ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນແລະຈີນຕົກລົງຈັດຕັ້ງ ລະບົບສື່ສານດ້ານການເດີນ ເຮືອ ລະຫວ່າງກັນ


ທ່ານ Toshimi Kitazawa ລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ
ທ່ານ Toshimi Kitazawa ລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ

ລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນແລະຈີນ ໄດ້ຕົກລົງກັນ
ຈັດຕັ້ງລະບົບສື່ສານດ້ານການເດີນເຮືອເພື່ອປ້ອງກັນບໍ່ໃຫ້
ເກີດຂໍ້ຂັດແຍ້ງກັນໃນທະເລ.

ທ່ານ Toshimi Kitazawa ລັດຖະມົນຕີປ້ອງກັນປະເທດ
ຍີ່ປຸ່ນແລະ ທ່ານ Liang Guanglie ຄູ່ຕໍາແໜ່ງຝ່າຍຈີນ
ໄດ້ພົບປະກັນໃນວັນຈັນມື້ນີ້ ຢູ່ນອກກອງປະຊຸມອາຊ່ຽນ
ທີ່ນະຄອນຫລວງຮາໂນຍຂອງຫວຽດນາມ ຊຶ່ງນັບວ່າເປັນ
ການພົບປະກັນຄັ້ງທຳອິດນັບຕັ້ງແຕ່ຈີນໄດ້ຕັດການຕິດຕໍ່
ໃນລະດັບສູງທັງໝົດກັບຍີ່ປຸ່ນເມື່ອເດືອນຜ່ານມາ.

ຈີນເກີດຄວາມບໍ່ພໍໃຈ ຍ້ອນຍີ່ປຸ່ນໄດ້ກັກຕົວກັປຕັນເຮືອຫາ ປາຂອງຈີນລຳນຶ່ງ ຫລັງຈາກເຮືອຂອງຜູ້ກ່ຽວຕໍາ​ກັນກັບເຮືອ ຍາມຝັ່ງຂອງຍີ່ປຸ່ນສອງລໍາຢູ່​ໃນ​ເຂດນ່ານນໍ້າທີ່ທັງສອງຝ່າຍ
ຕ່າງກໍອ້າງ ​ເອົາ​ກໍາມະສິດ.

ທັງສອງປະເທດກຳລັງພະຍາຍາມສ້ອມແປງສາຍສໍາພັນລະຫວ່າງ​ກັນ ໂດຍ​ທີ່ທ່ານ Naoto
Kan ນາຍົກລັດຖະມົນຕີຍີ່ປຸ່ນ ແລະທ່ານເຫວິນ ເຈ້ຍບາວ ນາຍົກລັດຖະມົນຕີຈີນ ກໍໄດ້ພົບ
ປະກັນເປັນເວລາສັ້ນໆ ຢູ່ນອກກອງປະຊຸມສຸດຍອດ ເອເຊຍ-ຢຸໂຣບ ທີ່ກຸງ Brussels
ປະເທດ ເບລຢ່ຽມ ​ໃນອາທິດ​ແລ້ວນີ້.

XS
SM
MD
LG