ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນພະຍາຍາມຫລິ້ນ ບົດບາດໄກ່ເກ່ຍຫຼາຍຂຶ້ນ ໃນພາກຕາເວັນອອກກາງ (ວີດິໂອລາວ/ອັງກິດ)


ທ່ານ Netanyahu (ຊ້າຍ) ນາຍົກລັດຖະມົນຕີອີສຣາແອລ ແລະ ນາຍົກລັດຖະມົນຕີຈີນ ທ່ານ Li Kegiang ໃນພິທີເຊັນສັນຍາລະຫວ່າງກັນ ຢູ່ສາລາປະຊາຊົນຈີນ ທີ່ນະຄອນຫລວງປັກກິ່ງ, ວັນທີ 8 ພຶດສະພາ 2013.
ທ່ານ Netanyahu (ຊ້າຍ) ນາຍົກລັດຖະມົນຕີອີສຣາແອລ ແລະ ນາຍົກລັດຖະມົນຕີຈີນ ທ່ານ Li Kegiang ໃນພິທີເຊັນສັນຍາລະຫວ່າງກັນ ຢູ່ສາລາປະຊາຊົນຈີນ ທີ່ນະຄອນຫລວງປັກກິ່ງ, ວັນທີ 8 ພຶດສະພາ 2013.
ຈີນໄດ້ເປັນເຈົ້າພາບຕ້ອນຮັບ ປະທານາທິບໍດີ Mahmoud
Abbas ແຫ່ງອໍານາດການປົກຄອງປາແລັສໄຕ ແລະ ທ່ານ
Benjamin Netanyahu ນາຍົກລັດຖະມົນຕີອີສຣາແອລ
ຄົນ​ລະ​ເທື່ອ ເມື່ອອາທິດຜ່ານມາ ໃນຂະນະທີ່ປາກົດວ່າປັກ
ກິ່ງມີ​ຄວາມສົນໃຈໃນການເອົາບົດບາດທີ່ໃຫຍ່ຂຶ້ນ ​ໃນ​ການ
ເປັນຜູ້ຊ່ວຍໄກ່ເກ່ຍກໍລະນີຂໍ້ຂັດແຍ້ງກັນລະຫວ່າງ ອາຣັບ
ກັບອີສຣາແອລ. Shannon Van Sant ຜູ້ສື່ຂ່າວວີໂອເອ
ລາຍງານຈາກປັກກິ່ງ ຊຶ່ງທອງປານຈະນໍາມາສະເໜີທ່ານ
ໃນອັນດັບຕໍ່ໄປ.


ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:



ປັກກິ່ງໄດ້ຕ້ອນຮັບ ທ່ານ Benjamin Netanyahu ນາຍົກລັດຖະມົນຕີອີສຣາແອລ ເມື່ອ
ວັນພຸດອາທິດຜ່ານມານີ້ (ວັນທີ 8 ພຶດສະພາ8 ຊຶ່ງ​ທ່ານເປັນນາຍົກອີສຣາແອລ ຄົນທໍາອິດ
ທີ່ໄດ້ໄປຢ້ຽມຢາມຈີນ ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ.

ການຢ້ຽມຢາມຂອງທ່ານເນຕັນຢາຮູຄັ້ງນີ້ ມີຂຶ້ນໃນອາທິດດຽວກັນກັບທີ່ປະທານາທິບໍດີ
Mahmoud ແຫ່ງອໍານາດການປົກຄອງປາແລັສໄຕ ໄດ້ໄປຢ້ຽມຢາມປັກກິ່ງ ຊຶ່ງ​ໃນ​ການ​
ພົບ​ປະກັນ​ນັ້ນ ປະທານປະເທດຈີນ ທ່ານ ຊີ ຈິນຜິງ ໄດ້ສະເໜີແຜນສັນຕິພາບ ສີ່ຂໍ້.

​ໃນປະຫວັດສາດຜ່ານມາ ຈີນ​ແມ່ນໄດ້ໜຸນຫຼັງທ່າທີຕ່າງໆຂອງປາແລັສໄຕ ຢູ່​ສະ​ເໝີ​ມາ ແລະໄດ້ສ້າງສາຍສໍາພັນທາງການທູດກັບອີສຣາແອລຢ່າງເປັນ ທາງການ ພຽງ​ເມື່ອປີ
1992 ນັ້ນ​ເອງ. ທ່ານ Xiaohe Cheng ອາຈານ ສອນວິຊາຄວາມສໍາພັນລະຫວ່າງ
ປະເທດ ທີ່ມະຫາວິທະຍາໄລ Renmin ເວົ້າວ່າ ປັກກິ່ງກໍາລັງພະ​ຍາ​ຍາ​ມຫາ​ທາງຫຼິ້ນ
ບົດບາດເປັນຜູ້ໄກ່ເກ່ຍ ໃນຂົງເຂດຕາເວັນອອກກາງ.

ອາຈາກ Cheng ເວົ້າວ່າ: “ແນ່ນອນວ່າ ຈີນຢາກຫຼິ້ນບົດບາດທີ່ໃຫຍ່ກວ່າ​ເກົ່າ
ແຕ່ຈີນກໍບໍ່ຕ້ອງການຈະເຂົ້າໄປແທນທີ່ສະຫະລັດ ໃນຖານະ ​ເປັນຜູ້ໄກ່ເກ່ຍຫຼັກ
ໃນ
ຂັ້ນ​ຕອນສ້າງສັນຕິພາບ ຢູ່ພາກເວັນອອກກາງນັ້ນ”

ຢ່າງໃດກໍຕາມ ຍັງມີຄວາມແຕກຕ່າງທີ່ສໍາຄັນທາງການເມືອງຢູ່ ລະຫວ່າງຈີນກັບອີສຣາ
ແອລ ກ່ຽວກັບບັນຫາສໍາຄັນຕ່າງໆເຊັ່ນ ບັນຫາຊີເຣຍເປັນຕົ້ນ ຄືປັກກິ່ງຄັດຄ້ານ ຕໍ່ການ
ແຊກແຊງທາງທະຫານຈາກພາຍນອກ ແຕ່ອີສຣາແອລຖືກສົງໄສວ່າ ​ໄດ້ທໍາການໂຈມຕີ
ທາງອາກາດຢູ່ໃນຊີເຣຍ ໃນຫຼາຍໆມື້ ຜ່ານມາບໍ່ດົນນີ້.

ເວລາຖືກຊັກຖາມກ່ຽວກັບການໂຈມຕີໃນອາທິດ​ແລ້ວນີ້ ກະຊວງຕ່າງປະເທດຈີນບໍ່ຍອມ
ລະບຸຊື່ອີສຣາແອລ. ທ່ານ​ນາງ Hua Chunying ​ໂຄສົກ​ປະຈໍາກະຊວງ ກ່າວ​ແຕ່ພຽງວ່າ:

“ພວກເຮົາຫວັງວ່າ ໝົດທຸກຝ່າຍໃນຊີເຣຍ ຈະເຄົາລົບຕໍ່ອະທິປະໄຕ ແລະ
ຄວາມໝັ້ນຄົງ
ຂອງເຂດນໍ້າແດນດິນຂອງຊີເຣຍ ມີຄວາມຍັບຍັ້ງຊັ່ງໃຈ ແລະຢູ່ໃນຄວາມສະຫງົບ ຫຼີກລ່ຽງຈາ​ກການໃຊ້ກໍາລັງ ທະຫານ ແລະພຶດ
ຕິກໍາໃດໆທີ່ຈະ
​ໃຫ້ຄວາມເຄ່ງຕຶງ​ເພີ່ມ​ຂຶ້ນນັ້ນ.”

ອາຈານ Xiaohe ເວົ້າອີກວ່າ ກອງປະຊຸມລະຫວ່າງຈີນແລະອີສຣາແອລ ໃນອາທິດຜ່ານ
ມານີ້ ​ແມ່ນສຸມໃສ່ຂົງ​ເຂດຕ່າງໆຂອງການຮ່ວມມືກັນ ເຊັ່ນການເສີມຂະຫຍາຍຄວາມສໍາ
ພັນທາງເສດຖະກິດກັນ ໃຫ້ຫຼາຍຂຶ້ນ.

ອາຈານ Cheng ເວົ້າວ່າ: “ການຢ້ຽມຢາມຈີນຂອງທ່ານເນຕັນຢາຮູຄັ້ງນີ້ ໄດ້ແນ
ເປົ້າໝາຍໃສ່ເພື່ອສ້າງຄວາມເຂັ້ມແຂງ
​ໃຫ້ແກ່ຄວາມສໍາພັນລະຫວ່າງປະເທດ
ທັງສອງ ແລະໃນຂະນະດຽວກັນ ເຮົາຈະເຫັນໄດ້ວ່າ
ອີສຣາແອລ ເປັນປະ​ເທດ​
ສໍາຄັນ ທີ່
ສະໜອງວິຊາ​ຄວາມຮູ້ດ້ານ​ເທັກໂນ​ໂລ​ຈີ​ຂັ້ນ​ສູງ ຫລື ໄຮເທັກ ໃຫ້ແກ່ ຈີນຕະຫຼອດມາ ແລະຂ້າພະເຈົ້າຄິດວ່າ ທັງສອງປະເທດ ສາມາດສືບຕໍ່ຮ່ວມມື
ກັນໃນ
ຂົງ​ເຂດ​ຕ່າງໆທາງດ້ານເທັກໂນໂລຈີ່ນັ້ນ.”

ປັກກິ່ງມີຜົນປະໂຫຍດທາງເສດຖະກິດ ໃນການເປັນຜູ້ໄກ່ເກ່ຍສັນຕິພາບ ແລະສະຖຽນ ລະພາບໃນພາກ​ຕາ​ເວັນ​ອອກ​ກາງ​ນັ້ນ.

ການຄ້າລະຫວ່າງຈີນແລະອີສຣາແອລໄດ້ຂະຫຍາຍຕົວຂຶ້ນ​ເລື້ອຍ​ໆ ​ໂດຍດຽວ​ນີ້ ມີມູນຄ່າ
ເຖິງ 8 ພັນລ້ານໂດລ່າຕໍ່ປີ​ແລ້ວ ຈາກ 50 ລ້ານໂດລ່າ ພຽງ​ເມື່ອສອງທົດສະວັດ ຫຼື 20 ​ປີ​
ກ່ອນ ແລະບັດນີ້ ຈີນກໍເປັນຜູ້ນໍາເຂົ້າ ນໍ້າມັນ ຈາກພາກຕາເວັນອອກກາງລາຍໃຫຍ່ທີ່ສຸດ
ຂອງໂລກ.

ປະທານາທິບໍດີອັບບັສ ແລະນາຍົກລັດຖະມົນຕີເນຕັນຢາຮູ ບໍ່ໄດ້ພົບກັນ ໃນ​ລະຫວ່າງທີ່
​ພວກ​ທ່ານ​ທັງສອງເຄື່ອນ​ໄຫວ​ຢ້ຽມຢາມປັກກິ່ງ ​ໃນອາທິດຜ່ານມານັ້ນ.

ເບິ່ງລາຍງານນີ້ເປັນພາສາອັງກິດ:

Israeli, Palestinian Leaders Visit China Separately
please wait

No media source currently available

0:00 0:02:22 0:00
XS
SM
MD
LG