ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພົບ 4 ສົບແລ້ວ ແຕ່ 79 ຄົນ ຍັງຫາຍສາບສູນ ໃນເຫດດິນເຈື່ອນ ຢູ່ທິເບດ (ວີດິໂອ)


ເຫດດິນເຈື່ອນທີ່ຮ້າຍແຮງຢູ່ທິເບດ ທີ່ເຮັດໃຫ້ 4 ຄົນເສຍຊີວິດ ແລະ 79 ຄົນ ຍັງຫາຍສາບສູນຢູ່.
ເຫດດິນເຈື່ອນທີ່ຮ້າຍແຮງຢູ່ທິເບດ ທີ່ເຮັດໃຫ້ 4 ຄົນເສຍຊີວິດ ແລະ 79 ຄົນ ຍັງຫາຍສາບສູນຢູ່.
ອົງການຂ່າວຂອງລັດຖະບານຈີນກ່າວວ່າ ພະນັກງານກູ້ໄພ
ໄດ້ຄົ້ນພົບອີກສາມສົບ ຊຶ່ງໄດ້ເຮັດໃຫ້ໂຕເລກຄົນເສຍຊີວິດ
ທີ່ໄດ້ຮັບການຢືນຢັນ ໃນເຫດດິນເຈື່ອນທີ່ຮ້າຍແຮງຢູ່ໃນທິ
ເບດນັ້ນ ເພີ້ມຂຶ້ນເປັນ 4 ຄົນໂດຍ ມີ 79 ຄົນທີ່ຍັງຫາຍສາບ
ສູນຢູ່ແລະຢ້ານວ່າ ເສຍຊີວິດແລ້ວ.

ອົງການຂ່າວ Xinhua ຂອງທາງການຈີນກ່າວວ່າ ສົບຂອງຜູ້ນຶ່ງ
ໄດ້ ຖືກຄົ້ນພົບໃນວັນເສົາວານນີ້, ນຶ່ງມື້ລຸນຫລັງທີ່ດິນໄດ້ເຈື່ອນ
ລົງຖົມຄົນງານ 83 ຄົນ ຢູ່ບໍ່ຄໍາແຫ່ງນຶ່ງ ປະມານ 70 ກິໂລແມັດ
ຫ່າງຈາກເມືອງ ຫລວງ Lhasa ຂອງທິເບດ ໄປທາງກໍ້າຕາເວັນ
ອອກ.

ພວກເຈົ້າໜ້າທີ່ກ່າວໃນວັນອາທິດມື້ນີ້ວ່າ ພວກກູ້ໄພໄດ້ໃຊ້ເຄື່ອງອຸປະກອນກົນຈັກໜັກ,
ເຄື່ອງມືຕ່າງໆ ແລະຮອດໃຊ້ມືຂອງເຂົາເຈົ້າຂຸດໄງ້ ຂີ້ດິນ ຈໍານວນຫລວງຫລາຍເຖິງ 2 ລ້ານແມັດກ້ອນ ທີ່ເຈື່ອນລົງມາ ປົກຄຸມເນື້ອທີ່ ປະມານ ສາມຕາລາງກິໂລແມັດ.

ການດຳເນີນຄວາມພະຍາຍາມເພື່ອຊອກຄົ້ນຫາພວກຄົນງານເຫຼົ່ານີ້ໄດ້ ປະສົບກັບອຸບ
ປະສັກ ຍ້ອນຍັງມີດິນເຈື່ອນທີ່ບໍ່ແຮງເກີດຂຶ້ນຢູ່ຕໍ່ມາໃນບໍລິເວນທີ່ມີຄວາມສູງ 4,600
ແມັດ ແລະອາກາດໜາວເຢັນ ທີ່ມີອຸນຫະພູມຕໍ່າກວ່າສູນອົງສາ. ອາກາດທີ່ເຢັນຈັດໄດ້ ສົ່ງຜົນກະທົບ ຕໍ່ດັງຂອງໝາສືບກິ່ນຊອກຄົ້ນຫາ.

ມີການສົ່ງພະນັກງານກູ້ໄພ 3 ພັນຄົນ ໄປຍັງເຂດທີ່ເກີດເຫດນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG