ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນຂະຫຍາຍການລົງທຶນ ໃນສະຫະລັດ


ຮອງນາຍົກລັດຖະມົນຕີຈີນ ທ່ານ Wang Qishan (ກາງ) ນັ່ງຢູ່ຄຽງຂ້າງທ່ານນາງ ຮີວລາຣີ ຄລິນຕັນ, ລັດ ຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ຂະນະທີ່ທ່ານນາງກ່າວຄໍາປາໃສໃນພິທີເຊັນສັນຍາການຄ້າ ທີ່ນະຄອນ ຫລວງປັກກິ່ງ, ວັນທີ 25 ພຶດສະພາ 2010, ທີ່ໄດ້ປູພື້ນຖານອັນນຶ່ງໃຫ້ແກ່ການຂະຫຍາຍການຄ້າ ແ
ຮອງນາຍົກລັດຖະມົນຕີຈີນ ທ່ານ Wang Qishan (ກາງ) ນັ່ງຢູ່ຄຽງຂ້າງທ່ານນາງ ຮີວລາຣີ ຄລິນຕັນ, ລັດ ຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ຂະນະທີ່ທ່ານນາງກ່າວຄໍາປາໃສໃນພິທີເຊັນສັນຍາການຄ້າ ທີ່ນະຄອນ ຫລວງປັກກິ່ງ, ວັນທີ 25 ພຶດສະພາ 2010, ທີ່ໄດ້ປູພື້ນຖານອັນນຶ່ງໃຫ້ແກ່ການຂະຫຍາຍການຄ້າ ແ

ຮອງ​ນາຍົກ​ລັດ​ຖະມົນຕີຈີນ ທ່ານ ຫວາງ ຈີ​ຊານ ​ແລະຜູ້ບໍລິຫານ​ດ້ານ​ການ​ຄ້າແລະພານິດ ​ເກືອບ 100 ຄົນ ມີກໍານົດພົບ​ປະກັນ​ກັບ​ຄູ່ຕໍາ​ແໜ່​ງຈາກສະຫະລັດ​ ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ ​ໃນວັນ​ຈັນ ທີ 13 ທັນວານີ້. ​ຜູ້​ສີ່​ຂ່າວ​ວີ​ໂອ​ເອ Heda Bayron ລາຍ​ງານ​ມາ ຈາກຮົງ​ກົງວ່າ ພວກ​ບໍລິສັດ​ຈີນ​ກໍາລັງ​ຂະຫຍາຍ​ການລົງທຶນ​ຂອງ​ພວກ​ເຂົາ​ເຈົ້າຢູ່​ໃນສະຫະ ລັດ ​ຊຶ່ງ​ເຮັດ​​ໃຫ້​ພວກ​ນັກການ​ເມືອງ​ແລະ​ພວກ​ຄົນ​ງານຂອງ​ສະຫະລັດ​ບາງ​ຄົນບໍ່ດີໃຈ ​​ແຕ່ ພວກ​ອື່ນໆ ​ເຊັ່ນຜູ້ປົກຄອງ​ລັດອິນເດຍນາ​ ຊໍ້າຜັດ​ຢາກ​ໃຫ້​ມີ​ການ​ລົງທຶນ​ຈາກ​ຈີນເພີ້ມ ຂຶ້ນອີກ.

ເດືອນ​ແລ້ວນີ້ ທ່ານ Mitch Daniels ​ຜູ້ປົກຄອງ​ລັດ​ອິນ
ເດຍນາ​ ທາງ​ພາກກາງຂອງ​ສະຫະລັດ ​ໄດ້​ເດີນທາງ​ໄປ​ຈີນ
ເພື່ອ​ຊຸກຍູ້ໃຫ້ບໍລິສັດ​ຈີນໄປ​ລົງທຶນ​ຢູ່​ໃນ​ລັດ​ຂອງ​ທ່ານແລະ
ເພື່ອ​ເພີ້ມສິນຄ້າ​ຂາ​ອອກຈາກ​ລັດ​ຂອງ​ທ່ານ​ໄປ​ຍັງ​ຈີນ.

ລັດອິນ​ເດຍນາ ສ້າງ​ລາຍ​ຮັບ​ຂອງ​ຕົນ​ຈາກພາກສ່ວນການ​
ຜະລິດເປັນສ່ວນ​ໃຫຍ່ ​ແຕ່​ວ່າໃນ​ປັດຈຸບັນ​ນີ້ ​ເກືອບ 10%
ຂອງພົນລະ​ເມືອງ​ໃນ​ລັດ​ ​ແມ່ນ​ຫວ່າງ​ງານ.

ໃນ​ຕອນ​ທ້າຍ​ຂອງ​ການ​ຢ້ຽມຢາມ​ຈີນ​ນັ້ນ ລັດອິນ​ເດຍນາ​ໄດ້​
ຮັບຄຳໝັ້ນສັນຍາຈາກບໍລິສັດຈີນຈໍານວນ​ນຶ່ງວ່າ​ຈະ​ໄປ​ລົງທຶນ​
ເປີດ​ໂຮງງານ ຫລື​ບໍ່ກໍ​ຂະ​ຫຍາ​ຍ​ໂຮງງານຢູ່ໃນ​ລັດດັ່ງກ່າວ.
ທ່ານ​ Mitch Roob ​ຫົວໜ້າອົງການ​ພັດທະນາ​ເສດຖະກິດ
ຂອງລັດອິນ​ເດຍນາ​ ຊຶ່ງ​ເປັນອົງການ​ລົງທຶນຂອງລັດ​ດັ່ງກ່າວ
ເປີດ​ເຜີຍ​ວ່າ:

"ພວກ​ເຮົາ​ອອກ​ຈາກ​ປະ​ເທດ​ຈີນ​ມາ ພ້ອມ​ກັບ​ຄໍາ​ໝັ້ນສັນຍາດ້ານ​ທຸລະ​ກິດ ຫລາຍ​ກ່ວາ 20 ​ໂຄງການ ສໍາລັບ​ລັດ​ອິນ​ເດຍນາ ຊຶ່ງ​ພວກ​ເຮົາ​ຕື່ນ​ເຕັ້ນ​ດີ​ໃຈ​ຫລາຍ​ໃນ​ເລື່ອງນີ້. ​ພວກ​ບໍລິສັດ​ເຫລົ່າ​ນັ້ນ ​ແມ່ນມີ​ນັບ​ຕັ້ງ​ແຕ່​ພາກສ່ວນ​ທຸລະ​ກິດດ້ານ​ການ​ຮັກສາ​ສຸຂະພາບ ​ໄປ​ຫາ​ການປະກັນ​ໄພ, ລົດ​ລາ, ໝໍ້​ໄຟ ຫລື ​ແບ​ດ​ເຕີ​ລີ, ​ເຄື່ອງ​ເຮືອນໄປ​ຈົນ​ເຖິງ​ການ​ກະ​ເສດ. ​ໂອກາດ​ອັນ​ດີໆ​ຢູ່​ໃນ​ຈີນ​ ແມ່ນ​ມະຫາສານ​ສໍາລັບ​ລັດ​ນຶ່ງ​ ​ທີ່​ມີເສດຖະກິດ​ທີ່​ເຂັ້ມ​ແຂງ​ຄື​ກັນ​ກັບ​ລັດ​ອິນ​ເດຍນາ​ນີ້."

ການ​ສຳ​ຫລວດຫາງ​ສຽງ​ຜູ້​ບໍ​ລິ​ຫານບໍລິສັດ​ຈີນ 150 ຄົນ ​ເມື່ອໝໍ່ໆມານີ້ ​ໂດຍ​ບໍລິສັດທີ່​ປຶ​ກສານາໆ​ຊາດ KPMG ​ ສະ​ແດງ​ໃຫ້​ເຫັນ​ວ່າປະມານ ​ເຄິ່ງນຶ່ງ​ຂອງພວກ​ຜູ້​ບໍລິຫານ​ເຫລົ່າ​ນັ້ນ ທີ່​ມາ​ຈາກ​ບໍລິສັດ​ໃຫຍ່ໆ ກ່າວ​ວ່າ ພວກ​ເຂົາເຈົ້າມີ​ແຜນການ​ທີ່​ຈະຊື້​ເອົາ​ຊັບ​ສິນ​ຢູ່​ໃນ​ສະຫະລັດ ພາຍ​ໃນ 3 ປີຕໍ່​ໜ້າ​ນີ້. ປີ​ກາຍ​ນີ້ ບັນດາບໍລິສັດ​ຈີນ​ໄດ້​ລົງທຶນ 42 ພັນ 600 ​ລ້ານໂດ​ລາ ​ໃນ​ການ​ໂຮມ​ເຂົ້າ​ກັບບໍລິສັດ​ຕ່າງປະ​ເທດ ​ແລະຊື້ເອົາບໍລິ ສັດຢູ່​ຕ່າງປະ​ເທດ.

ສາງນໍ້າມັນຂອງບໍລິສັດ Unocal ທີ່ CNOOC ຂອງຈີນ ຢາກຊື້ເອົາ.
ສາງນໍ້າມັນຂອງບໍລິສັດ Unocal ທີ່ CNOOC ຂອງຈີນ ຢາກຊື້ເອົາ.

ຄວາມ​ຫລົ້ມ​ເຫ​ລວ​ໃນ​ການ​ຊື້​ເອົາ​ບໍລິສັດ Unocal ຂອງ​
ສະຫະລັດ ໃນ​ປີ 2005 ໂດຍບໍລິສັດນໍ້າມັນນອກຊາຍຝັ່ງ​
ທະ​ເລ​ແຫ່ງ​ຊາດ​ຂອງ​ຈີນຫລື China National Offshore
Oil Corporation ​ຫລື CNOOC ຊຶ່ງ​ເປັນລັດວິ​ສະຫະ​
ກິດ​ຂອງ​ຈີນ ​ເນື່ອງ​ຈາກ​ລັດຖະບານ​ສະຫະລັດ​ບໍ່​ອະນຸມັດ​ໃຫ້
ຍ້ອນ​ຄວາມ​ກັງ​ວົນທາງ​ດ້ານ​ຄວາມໝັ້ນຄົງນັ້ນ​ໄດ້​ສ້າງ​ຄວາມ
ບໍ່​ແນ່ໃຈ​ຂຶ້ນ​ມາວ່າ ບໍລິສັດຈີນຈະ​ສາມາດ​ສຳ​ເລັດ​ການ​ເຈລະ
ຈາ​ທາງ​ດ້ານ​ຊື້​ຂາຍ​ລາຍໃຫຍ່​ໆ ຢູ່​ໃນ​ສະຫະລັດໄດ້ຫລືບໍ່. ​
ແຕ່​ວ່າພວກນັກວິ​ເຄາະ​ດ້ານ​ທຸລະ​ກິດ​ເວົ້າວ່າດຽວນີ້ ບໍລິສັດຈີນໄດ້​ປັບປຸງໄຫວ​ພິບ​ດ້ານ​ທຸລະ
ກິດ​ຂອງ​ພວກ​ເຂົາ​ເຈົ້າຫລາຍ​ແລ້ວ ​ແລະພວກ​ເຂົາ​ເຈົ້າກໍ​ໄດ້​ສວຍໃຊ້​ວິ​ກິດ​ການ​ທາງ​ເສດຖະ
ກິດຂອງ​ສະຫະລັດນັ້ນ ​ໃຫ້​ເປັນ​ປະໂຫຍ​ດ​ແກ່​ເຂົາ​ເຈົ້າ.

ໃນ​ເດືອນ​ຕຸລາ​ຜ່ານ​ມານັ້ນ ບໍລິສັດລັດວິ​ສາ​ຫະກິດ CNOOC ຂອງຈີນ​ໄດ້​ລົງທຶນ 1 ພັນ​ລ້ານ​ໂດ​ລາ ​ໃສ່ການ​ສໍາ​ຫລວດຫາ​ບໍ່​ນໍ້າມັນ​ຈາກ​ພື້ນດິນ ​ແລະບໍ່ອາຍ​ແກັສທຳ​ມະ​ຊາດຢູ່ລັດ​ເທັກ​ຊັສ ​ແລະ ICBC ທະນາຄານທີ່ ໃຫຍ່​ສຸດ​ຂອງ​ຈີນ ກໍ​ໄດ້​ຊື້​ເອົາບໍລິສັດນາຍໜ້າຂາຍ
ຮຸ້ນ​ນ້ອຍໆ ບໍລິສັດນຶ່ງ ຢູ່​ນີວຢອກ.

ຄະນະບໍລິຫານທະນາຄານ ICBC, ທະນາຄານໃຫຍ່​ສຸດ ​ຂອງ​ຈີນ
ຄະນະບໍລິຫານທະນາຄານ ICBC, ທະນາຄານໃຫຍ່​ສຸດ ​ຂອງ​ຈີນ

ໃນ​ເດືອນ​ກໍລະກົດປີ​ນີ້ ບໍລິສັດຈີນ ​ບໍລິສັດນຶ່ງ​ກໍ​ໄດ້ຊື້​ເອົາ
ບໍລິສັດ Nexteer Automotive ຊຶ່ງ​ເປັນ​ສາຂານຶ່ງຂອງ
ບໍລິສັດຜະລິດ​ລົດ General Motor ​ໃນ​ມູນ​ຄ່າ 450
ລ້ານ​ໂດ​ລາ. ​ Nexteer ​ເປັນ ບໍລິສັດທີ່​ຈ້າງ​ຄົນ​ງານ
ຫລາຍ​ອັນ​ດັບ​ສອງ​ ໃນເມືອງ Saginaw ລັດ Michi-
gan ຊຶ່ງ​ເປັນ​ເຂດ​ປະຊາ​ຄົມທີ່​ມີ​ອັດຕາ​ຄົນ​ຫວ່າງ​ງານ​
ສູງ​ກວ່າ 11%.

ພະນັກງານ​ໃນບໍລິສັດ Nexteer ບາງ​ຄົນ​ເປັນ​ຫ່ວງວ່າ
ພວກ​ເຂົາ​ເຈົ້າຈະ​ເສຍ​ວຽກ​ເຮັດ​ງານ​ທຳ ຖ້າ​ຫາກ​ເຈົ້າຂອງ
ໂຮງງານ​ໃໝ່​ຍ້າຍ​ກິດຈະການໄປ​ເຮັດ​ຢູ່​ຈີນ. ຄົນ​ອື່ນໆກໍ​ບໍ່ພໍ​ໃຈທີ່​ບໍລິສັດທີ່​ພວກ​ເຂົາ​ເຈົ້າ
ເຮັດ​ວຽກ​ຢູ່​ ຊຶ່ງເມື່​ອກ່ອນເປັນພາກສ່ວນ​ນຶ່ງ ຂອງບໍລິສັດລົດ​ໂອ​ໂຕ​ຍັກໃຫຍ່ ​General
Motors ຂອງ​ອາ​ເມ​ຣິກາ ​ບັດ​ນີ້ກັບຕົກຢູ່ໃຕ້​ການ​ຄວບ​ຄຸມ​ຂອງ​ຈີນ. ແຕ່​ວ່າທາງບໍລິສັດ
ກໍ​ໄດ້ເພີ້ມໜ້າວຽກດ້ານ​ວິ​ສະ​ວະ​ກອນຂຶ້ນ​ຢ່າງ​ນ້ອຍ 100 ໜ້າວຽກ​ແລ້ວ ນັບ​ແຕ່​ມື້ມີການ
ປະກາດການ​ຊື້​ເອົາບໍລິສັດນີ້​ເປັນຕົ້ນມາ.

ນອກ​ນັ້ນ​ແລ້ວ ​ໃນ​ປີນີ້ ບໍລິສັດ Anshan Iron and Steel ຊຶ່ງ​ເປັນ ບໍລິສັດ​ຜະລິດ​ເຫລັກ​ກ້າທີ່ໃຫຍ່​ອັນ​ດັບ 4 ຂອງຈີນ ກໍຢາກ​ເປີດ​ບໍລິສັດ ຮ່ວມລົງທຶນ ​ໃນມູນ​ຄ່າ 168 ລ້ານໂດ​ລາ ​ກັບບໍລິສັດພັດທະນາ​ເຫລັກ​ກ້າ ຫລື Steel Development Corporation ຂອງ​ສະຫະລັດ ຢູ່​ລັດ Mississippi ຊຶ່ງຈະເປັນ​ການ​ລົງທຶນ​ອັນທຳ​ອິດ​ຂອງ​ຈີນ ​ໃນ​ພາກສ່ວນ​ນີ້​ຂອງ​ສະຫະລັດ​. ​ແຕ່​ວ່າ​ພວກ​ຜູ້​ແທນ​ລັດຖະສະພາ​ສະຫະລັດບາງ​ຄົນ ​ແລະບໍລິສັດຜະລິດ​ເຫລັກ​ກ້າສະຫະລັດ​ອື່ນໆ ​ໄດ້​ຄັດຄ້ານ​ຕໍ່​ການ​ຊື່​ຂາຍ​ອັນ​ນີ້ ​ໂດຍໃຫ້​ເຫດຜົນ​ວ່າ ຜູ້​ຜະລິດ​ເຫລັກ​ ກ້າ​ຂອງ​ຈີນແມ່ນ ​ໄດ້​ຮັບ​ການ​ເກື້ອກຸນ​ຈາກ​ລັດຖະບານ. ທາງ​ລັດຖະສະພາ​ສະຫະ​ລັດ ຕ້ອງ​ໄດ້ທົບ​ທວນຄືນ ​ແລະ​ອະນຸມັດການ​ຕົກລົງ​ດ້ານການ​ຄ້າໃດໆ ທີ່​ອາດ​ມີ​ຜົນ​ກະທົບ​ຕໍ່
ຄວາມໝັ້ນຄົງ​ຂອງ​ຊາດ.

ທ່ານ Derek Scissors ​ເຈົ້າ​ໜ້າ​ທີ່​ຂັ້ນ ສູງທີ່ມູນ​ນິທິ Heritage Foundation ​
ທ່ານ Derek Scissors ​ເຈົ້າ​ໜ້າ​ທີ່​ຂັ້ນ ສູງທີ່ມູນ​ນິທິ Heritage Foundation ​

ທ່ານ Derek Scissors ​ເຈົ້າ​ໜ້າ​ທີ່​ຂັ້ນສູງທີ່ ມູນ​ນິທິ Heritage Foundation ຊຶ່ງ​ເປັນ​ສະ​ຖາ​ບັນ​ຄົ້ນຄວ້າ​ດ້ານ​ນະ​ໂຍບາຍ ທີ່ນະຄອນ ຫລວງວໍ​ຊັງ​ຕັນ ເອີ້ນ​ເຫດຜົນ​ທີ່ໃຊ້ໃນ​ການ​ຄັດຄ້ານ​ການ​ຊື້ຂາຍ ​ແລະ ການ​ລົງທຶນຂອງ​ຈີນ​ໃສ່​ໃນ​ຂະ​ແໜງການຜະລິດ​ແລະ​ແຫ​ລ່ງ
ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ສະ
ຫະລັດວ່າເປັນ​ເລື້ອງໄຮ້ສາລະ. ທ່ານ
Scissors ກ່າວ​ດັ່ງນີ້:

ເວລາ​ຂ້າພະ​ເຈົ້າ​ໂອ້​ລົມ​ກັບ​ພວກ​ສະມາ
ຊິກ​ລັດຖະສະພາ​ສະຫະລັດ ແລະພວກ
ໂຕ​ແທນ​ຂອງເຂົາ​ເຈົ້າກ່ຽວ​ກັບ​ເລຶ່ອງນີ້ ​
ແລະ​ຖາມ​ເຖິງ​ວ່າການ​ຄັດຄ້ານ​ນັ້ນ​ ມາ​
ຈາກ​ໃສ​ ພວກ​ເຂົາ​ເຈົ້າ​ກໍ​ຈະເວົ້າ​ເຖິງ​ເຫດການ ​ທີ່​ອາດ​ເກີດ​ຂຶ້ນຕາ​ມມາ ແລະ​
ເວົ້າ​ວ່າ ​ເລື່ອງ​ນີ້ອາດຈະເກີດ​ຂຶ້ນ​ໄດ້ ມັນ​ອາດ​ສາມາດ​ເກີດ​ຂຶ້ນ​ໄດ້ ​ແລະ​ຖ້າ​ມັນ​
ເກີດ​ຂຶ້ນມາ​ແລ້ວ ​ແລະ​ມັນ​ກໍ​ຈະເປັນ​ບັນຫາ​ໃຫຍ່​ ​ແຕ່​ວ່າເປັນ​ຫຍັງ​ພວກເຮົາຈຶ່ງ​
ບໍ່​ລໍ​ເບິ່ງ​ຈົນ​ກວ່າ​ວ່າ ​ມັນ​ເກີດ​ຂຶ້ນ​ແທ້ ​ແລ້ວ​ກໍ​ຫາ​ທາງ​ປ້ອງ​ກັນ​ບັນຫາ​ທີ່​ເຮົາ​ນຶກ​
ວ່າ​ ມັນ​ຈະ​ເກີດ​ຂຶ້ນ​ໃນ​ເວລາ​ໃດ​ນຶ່ງ​ໃນ​ອະ​ນາ​ຄົດ​ນັ້ນ.”

