ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນເຂົ້າຮ່ວມ ການຝຶກຊ້ອມ ທາງ​ທະ​ເລ ຄັ້ງ​ໃຫ​ຍ່​ສຸດ ໃນເຂດປາຊີຟິກ (ວີດີໂອ ພາສາລາວ/ອັງກິດ)


China Joins Naval Exercise as Regional Tensions Rise
please wait

No media source currently available

0:00 0:02:57 0:00

ຈີນຈະເຂົ້າຮ່ວມ ການຝຶກຊ້ອມກອງທັບເຮືອ ທ່າມກາງ ຄວາມເຄັ່ງຕຶງ ທີ່ເພີ້ມຂຶ້ນໃນປາຊີຟິກ.

ໃນທ້າຍເດືອນນີ້ ຄື​ວັນ​ທີ 26 ຈະ​ມາ​ນີ້ ຈີນຈະເຂົ້າຮ່ວມເປັນ
ເທື່ອທຳອິດ ​ໃນການຝຶກຊ້ອມທາງທະເລນາໆຊາດໃນເຂດ
ມະຫາ​ສະມຸດປາຊີ ຟິກຄັ້ງໃຫຍ່ສຸດ ພາຍ​ໃຕ້ການນຳພາຂອງ
ສະຫະລັດ ທີ່​ເອີ້ນ​ຫຍໍ້​ໃນ​ພາສາ​ອັງກິດວ່າ RIMPAC ຫລື​
ອ້ອມ​ຝັ່ງ​ມະຫາ​ສະມຸດ​ປາຊີ​ຟິກ. ການ​ເຂົ້າ​ປະກອບສ່ວນຂອງ
ປັກກິ່ງໃນຄັ້ງນີ້ ​ແມ່ນ​ມີຂຶ້ນໃນທ່າມກາງ ຄວາມເຄັ່ງຕຶງທີ່ເພີ້ມ
ທະວີຂຶ້ນ ລະຫວ່າງຈີນແລະບັນດາປະເທດ​ເພື່ອນ​ບ້ານ​ໃນ
ເອເຊຍ ອັນ​ສືບ​ເນື່ອງ​ມາ​ຈາກຂໍ້ຂັດແຍ້ງກັນ​ເລື້ອງດິນແດນ
ທາງທະເລນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Bill Ide ມີ​ລາຍ​ງານ​ຈາກ
ປັກ​ກິ່ງ ຊຶ່ງ​ໄຊ​ຈະ​ເລີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ.

​ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ໃນ​ໄລຍະ 2-3 ອາທິດຜ່ານມານີ້ ເຮືອຂອງຈີນ ແລະ ຫວຽດນາມ ໄດ້ ປະທະກັນ
ເລື້ອຍໆ ຢູ່​ໃນເຂດນ້ຳທີ່​ມີ​ການ​ຂັດ​ແຍ້​ງກັນໃນທະເລຈີນໃຕ້. ສ່ວນຢູ່​ໃນນ່ານຟ້ານັ້ນ
ເຮືອບິນຈາກຍີ່ປຸ່ນ ແລະ ຈີນ ກໍໄດ້ບິນກາຍກັນ ໃນລະຍະໃກ້ໆ ​ເກືອບ​ຕຳກັນ ຊຶ່ງ
ທັງສອງຝ່າຍຕ່າງກໍຖິ້ມ​ໂທດ​ໃສ່ກັນ​ແລະ​ກັນ.

ການປະທ້ວງຕໍ່ຕ້ານຈີນກຳລັງຂະຫຍາຍອອກໄປ. ​ເມື່ອ​ໄວໆ​ມາ​ນີ້ ພົນລະ​ເມືອງ​
ຂອງຟີລີປິນກໍພາກັນອອກມາປະທ້ວງ ຢູ່ຕາມຖະໜົນຫົນ ທາງ. ນາງ Marimi Dela
Fuente ກໍໄດ້ອອກມາປະທ້ວງກັບເຂົາ ເຈົ້າ.

ນາງ Marimi Dela Fuente ເວົ້າວ່າ “ຈີນກຳລັງບຸກລຸກອະທິປະໄຕ ຂອງພວກ
ເຮົາ. ດ້ວຍເຫດຜົນອັນນັ້ນ ຂ້ອຍຈຶ່ງອອກມາຊ່ວຍລະດົມ ພົນລະ​ເມືອງ​ຂອງ​
ພວກ​ເຮົາ ເພື່ອຕໍ່ຕ້ານ ການລະເມີດຕ່າງໆຂອງຈີນ ຕໍ່​ປະຊາ​ຄົມໂລກ ແລະ
ປະເທດພວກເຮົາ ແລະ ບັນດາປະເທດໃນອາຊຽນ.”


ແລະບໍ່ແມ່ນແຕ່ພຽງບັນດາປະເທດເພື່ອນບ້ານຂອງ​ຈີນເທົ່ານັ້ນ ທີ່ມີ ຄວາມກັງວົນ.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ​ Chuck Hagel ກໍໄດ້ກ່າວ
ຫາຈີນ ເມື່ອບໍ່ດົນມານີ້ວ່າ ຈີນໄດ້ປະຕິບັດການຂ້າງດຽວ ທີ່ບ່ອນ​ທຳລາຍ​ສະຖຽນ
​ລະ​ພາບ​ໃນ​ຂົງ​ເຂດ ​ເພື່ອ​ຢືນ​ຢັດ ​ການອ້າງເອົາກຳມະສິດ​ຂອງ​ຕົນ ໃນດິນແດນ
ຢູ່ທະເລຈີນໃຕ້ນັ້ນ.

​ໃນ​ເມື່ອ​ກ່ອນ ປັກກິ່ງອາດ​ໄດ້ຖອຍຫ່າງ​ອອກ​ໄປ ທ່າມກາງການຕິຕຽນ ທີ່ເພີ້ມທະວີ
ຂຶ້ນ​ເລື້ອຍໆ​ແບບນັ້ນ. ແຕ່ວ່າການຕັດສິນໃຈຂອງຈີນ ທີ່ຈະເຂົ້າຮ່ວມໃນການ​ເຝິກ​ແອບ
RIMPAC ຄັ້ງນີ້ ທີ່​ໄດ້​ກຳນົດ​ໃສ່​ວັນ​ທີ 26 ມິຖຸນາ ຫາ ວັນ​ທີ 1 ສິງຫານັ້ນ ​ແມ່ນສະແດງ
ໃຫ້ເຫັນເຖິງ ຄວາມເຕັມໃຈ ທີ່ຢາກມີຄວາມໂປ່ງໃສຫຼາຍຂຶ້ນ ແລະ ​ເນັ້ນ​ໃຫ້​ເຫັນ​ເຖິງ
ສາຍພົວພັນທາງດ້ານທະຫານທີ່​ໜັກ​ແໜ້ນ​ຂຶ້ນ ກັບວໍຊິງຕັນ ອິງ​ຕາມ​ທ່ານ Wang
Dong ນັກລັດຖະສາດການ​ເມືອງຈາກມະຫາວິທະຍາໄລປັກກິ່ງ ທີ່​ມີ​ຄວາມ​ເຫັນ​ວ່າ:

ທ່ານ Wang Dong ​ເວົ້າວ່າ “​ແນ່ນອນ​ ຍັງ​ມີ​ຊ່ອງ​ຫວ່າງຢ່າງຫຼວງຫຼາຍ​ໃນ​ຄວາມ​
ຄິດ​ເຫັນ ​ລະຫວ່າງ ຈີນກັບສະຫະລັດ ​ແລະບັນດາ​ພັນທະ​ມິດ ​ແລະມັນ​ມີ​ຄວາມ​
ສຳຄັນ​ຫຼາຍ ​ທີ່ຕ້ອງຫລຸດ​ຊ່ອງ​ຫວ່າງ​ອັນນັ້ນ ໃຫ້​ແຄບ​ລົງ ​ແລະຂ້າພະ​ເຈົ້າຄິດ​ວ່າ
ທາງ​ທີ່​ດີ​ສຸດກໍ​ແມ່ນ​ຜ່ານການສື່ສານ​ ແລະ ການແລກປ່ຽນ​ກັນ​ຕ່າງໆ​.”


ທ່ານ Lin Chong-Pin ອະດີດ​ຮອງ​ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະ​ເທດໄຕ້​ຫວັນ
ກ່າວ​ວ່າ ສະຫະລັດໄດ້​ມີ​ບົດບາດເປັນ​ຜູ້​ນຳ​ພາ​ຢູ່​ຂົງ​ເຂ​ດ ປາຊີ​ຟິກ ມາເປັນ​ເວ​ລາດົນ​
ນານແລ້ວ ​ແຕ່​ຍ້ອນ​ຂໍ້​ຈຳກັດຮັດ​ແຄບດ້ານ ງົບປະມານ ​ທີ່​ເພີ້​ມຂຶ້ນນັບ​ມື້ຢູ່ໃນ​ປະ​ເທດ
​ແລະ ການ​ເຕີບ​ໂຕຂຶ້ນ​ຢ່າງ​ໄວ​ຂອງ​ຈີນ​ ທັງ​ສອງປະ​ເທດ​ຈຶ່ງກຳລັງ​ປັບໂຕ​ໃຫ້​ເຂົ້າກັບ​
ສະພາ​ວະ​ໃໝ່​ນີ້ ​ແລະແນ່ນອນ ບັນຫາ​ຫຍຸ້ງຍາກຕ່າງໆລະຫວ່າງ​ກັນກໍ​ຈະ​ຕ້ອງ​ເກີດ
ຂຶ້ນ. ທ່ານ​ໄດ້​ລົມ​ກັບ​ວີ​ໂອ​ເອ ຜ່ານທາງ Skype.

ທ່ານ Lin Chong-Pin ​ອະທິບາຍວ່າ “ທັງ​ສອງ​ກຳລັງ​ຊອກ​ຫາ​ຈຸດ​ຢືນ​ອັນ​ໃໝ່. ​
ແລະ​ ໃນ​ລະຍະ​ທີ່ມີ​ການ​ທົດ​ສອບ​ແລະການ​ປັບ​ຕົວ​ນີ້ ມັນ​ຕ້ອງ​ມີ​ຄວາມຫຍຸ້ງ​
ຍາກ​ເຈັບ​ປວດ​ຕ່າງໆ ​ແລະອັນ​ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ກຳລັງ​ເຫັນ​ຢູ່​ເວລານີ້.”


ທ່ານ Lin ​ໄດ້​ໂຕ້ແຍ້​ງ​ວ່າ ແຕ່​ຄວາມ​ແຂງແກ່ງ​ຂອງ​ປັກ​ກິ່ງ​ກໍ​ມີ​ຂໍ້​ຈຳ ກັດຢູ່. ທ່ານ​ກ່າວ​ວ່າ
ສ່ວນນຶ່ງຂອງ​ເຫດຜົນທີ່ ຈີນກຳລັງເພີ້ມທະວີ ຄວາມເຄັ່ງຕຶງຂຶ້ນ ກັບບັນດາປະເທດ
ເພື່ອນບ້ານ ຂອງຕົນນັ້ນ ກໍຍ້ອນວ່າ ປະທານປະເທດຈີນ ທ່ານ Xi Jinping ບໍ່ສາມາດ
​ທີ່​ຈະ​ປ່ອຍ​ໃຫ້ ໂລກ ພາຍນອກ ມອງ​ເຫັນວ່າ ຕົນອ່ອນແອ​ໄດ້.

ທ່ານ Lin ໃຫ້ຂໍ້ສັງເກດວ່າ “​ເພື່ອ​ທີ່​ຈະກ້າວໜ້າຕໍ່ໄປໃນດ້ານການປະຕິ ຮູບນັ້ນ
ທ່ານ Xi ຈຳ​ເປັນຕ້ອງ​ໄດ້​ຮັບການປົກປ້ອງ ເພາະວ່າການປະຕິຮູບຕ່າງໆ​ເຫຼົ່ານັ້ນ ​
ແມ່ນຈະສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງຫຼາຍໆ ຄົນທີ່ມີອຳນາດໃນລັດຖະບານ ແລະ ນອກລັດຖະບານ. ດັ່ງນັ້ນ ທ່ານບໍ່ ສາມາດສະ​ແດງ​ໃຫ້​ເຫັນສະພາບທີ່ອ່ອນ ແອ ຕໍ່ມວນຊົນພາຍ​ໃນ​ປະ​ເທດ.”

ຈີນໄດ້ສົ່ງເຮືອ 4 ລຳ ໄປເຂົ້າຮ່ວມການຝຶກຊ້ອມ ທີ່​ຈະ​ດຳ​ເນີນ​ໄປ ເປັນເວລາດົນ​ເຖິງ 1
ເດືອນນັ້ນ ອັນ​ມີ ເຮືອພິຄາດ​ຕິດລູກສອນໄຟ ເຮືອລົບ​ຂະໜາດ​ນ້ອຍລູກສອນໄຟ
ເຮືອລຳລຽງສຳພາລະ ແລະ ກຳ​ປັ່ນ ພະຍາບານຂອງຕົນ ທີ່ຊື່ວ່າ Peace Ark. ​ໃນ​
ລະຫວ່າງການ​ຝຶກ​ຊ້ອມນີ້ ທະຫານ​ ແລະ ນາຍຮ້ອຍກອງທັບເຮືອ​ຈີນ ຫຼາຍກວ່າ
1,000 ຄົນ​ ຈະ​ເຝິກ​ແອບ​ຄຽງ​ບ່າ​ຄຽງ​ໄຫລ່​ ກັບ​ຄູ່​ຕຳ​ແໜ່​ງຈາກຫຼາຍກວ່າ 20 ປະ​ເທດ​.

XS
SM
MD
LG