ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຕັດສີນລົງໂທດ ທະນາຍຄວາມ ສິດທິມະນຸດ ທີ່ເປັນຄົນພິການ


ນາງ Ni Yulan ທະນາຍຄວາມສິດທິມະນຸດທີ່ເປັນຄົນພິການ ພ້ອມ ດ້ວຍສາມີຂອງນາງ (10 ເມສາ 2012)
ນາງ Ni Yulan ທະນາຍຄວາມສິດທິມະນຸດທີ່ເປັນຄົນພິການ ພ້ອມ ດ້ວຍສາມີຂອງນາງ (10 ເມສາ 2012)

ຈີນໄດ້ຕັດສິນໂ​ທດ​ນາງ Ni Yulan ທະນາຍ​ຄວາມສິດທິ​ມະນຸດ ທີ່​ ເປັນ​ຄົນພິການ
ໃຫ້​ຈຳຄຸກ​ເປັນ​ເວລາສ​ອງປີ​ກັບ​ແປດ​ເດືອນ ສ້າງ​ຄວາມ​ປັ່ນປ່ວນແລະ​ສໍ້​ໂກງຫຼັງ​ຈາກ​ໄດ້​
ມີ​ການ​ຮ້ອງທຸກ​ຂອງພວກ​ນັກ​ເຄື່ອນໄຫວດ້ານ​ສິດທິ​ມະນຸດ.

ສານແຫ່ງນຶ່ງໃນ​ກຸງປັກ​ກິ່ງ​ໄດ້​ຕັດ​ສິນລົງ​ໂທດທະນາຍຄວາມ​ອາຍຸ 51 ປີ​ ໃນ​ວັນ​ອັງຄານ
ມື້ນີ້ ​ແລະ​ສາມີ​ຂອງ​ນາງ ທ່ານ Dong Jiqin ກໍ​ໄດ້​ຖືກ​ຕິດ​ຄຸກ​ເປັນ​ເວລາ 2 ປີ ໃນ​ຂໍ້​ຫາ
ຄ້າຍຄື​ກັນ.

ທັງ​ສອງ​ຄົນ ​ໄດ້​ປະຕິ​ເສ​ດ​ຕໍ່ຂໍ້​ກ່າວ​ຫາ ​ແລະ​ບັນດາ​ຜູ້​ສະໜັບສະໜຸ​ນ​ ​ກ່າວ​ວ່າ ​ການ​ກ່າວ​
ຫາທີ່​ວ່​ານີ້​ແມ່ນ​ມີ​ຈຸດປະສົງ​ແນ​ໃສ່​ເພື່ອ​ຢາກ​ໃຫ້​ເຂົາ​ເຈົ້າ​ຢຸດ​ເຊົາ​ໃນ​ການ​ຕິ​ຕຽນ​ລັດຖະບານ.
ທັງ​ສອງ​ໄດ້​ຖືກ​ຈັບ​ເມື່ອປີ​ກ່ອນ ອັນ​ເປັນພາກ​ສ່ວນນຶ່ງ​ ​ໃນ​ການ​ປາ​ບປາມ ​ພວກ​ຄັດຄ້ານ​
ທາງ​ດ້ານ​ການ ​ເມືອງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ຫຼັງຈາກ​ໄດ້​ມີ​ການ​ຮຽກຮ້ອງ​ໂດຍ​ບໍ່​
ປະກາດ​ຊື່​ທາງ​ອິນ​ເຕີ​ແນັດ ໃຫ້​ມີ​ການປະ​ທ້ວງ​ໃນ​ປະ​ເທດ​ຈີນລຸນຫລັງ​ ​ທີ່ໄດ້​ມີ​ການ​ລຸກ​
ຮື​ຂື້ນເປັນ​ລຳດັບ​ມາ​ຢູ່​ໃນ​ບັນດາ​ປະ​ເທດ​ອາຣັບ.

ບັນດານ​ນັກ​ການ​ທູດ​ພິ​ເສດ​ຂອງ​ສະຫະພັນ​ຢູ​ໂຣບ ​ໃນ​ປະ​ເທດ​ຈີນ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ
ຕໍ່​ການ​ລົງ​ໂລດ​ແກ່ ບັນດານັກ​ປົກ​ປ້ອງ​ສິດທິ​ມະນຸດ Ni Yulan ​ແລະ Dong Jiqin.

XS
SM
MD
LG