ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ຕຽມລະດົມ ກຳລັງຍາມຝັ່ງ ເພື່ອຮັບມື ກັບກຳປັ່ນຈີນ


ໝູ່ເກາະທີ່ເປັນຂໍ້ຂັດແຍ້ງກັນລະຫວ່າງຍີ່ປຸ່ນແລະຈີນ
ໝູ່ເກາະທີ່ເປັນຂໍ້ຂັດແຍ້ງກັນລະຫວ່າງຍີ່ປຸ່ນແລະຈີນ
ຍີ່ປຸ່ນ ​ກ່າວ​ວ່າ ຕົນ​ຈະ​ສັ່ງ​ລະດົມ​ກຳລັງ​ໜ່ວຍຍາມ​ຝັ່ງ​ອອກ​ປະຕິບັດ​ການ ​ເວລາກໍ່າ​ປັ່ນ​ຂອງ​ລັດຖະບານຈີນໄປເຖິງ​ໝູ່​ເກາະ​ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ ຊຶ່ງ​ມີ​ຄວາມເປັນ​ໄປ​ໄດ້​ວ່າ​ອາດ​ຈະ​ເກີດ​ການ ​ປະ​ເຊີນ​ໜ້າ​ກັນລະຫວ່າງສອງ​ປະ​ເທດ​ທີ່​ມີ​ເສດຖະກິດ​ເຂັ້ມ​ແຂງ​ທີ່​ສຸດ​ໃນຂົງ​ເຂດ​ເອ​ເຊຍ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ສົ່ງໃຫ້​ວີ​ໂອ​ເອ​ເມື່ອ​ວັນ​ພຸດ​ມື້​ນີ້ ກະຊວງ​ຕ່າງ ປະ​ເທດ​ຍີ່ປຸ່ນ​ກ່າວ​ວ່າ ການ​ລະດົມ​ພົນໜ່ວຍ​ຍາມ​ຝັ່ງ​ຈະ​ເລີ່​ມຂື້ນ​ເວລາກໍ່າ ປັ່ນ​ຈີນ​ໄປ​ເຖິງ​ໝູ່​ເກາະ​ດັ່ງກ່າວ ຫຼືຢ່າງ​ໜ້ອຍ​ກໍ​ໃກ້ໆ​ຈະ​ເຖິງ​ໝູ່​ເກາະ​ທີ່​ຄຸ້ມ ຄອງ​ໂດຍ​ຍີ່ປຸ່ນ​ນັ້ນ.

ກ່ອນ​ໜ້າ​ນີ້ອົງການ​ຂ່າວ​ຊິນຫົວ​ທາງ​ການ​ຂອງ​ຈີນ​ເຄີ​ຍ​ໄດ້​ລາຍ​ງານ​ວ່າ ກໍ່າ​ປັ່ນລາດຕະ​ເວນ​ກອງທັບ​ເຮືອ​ຂອງ​ຈີນ 2 ລຳ​ໄດ້ແລ່ນ​ໄປ​ເຖິງ​ບໍລິ​ເວນອ້ອມ ​ແອ້ມ​ໝູ່​ເກາະດັ່ງກ່າວ​ເມື່ອ​ຕອນ​ເຊົ້າວັນ​ອັງຄານວານ​ນີ້ ອັນ​ເປັນ​ພາກສ່ວນ​ນຶ່ງຂອງ​ແຜນການເພື່ອ​ຢືນຢັນເຖິງການ​ອ້າງ​ເອົາ​ອ​ະທິປະ​ໄຕ​ຂອງ​ປັກ​ກິ່ງ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ສື່​ມວນ​ຊົນ​ລັດ​ຈີນ ກໍ​ມິດ​ງຽບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ກໍ່າ​ປັ່ນ​ຈີນ​ດັ່ງກ່າວ. ກະຊວງ​ຕ່າງປະ​ເທດ​ຍີ່ປຸ່ນ​ເວົ້າວ່າ ຕົນ​ຍັງ​ບໍ່​ສາມາດ​ໃຫ້ການຢືນຢັນໄດ້​ວ່າ ​ກໍ່າ​ປັ່ນ​ຈີນ​ດັ່ງກ່າວ​ນັ້ນ ​ຢູ່​ບ່ອນ​ໃດ​ແທ້.

ກ່ອນ​ໜ້າ​ນີ້ ລາຍ​ງານ​ຂ່າວ​ຂອງຊິນ​ຫົວ​ເວົ້າ​ວ່າ ອົງການທີ່​ຮັບຜິດຊອບ​ກ່ຽວ ກັບກໍ່າ​ປັ່ນຂອງທັງ​ສອງ​ຂອງ​ຈີນນັ້ນ ຈະ​ປະຕິບັດ​ການຢ່າງ​ໃດ ​ກໍຂຶ້ນຢູ່​ກັບ​ສະຖານະ​ການ ​ແຕ່​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ.

(ຄລິກເພື່ອຂະຫຍາຍຮູບ) ແຜນທີ່ໝູ່ເກາະ Senkaku ຫລື Diaoyu
(ຄລິກເພື່ອຂະຫຍາຍຮູບ) ແຜນທີ່ໝູ່ເກາະ Senkaku ຫລື Diaoyu
XS
SM
MD
LG