊີວິດຍ້ອນພາຍຸ Meranti ໃນ ຈີນ ແລະ ອີກ 14 ຄົນໄດ້ຫາຍສາບສູນໄປ. ນອກນັ້ນບ້ານເຮືອນຫຼາຍກວ່າ ລ້ານຫຼັງຂາດໄຟຟ້າໃຊ້.

ພາຍຸດັ່ງກ່າວໄດ້ເຮັດໃຫ້ປະຊາຊົນໃນ ເກາະໃຕ້ຫວັນ ເສຍຊີວິດ 2 ຄົນໃນຕົ້ນຂອງສັບປະ ດານີ້.

ໃນວັນເສົາວານນີ້, ພາຍຸໃຕ້ຝຸ່ນ Malakas ໄດ້ພັດຜ່ານຊາຍຝັ່ງພາກຕາເວັນອອກຂອງ ໃຕ້ຫວັນ, ເຮັດໃຫ້ຕ້ອງໄດ້ປິດຫ້ອງການຕ່າງໆ ແລະ ໂຮງຮຽນ ແລະ ການຄົມມະນາຄົມ ໃນນະຄອນຫຼວງ ໄທເປ ຕ້ອງຢຸດຊະງັກ. ແຕ່ບໍ່ມີການລາຍງານເຖິງຄວາມເສຍຫາຍຄັ້ງ ໃຫຍ່ແມ່ນ ກະທັ້ງທີ່ລົມພາຍຸໄດ້ພັດແຮງເຖິງ 200 ກິໂລແມັດຕໍ່ຊົ່ວໂມງກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG