ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ຍີ່ປຸ່ນ ປະທ້ວງ ເຂດປ້ອງກັນໃໝ່ ທາງອາກາດ ຂອງຈີນ


ພາບຖ່າຍທາງອາກາດ ຂອງໝູ່ເກາະທີ່ມີການຂັດແຍ້ງ ໃນເຂດທະເລຈີນຕາເວັນອອກ ທີ່ຍື່ປຸ່ນເອີ້ນວ່າ Senkaku ແລະຈີນເອີ້ນ Diaoyu.
ພາບຖ່າຍທາງອາກາດ ຂອງໝູ່ເກາະທີ່ມີການຂັດແຍ້ງ ໃນເຂດທະເລຈີນຕາເວັນອອກ ທີ່ຍື່ປຸ່ນເອີ້ນວ່າ Senkaku ແລະຈີນເອີ້ນ Diaoyu.
ສະຫະລັດ ໄດ້ສະແດງຄວາມວິຕົກເປັນຫ່ວງຢ່າງແຮງ ຕໍ່ຈີນ ກ່ຽວ
ກັບການທີ່ປັກກິ່ງຈະບັງຄັບໃຫ້ມີການປະຕິບັດຕາມໃນການອ້າງ ເອົາອະໄທປະໄຕຂອງຕົນຢູ່ໃນບໍລິເວນໝູ່ເກາະທີ່ມີການຂັດແຍ້ງ
ກັນ ໃນເຂດມະຫາສະມຸດປາຊີຟິກທີ່ຄວບຄຸມໂດຍຍີ່ປຸ່ນ ແຕ່ອ້າງ
ກຳມະສິດໂດຍຈີນ.

ທຳນຽບຂາວ ກະຊວງການຕ່າງປະເທດແລະທຳນຽບຫ້າແຈ ຕ່າງ
ກໍໄດ້ອອກຖະແຫຼງການ ໃນຕອນແລງຂອງວັນເສົາວານນີ້ ບໍ່ເທົ່າ
ໃດຊົ່ວໂມງ ຫຼັງຈາກປັກກິ່ງໄດ້ຂູ່ວ່າຈະເອົາມາດຕະການສຸກເສີນ
ໃນດ້ານປ້ອງກັນຕໍ່ເຮືອບິນທີ່ບິນເຂົ້າໄປໃນເຂດປ້ອງກັນທາງອາ
ກາດ ທີ່ຫາກໍມີການປະກາດໃໝ່ໆນີ້.

ຄຳປະກາດ ຂອງຈີນສະບັບນີ້ ໄດ້ບັງຄັບໃຫ້ເຮືອບິນທັງໝົດ ແຈ້ງໃຫ້ຊາບວ່າ ຕົນເປັນໃຜ ກ່ອນທີ່ບິນເຂົ້າໄປໃນເຂດດັ່ງກ່າວ ແລະຕ້ອງເຊື່ອຟັງ ຫລືປະຕິບັດຕາມຄໍາສັ່ງຈາກກຸງປັກ ກິ່ງ.

ທຳນຽບຂາວເອີ້ນການຂົ່ມຂູ່ນີ້ວ່າ ເປັນການເຄື່ອນໄຫວ ເພື່ອເພີ້ມທະວີຄວາມເປັນປໍລະປັກ ໃນຂະນະທີ່ທ່ານ Chuck Hagel ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດເອີ້ນວ່າ ເປັນຄວາມພະຍາຍາມ ສ້າງຄວາມບໍ່ທຸ່ນທ່ຽງ ເພື່ອຫັນປ່ຽນສະພາບການໃນປັດຈຸບັນ ຢູ່ໃນ
ເຂດທະເລຈີນຕາເວັນອອກ. ນອກນັ້ນແລ້ວ ທ່ານ Hagel ຍັງເວົ້າວ່າ ສະຫະລັດ ບໍ່ມີແຜນ ການທີ່ຈະປ່ຽນແປງກ່ຽວກັບການປະຕິບັດງານທາງທະຫານຢູ່ໃນເຂດດັ່ງກ່າວ.

ໝູ່ເກາະທີ່ຍີ່ປຸ່ນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Daioyu ນັ້ນເປັນໝູ່ເກາະທີ່ບໍ່ມີຄົນຢູ່ ແຕ່ຫ້ອມລ້ອມອຸດົມສົມບູນ ໄປດ້ວຍພື້ນທີ່ສຳລັບການຫາປາ ແລະອາດຈະມີພະລັງງານສຳ
ຮອງ ຢູ່ໃນປະລິມານມະຫາສານ.
XS
SM
MD
LG