ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຫາທາງໃໝ່ ໃນການແກ້ໄຂ ຄວາມຂັດແຍ້ງ ຢູ່ເຂດຊາຍແດນ ມຽນມາ


ປະຊາຊົນໃນທ້ອງຖິ່ນ ຂີ່ລົດຈັກຜ່ານດ່ານກວດຕຳຫຼວດ ໃນເມືອງ Maungdaw, ລັດ ຣາຄາຍ ຂອງ ມຽນມາ. 13 ຕຸລາ, 2016.
ປະຊາຊົນໃນທ້ອງຖິ່ນ ຂີ່ລົດຈັກຜ່ານດ່ານກວດຕຳຫຼວດ ໃນເມືອງ Maungdaw, ລັດ ຣາຄາຍ ຂອງ ມຽນມາ. 13 ຕຸລາ, 2016.

ການຕໍ່ສູ້ທີ່ຮຸນແຮງຂຶ້ນ ລະຫວ່າງ ພວກກຸ່ມກະບົດຊົນເຜົ່າ ແລະ ກອງກຳລັງລັດຖະບານ ໃນພາກເໜືອຂອງປະເທດ ມຽນມາ ໄດ້ບັງຄັບໃຫ້ປະຊາຊົນຫຼາຍພັນຄົນຕ້ອງຫຼົບໜີເຂົ້າ ໄປໃນແຂວງ ຢຸນໜານ ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ ຈີນ, ກໍ່ໃຫ້ປັກກິ່ງມີຄວາມເປັນຫ່ວງ ກ່ຽວກັບ ຄວາມປອດໄພຢູ່ເຂດຊາຍແດນ.

ການປະທະກັນ ແລະ ລາຍງານ ກ່ຽວກັບລູກປືນຈຳນວນ​ນຶ່ງ​ທີ່​ຖືກ​ຍິງ​ຫລົງ​ເຂົ້າ​ໄປ​ໃນເຂດ ແດນຂອງ ຈີນ ນັ້ນ, ໄດ້ກະຕຸ້ນໃຫ້ມີການໂຕ້ຖຽງກັນທາງອອນລາຍ, ​ໂດຍ​ທີ່ບາງຄົນຮຽກ ຮ້ອງໃຫ້ບັນດາເຈົ້າໜ້າທີ່ໃນ ຈີນ ເຮັດວຽກເພີ່ມເຕີມເພື່ອຊ່ວຍແກ້ໄຂບັນຫາຂັດແຍ້ງ ແລະ ໃຫ້ການຊ່ວຍເຫຼືອຕໍ່ຄວາມພະຍາຍາມ​ໃນ​ການ​ສ້າງຄວາມປອງດອງຊາດ ​ຢູ່ໃນ ມຽນມາ.

ບັນດານັກວິເຄາະໄດ້ກ່າວວ່າ ຍ້ອນຜົນປະໂຫຍດທາງ​ດ້ານ​ເສດຖະກິດຂອງ ຈີນ ທີ່ມີຢູ່ໃນ ຂົງເຂດ ທີ່​ເກີດ​ການຂັດແຍ້ງໃກ້ເຂດຊາຍແດນນັ້ນ, ມັນຈຶ່ງມີຂໍ້ຈຳກັດຫຼາຍຢ່າງ ຕໍ່ສິ່ງທີ່ສາ ມາດເຮັດໄດ້, ແຕ່ມັນກໍຍັງມີສັນຍານຈາກ ປັກກິ່ງ ເຊັ່ນກັນວ່າ ພວກເຂົາເຈົ້າອາດຈະຫາ ທາງໃໝ່ເພື່ອແກ້ໄຂ້ການຂັດແຍ້ງດັ່ງກ່າວ.

ໃນການຮັບ​ມື​ກັບຄວາມຮຸນແຮງນັ້ນ, ຈີນ ໄດ້ເຕືອນໃຫ້ທະຫານຂອງຕົນ​ກຽມພ້ອມ ແລະ ໄດ້ຮຽກຮ້ອງໃຫ້ຢຸດການປະຕິບັດການທາງທະຫານ​ໂດຍ​ທັນ​ທີ ເພື່ອຮັບປະກັນວ່າຄວາມ ໝັ້ນຄົງຕາມເຂດຊາຍແດນໄດ້ກັບຄືນສູ່ສະພາບປົກກະຕິ​ໂດຍໄວເທົ່າທີຈະໄວໄດ້. ນອກ​ນັ້ນ ຈີນ ຍັງໄດ້ກ່າວວ່າ ຕົນມີຄວາມເຕັມໃຈທີ່ຈະຫຼິ້ນບົດບາດ​ແບບ​ສ້າງສັນ​ໃນ​ຂັ້ນຕອນ ການ​ສ້າງສັນຕິພາບ​ໃນມຽນມາ ແລະ ຄວາມພະຍາຍາມໂດຍລັດຖະບານໃໝ່ທີ່ຈະແກ້ໄຂ ບັນຫາຂັດແຍ້ງ ກັບພວກຊົນເຜົ່າກຸ່ມນ້ອຍທີ່ມີມາຫຼາຍທົດສະວັດ​ແລ້ວນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG