ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ຍື່ນປະທ້ວງ ຫຼັງຈາກ ມຽນມາ ຖີ້ມລະເບີດ ເຮັດໃຫ້ 4 ຄົນ ເສຍຊີວິດ


ແຜນທີ່ຊາຍແດນ ມຽນມາ ແລະຈີນ
ແຜນທີ່ຊາຍແດນ ມຽນມາ ແລະຈີນ

ຈີນ ​ໄດ້​ຮຽກໂຕເອກ​ອັກຄະ​ລັດຖະທູດມຽນມາ ປະຈຳ​ປັກ​ກິ່ງ
ເຂົ້າ​ພົບ ​ແລະສົ່ງເຮືອບິນ​ລົບ​ອາຍພົ່ນໄປລາດຕະ​ເວນໃນເຂດ
​ຊາຍ​ແດນ ຫລັງ​ຈາກ​ລູກ​ລະ​ເບີດທີ່ໄດ້ຕົກລົງ​ມາ​ຈາກ​ເຮືອບິນ​
ລົບມຽນມາເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 4 ຄົນ​ຢູ່ຟາກຊາຍ​ແດນຂອງ
ຈີນ ​ແລະ​ອີກຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ່ານ Liu Zhemin ຮອງ​ລັດຖະມົນຕີ ຕ່າງປະ​ເທດຈີນ ​ໄດ້​ຮຽກ
ໂຕ​ເອກ​ອັກຄະ​ລັດຖະທູດມຽນມາ ທ່ານ Thit Linn Ohn ​ເຂົ້າ​
ພົບ ​ເພື່​ອຍື່ນການ​ປະ​ທ້ວງ.

ເຫດຮ້າຍດັ່ງກ່າວ​ໄດ້​ເກີດ​ຂື້ນ ​ໃນ​ຂະນະ​ທີ່​ມີ​ການ​ປະ​ທະ​ກັນ​ລະ​
ຫວ່າງ ທະຫານ​ມຽນມາ ​ແລະ​ພວກ​ກະບົດ​ຊົນ​ເຜົ່າ​ຈີນ ​ຍັງ​ດຳ​ເນີນ​ຢູ່​ຕໍ່ມາໃນເຂດ Kokang ຊຶ່ງ ​ເປັນ​ເຂດ​ພິ​ເສດປົກຄອງຕົນເອງ ໃນພາກເໜືອ​ມຽນມາ​ ທີ່ສ້າງຕັ້ງຂຶ້ນມາ ໃນປີ 1989.

ອົງການ​ຂ່າ​ວຊິນ​ຫົວ ຂອງທາງ​ກາ​ນຈີນ ກ່າວ​ວ່າ ລະ​ເບີດ​ໄດ້​ຕົກລົງ​ໃສ່ໄຮ່ສວນ​ອ້ອຍ ​ໃກ້​
ກັບ​ເມືອງ Lincang ໃນເຂດຊາຍ​ແດນ​ຂອງຈີນ​.

ທະຫານ​ມມຽນມາ ​ໄດ້​ປະກາດ​ກົດໄອ​ຍະ​ການ​ເສິກ ​ແລະ​ພາວະ​ສຸກ​ເສີນຢູ່​ໃນ​ຂົງ​ເຂດ​ພິ​
ເສດ Kokang ຊຶ່ງໄດ້ບັງ​ຄັບບ​ໃຫ້​ຫລາຍ​ພັນ​ຄົນຕ້ອງໄດ້​ພາກັນ​ຫລົບໜີ​ເຂົ້າ​ໄປແຂວງ
Yunnan ທາງພາກໃຕ້ຂອງປະ​ເທດ​ຈີນ.

ລັດຖະບານ​ມຽນມາ ​ໄດ້​ກ່າວ​ຫາ​ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນຂອງ​ຈີນ ​ແລະ​ຊົນກຸ່ມນ້ອຍ
ອຶ່ນໆ​ວ່າ ​ໃຫ້​ການ​ຊ່ວຍ​ເຫ​ລື​ອ​ແກ່​ພວກ​ກະບົດ ​ແລະ​ໄດ້​ຮ້ອງຂໍໃຫ້​ຈີນ​ຊ່ວຍ​ເຫລືອ ເພື່ອ​
ປ້ອງ​ກັນບໍ່ໃຫ້ມີການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ.

China Myanmar
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG