ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມທີ່ນຳພາໂດຍຈີນ ຈະເພີ້ມ ສະມັດຖະພາບ ໃຫ້ແກ່ ມະຫາວິທະຍາໄລ ເອເຊຍ


ໃນວັນທີ 1 ປີ 2009 ທີ່ເຫັນໃນພາບ ແມ່ນນັກເສດຖະສາດ ທ່ານ Ilham Tohti ກ່າວຕໍ່ບັນດານັກຮຽນ ທີ່ມະຫາວິທະຍາໄລ Central Nationalities University ໃນປັກກິ່ງ.
ໃນວັນທີ 1 ປີ 2009 ທີ່ເຫັນໃນພາບ ແມ່ນນັກເສດຖະສາດ ທ່ານ Ilham Tohti ກ່າວຕໍ່ບັນດານັກຮຽນ ທີ່ມະຫາວິທະຍາໄລ Central Nationalities University ໃນປັກກິ່ງ.

​ຈີນໄດ້​ຈັດ​ຕັ້ງ​ພັນທະ​ມິດ ມະຫາວິທະຍາ​ໄລ​ເອ​ເຊຍ ທີ່​ຈະເປັນ​ບ່ອນ​ເຕົ້າ​ໂຮມ​ຊັບພະ​ຍາ
ກ​ອນ ​ເພື່ອ​ຊ່ວຍສ້າງສະມັດ​ຖະພາບ ແລະຮັບ​ມື​ກັບ​ການ​ທ້າ​ທາຍ ທີ່​ເຂົາ​ເຈົ້າປະ​ເຊີນ​ໜ້າ
​ກັບ​ບັນດາ​ສະ​ຖາ​ບັນ​ການ​ສຶກສາປະ​ເທດຕາ​ເວັນ​ຕົກ ທີ່​ໄດ້​ດຶງດູດເອົາພວກນັກຮຽນແລະ
​ຄູ​ອາຈານ​ທີ່​ດີເລີດຢ່າງ​ຫລວງຫລາ​ຍອອກ​ໄປຈາກ​ເອ​ເຊຍ.

ສຳລັບ​ຈີນ​ແລ້ວ ຍັງ​ເປັນຄວາມ​ພະຍາຍາມ ​ທີ່​ຈະ​ຄົ້ວ​ເອົາທ່າ​ທີ ການເປັນ​ຜູ້ນຳ ​ຢູ່ໃນ
​ຫລາຍໆ​ດ້ານຂອງ​ຊີວິດຊາວ​ເອ​ເຊຍ ​ແລ​ະຊ່ວຍເສີມ​ຂະຫຍາຍ​ບົດບາດສາ​ກົນ​ຂອງ​
ຕົນ. ຈີນ​ໄດ້​ບັນ​ລຸ​ຜົນສຳ​ເລັດ ​ທີ່ຄ້າຍຄື​ກັນ ​ໃນ​ດ້ານ​ທະນາຄານ ​ເວ​ລາ​ຈີນນຳພາ 60
ກວ່າປະ​ເທດ ​ສ້າງຕັ້ງທະນາຄານ​ພັດທະນາການລົງທຶນໃນ​ດ້ານໂຄງລ່າງເອ​ເຊຍ​ໃນ
​ປີ 2014.

ຜູ້ຍິງຄົນນຶ່ງ ຂີ່ລົດຖີບຜ່ານປະຕູໂຂງ ມະຫາວິທະຍາໄລ Yangon ທີ່ເມືອງ Yangon ປະເທດ Myanmar.
ຜູ້ຍິງຄົນນຶ່ງ ຂີ່ລົດຖີບຜ່ານປະຕູໂຂງ ມະຫາວິທະຍາໄລ Yangon ທີ່ເມືອງ Yangon ປະເທດ Myanmar.

ປັດຈຸບັນນີ້ ປັກ​ກິ່ງ​ກຳລັງ​ຊອກ​ຫາ​ການ​ສະໜັບສະໜູນ​ຈາກ​ຫລາຍ​ສິບ​ປະ​ເທດ​ສຳລັບ​ໂຄງການສາຍພານ​ແລະ​ຫົນທາງ​ຂອງ​ຕົນ.

ການຈັດ​ຕັ້ງ​ໃໝ່ ກຸ່ມພັນທະ​ມິດ​ມະຫາວິທະຍາ​ໄລ​ເອ​ເຊຍ ຫຼື AUA ​ໄດ້​ເລີ້ມ​ຢູ່​ໃນ​ປັກ​ກິ່ງ ​ທີ່ມະຫາວິທະຍາ​ໄລ Tshinghua ທີ່​ມີ​ຊື່​ສຽງ ທີ່​ໄດ້​ເລືອກ​ເອົາ​ເປັນ​ປະທານ​ກຸ່ມ 15 ມະ
ຫາວິທະຍາ​ໄລ ​ຈາກ​ສິບ​ກວ່າ​ປະເທດ.

ພິທີ​ດັ່ງກ່າວ​ຈັດ​ຂຶ້ນ​ໃນ​ວັນ​ເສົາແລ້ວ​ໂດຍ ຮອງ​ປະທານ​ປະ​ເທດຂອງ​ຈີນ ທ່ານ Liu
Yandong ​ທີ່ໄດ້ກ່າວ​ເນັ້ນເຖິງຄວາມ​ສຳຄັນ​ຂອງ​ລັດຖະບານ​ຈີນ ທີ່​ໃຫ້​ແກ່​ກຸ່ມພັນທະ​
ມິດ​ມະຫາວິທະຍາ​ໄລ​ເອ​ເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG