ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍີ່ປຸ່ນສົ່ງ ຍົນລົບ 8 ລໍາ ຂຶ້ນສະກັດກັ້ນ ຍົນຂອງຈີນ


ຜູ້ບັນຊາການທະຫານຍາມຝັ່ງຂອງຍີ່ປຸ່ນ ທ່ານ Takashi Kitamura ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ສະໂມສອນນັກຂ່າວຕ່າງປະເທດ ຢູ່ກຸງໂຕກຽວ ໃນວັນທີ 13 ທັນວາ 2012.
ຜູ້ບັນຊາການທະຫານຍາມຝັ່ງຂອງຍີ່ປຸ່ນ ທ່ານ Takashi Kitamura ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ສະໂມສອນນັກຂ່າວຕ່າງປະເທດ ຢູ່ກຸງໂຕກຽວ ໃນວັນທີ 13 ທັນວາ 2012.
ຍີ່ປຸ່ນ​ໄດ້​ຟ້າວ​ສົ່ງ​ຍົນລົບອາຍພົ່ນ F-15 ຂອງ​ຕົນ 8 ລໍາ ຂຶ້ນສູ່
ທ້ອງຟ້າຢ່າງ​ໄວ ​ລຸນຫລັງທີ່ຍົນລໍາ​ນຶ່ງ​ຂອງຈີນ​ໄດ້ບິນເຂົ້າໄປ​ໃນ
ເຂດນ່ານຟ້າ ໃກ້ກັບໝູ່ເກາະທີ່​ເປັນ​ບັນຫາຖົງຖຽງກັນຢູ່ໃນເຂດ
ທະເລຈີນຕາເວັນອອກ ໃນວັນພະຫັດມື້ນີ້ ຊຶ່ງໄດ້ເຮັດ ໃຫ້ເກີດມີ ການຂັດແຍ້ງທາງການທູດກັນ ລະຫວ່າງສອງປະເທດມະຫາ
ອໍານາດ ໃນເອເຊຍດັ່ງກ່າວ.

ຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ ທ່ານ Osumu Fujimura
ເວົ້າວ່າ ຍົນອາຍພົ່ນ ໄດ້ຖືກສົ່ງຂຶ້ນໄປ ກໍເພື່ອເປັນການຕອບໂຕ້
ຄືນ ຕໍ່ຍົນຂອງອົງການດ້ານມະຫາສະມຸດຂອງຈີນ ທີ່ຖືກພົບເຫັນ
ຢູ່ໃກ້ໝູ່ເກາະດັ່ງກ່າວ. ທ່ານກ່າວອີກວ່າ ຍີ່ປຸ່ນ​ໄດ້ຮຽກ​ໂຕເອກອັກ ຄະລັດຖະທູດຈີນປະຈໍາກຸງໂຕກຽວ ເຂົ້າ​ພົບ ແລະກໍໄດ້ທໍາການ
ປະທ້ວງຢ່າງ ເປັນທາງການຕໍ່ຈີນ.

ໂຄສົກປະຈໍາຫ້ອງ​ວ່າການນາຍົກລັດຖະມົນຕີ​ຍີ່ປຸ່ນ ຢືນຢັນຕໍ່ວີໂອເອວ່າ ນອກຈາກຍົນ F-15s ແລ້ວ ຍົນສັງເກດການ E-2C “Hawkeye” ລໍານຶ່ງ ກໍໄດ້ຖືກ​ສົ່ງຂຶ້ນຈາກເມືອງ Naha ຢູ່ເກາະ Okinawa ເຊັ່ນກັນ.

ລັດຖະບານຍີ່ປຸ່ນກ່າວວ່າ ເຫດການດັ່ງກ່າວເປັນການ “ບຸກລຸກ” ຄັ້ງທໍາອິດຂອງເຮືອບິນຈີນ ເຂົ້າໄປໃນເຂດທີ່ຍີ່ປຸ່ນຖືວ່າ ເປັນເຂດນ່ານຟ້າຂອງຕົນນັ້ນ. ໂຄສົກກະຊວງ​ການ​ຕ່າງປະ​ເທດຈີນ ທ່ານ Hong Lei ຕອບຄືນວ່າ ການປະຕິບັດງານຂອງເຮືອບິນລໍາດັ່ງ ກ່າວ ແມ່ນ “ເປັນເລື້ອງທໍາມະດາທີ່ສຸດ.”
XS
SM
MD
LG