ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ​ເປີດ​ຕົວ​ ກຳ​ປັ່ນ ບັນທຸກ​ເຮືອບິນ​ ລຳ​ທຳ​ອິດ ທີ່ຕົນສ້າງເອງ


​ກຳ​ປັ່ນບັນທຸກເຮືອບິນ ທີ່ສ້າງໃນປະເທດຈີນ ໃນພິທີເປີດຕົວ ທີ່ເມືອງທ່າ Dalian ແຂວງ Liaoning, ຈີນ, 26 ເມສາ, 2017.
​ກຳ​ປັ່ນບັນທຸກເຮືອບິນ ທີ່ສ້າງໃນປະເທດຈີນ ໃນພິທີເປີດຕົວ ທີ່ເມືອງທ່າ Dalian ແຂວງ Liaoning, ຈີນ, 26 ເມສາ, 2017.

ຈີນ ​ໄດ້​ເປີດ​ຕົວ​ກຳ​ປັ່ນບັນທຸກ​ເຮືອບິນ​ລົບ ລຳ​ທຳ​ອິດ ທີ່​ສ້າງ​ພາຍ​ໃນ​ປະ​ເທດ ຊຶ່ງ​ເປັນ​
ຂີດ​ໝາຍ ​ທີ່​ມີ​ຄວາມສຳຄັນ​ທາງ​ທະຫານ​. ກຳ​ປັ່ນ​ດັ່ງກ່າວ ຈະ​ເປັນກຳ​ປັ່ນ​ບັນທຸກ​ເຮືອ
ບິນ​ລຳ​ທີ 2 ຂອງກອງທັບ​ເຮືອ​ຈີນ ທີ່​ພວມ​ມີ​ການ​ຂະຫຍາຍຕົວຢ່າງ​ວ່ອງ​ໄວ​ນັ້ນ. ​

ນັກວິ​ເຄາະ ກ່າວ​ວ່າ ການເປີດ​ຕົວ​ຄັ້ງ​ນີ້​ແມ່ນ​ໄດ້​ເນັ້ນຢ້ຳ​ໃຫ້​ເຖິງ​ຄວາມ​ພະຍາຍາມ​ຂອງ ​
ຈີນ ທີ່​ຈະ​ສ້າງຄວາມ​ກ້າວໜ້າ ໃຫ້​ແກ່​ໂຄງການກຳ​ປັ່ນບັນທຸກເຮືອບິນ​ ຮວມເຖິງຄວາມ​
ທະ​ເຍີ​ທະຍານ ທີ່​ຈະ​ຂະຫຍາຍອຳນາດ ອອກ​ໄປ​ສູ່​ມະຫາ​ສະໝຸດ​ປາຊິ​ຟິກ​ແລະ​ມະຫາ
​ສະຫມຸດ​ອິນ​ເດຍ.

​ກຳ​ປັ່ນບັນທຸກ​ເຮືອບິນ​ລົບ Liaoning ພ້ອມທັງຝູງເຮືອບິນ ທີ່ທຳການຊ້ອມລົບໃນທະເລຈີນໃຕ້, ທັນວາ 2016.
​ກຳ​ປັ່ນບັນທຸກ​ເຮືອບິນ​ລົບ Liaoning ພ້ອມທັງຝູງເຮືອບິນ ທີ່ທຳການຊ້ອມລົບໃນທະເລຈີນໃຕ້, ທັນວາ 2016.

ທ່ານ Fan Changlong ຮອງ​ປະທານ ກຳມາ​ທິການ​ສູນ​ກາງ​ກອງທັບຂອງ​ຈີນ ທີ່ເປັນ​
ປະທານ​ໃນ​ພິທີ​ເປີດຕົວ ​ກຳປັ່ນ Shandong ​ໃນ​ວັນ​ພຸດ​ວານ​ນີ້ ທີ່ເມືອງ​ທ່າ​ Dalian
ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ. ມີ​ການ​ທັບຂວດ​ເຫຼົ້າ champagne ​
ໃສ່ຫົວ​ກຳ​ປັ່ນ ​ໃນ​ພິທີດັ່ງກ່າວ ແລະ​ລາຍ​ງານໂທລະພາບ​ລັດ​ຖະບານ ​ໄດ້​ສະ​ແດງ​ໃຫ້
​ເຫັນ​ວ່າ ​ກຳ​ປັ່ນ​ລຳ​ດັ່ງກ່າວ ຖືກ​ແກ່ຍ້າຍ​ອອກ​ຈາກ​ບ່ອນ​ທີ່​ກໍ່ສ້າງ​.

ສື່ມົນ​ຊົນ​ຂອງ​ລັດ​ຖະບານຈີນ ກ່າວ​ວ່າ ກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ນີ້ ​ໄດ້​ມີ​ການ​ຕິດຕັ້ງ​ຈັກ
ການ​ຄວບ​ຄຸມ ​ແລະ​ລະບົບ​ທີ່​ສຳຄັນອື່ນໆ ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ແຕ່​ຍັງ​ຈະ​ບໍ່​ເຂົ້າປະຈຳ​
ການ​ເທື່ອ ຈົນກວ່າ​ປີ 2020 ພຸ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG