ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ດິນເຈື່ອນຢູ່ທາງ ພາກຕາເວັນຕົກ ສຽງເໜືອ ຂອງຈີນ ເຮັດໃຫ້ 19 ຄົນ ເສຍຊີວິດ


CHINA LANDSLIDE VO
please wait
Embed

No media source currently available

0:00 0:00:28 0:00

ເບິ່ງວີດີໂອ ລາຍງານ ດິນເຈື່ອນ ຢູ່ໃນຈີນ

ບັນດາ​ເຈົ້າໜ້າ​ທີ່​ຈີນ​ກ່າວ​ວ່າ ​ໄດ້​ເກີດດິນ​ເຈື່ອນ ຢູ່ໃນແຂ​ວງ
Shaanxi​ ​ທາງພາກຕາ​ເວັນ​ຕົກ​ສຽງ​ເໜືອຂອງປະ​ເທດ ​ເຮັດ​ໃຫ້
ຢ່າງ​ນ້ອຍ 19 ຄົນ ​ເສຍ​ຊີວິດ ​ແລະ ອີກ 2 ຄົນ​ໄດ້​ຮັບ​ບາດ​ເຈັບ.

ອົງການ​ຂ່າວ Xinhua ຂອງທາງ​ການຈີນ ລາຍ​ງານ​ວ່າ ດິນ​ໄດ້​
ເຈື່ອນ​ລົງ​ມາ​ທັບ​ບໍລິ​ເວນ​ກໍ່ສ້າງ​ແຫ່ງ​ນຶ່ງ ​ ທັບ​ມ້າງເຮືອນ​ພັກ​ຊົ່ວ
ຄາວ​ຂອງ​ພວກ​ຄົນງານ​ກໍ່​ສ້າງ ​ໃນ​ຕອນ​ແລງຂອງ​ວັນ​ສຸກ​ວານ​ນີ້.

ລາຍ​ງານ​ກ່າວອີກ​ວ່າ ພວກ​ຄົນງານ​ 9 ​ເສຍ​ຊີວິດ​ ໃນ​ຈຸດ​ເກີດ​ເຫດ
​ໃນ​ຂະນະ​ທີ່ ອີກ 10 ຄົນ ​ເສຍ​ຊີວິດ ຫຼັງຈາກ​ທີ່​ໄດ້​ຖືກ​ນຳ​ສົ່ງໂຮງໝໍ.

ຂ່າວ​ຊິນຫົວ ບໍ່​ໄດ້​ຊີ້​ບອກ​ວ່າ ​ແມ່ນຫຍັງທີ່​ອາດ​ເປັນສາ​ເຫດ​ ​ເຮັດໃຫ້​ເກີດ​ດິນ​ເຈື່ອນ​ ຊຶ່ງ​ເປັນ
ເຫດການ​ທີ່​ເກີດ​ຂຶ້ນປະຈຳ​ ຢູ່​ໃນ​ບໍລິ​ເວນ​ທີ່​ເປັນ​ພູ​ຜາ​ຂອງ​ຈີນ.

XS
SM
MD
LG