ອັດຕາ​ຫວ່າງ​ງານ​ຂອງ​ສະຫະລັດ ຍັງ​ສູງເກືອ​ບຮອດ 10% ຢູ່​ 2 ປີ​ຫລັງ​ຈາກເລີ້ມມີ​ວິ​ກິດ​ການ​ທາງ​ເສດຖະກິດ​ທີ່ຮ້າຍ​ແຮງທີ່​ສຸດ​ໃນ​ປະ​ເທດ​ນີ້ ນັບ​ແຕ່ ປີ 1930 ເປັນຕົ້ນມາ.

ທ່ານ Scissors ໃຫ້​ຄຳ​ເຫັນ​ວ່າ ການ​ລົງທຶນ​ຂອງ​ຈີນ ​ແມ່ນ​ຈະ​ນຳ​ຜົນ​ປະ​ໂຫຍ​ດມາ​ໃຫ້​ທຸກ​ຝ່າຍ ຊຶ່ງທ່ານ​ຊີ້​ແຈງ​ດັ່ງນີ້:

"ການ​ທີ່​ຈີນ​ມາ​ລົງທຶນ​ໃນ​ອະ​ເມຣິກາ ມັນ​ກໍ​ຈະຮັກສາ​ວຽກງານ​ໄວ້​ ​ໃຫ້​ຄົນ​ອາ​ເມຣິ
ກັນຢູ່​ໃນ​ທີ່​ນີ້ ຄື​ ການ​ປ່ອຍ​ໃຫ້ຈີນເຂົ້າມາໃຊ້ຊັບ ພະຍາກອນ​ທໍາ​ມະ​ຊາດ​ຂອງອາ
ເມ​ຣິ​ກັນ ​ແມ່ນ​ຈະ​ເປັນ​ປະ​ໂຫຍດ​. ​ສະຫະລັດ​ນັ້ນເປັນ​ປະ​ເທດ​ທີ່ອຸດົມ​ຮັ່ງ​ມີ​ ​ໄປ​
ດ້ວຍຊັບພະຍາກອນ​ທໍາ​ມະ​ຊາດ​ເກືອບ​ວ່າ​ທຸກ​ຢ່າງ​ຢູ່​ແລ້ວ ຍົກ​ເວັ້ນ​ນໍ້າມັນ​ເທົ່າ​ນັ້ນ.
ຈີນ​ແມ່ນມີ​ຄວາມ​ຕ້ອງການ​ຫລາຍ​ທີ່​ສຸດ. ສ່ວນສະຫະລັດກໍມີ​ສະພາບ​ແວດລ້ອມ
ດ້ານ​ການ​ລົງທຶນ​ທີ່​ດີ​ຫລາຍ​ ສໍາລັບ​ພວກບໍລິສັດ​ຕ່າງໆ​ຂອງ​ຈີນ. ​ສະ​ນັ້ນ ຈຶ່ງ​ເປັນ
ທີ່​ພໍ​ເຂົ້າ​ໃຈ​ໄດ້​ວ່າ​ ​ເປັນ​ຫຍັງຈີນຈຶ່ງຕ້ອງການ​ມາລົງທຶນ​ໃນ​ສະຫະລັດ ​ແລະ​ ຖ້າ​
ເວົ້າຢ່າງ​ກົງ​ໄປ​ກົງມາແລ້ວ​ ຈີນແມ່ນຈ່າຍ​ສູງເກີນ​ໄປ​ຊໍ້າ ສໍາລັບຊັບພະຍາກອນ​
ທໍາ​ມະ​ຊາດ. ​ເພາະສະ​ນັ້ນ​ເປັນ​ຫຍັງພວກ​ເຮົາ​ຈຶ່ງບໍ່​ປ່ອຍ​ໃຫ້ຈີນ​ມາຈ່າຍ​ເກີນ​ສໍາ
ລັບຄ່າ​ຊັບພະຍາກອນ​ທໍ​າມະຊາດຂອງ​ອ​ະ​ເມຣິ ກາ​?"

ລັດຖະມົນຕີ​ກະຊວງ​ການ​ຄ້າສະຫະລັດ ທ່ານ Gary Locke
ລັດຖະມົນຕີ​ກະຊວງ​ການ​ຄ້າສະຫະລັດ ທ່ານ Gary Locke

ແຕ່​ວ່າພວກ​ນັກບໍລິຫານທຸລະ
ກິດ ​ແລະ​ນັກການ​ເມືອງຂອງ
ສະຫະລັດບາງ​ຄົນຈົ່ມ​ວ່າ ຈີນ
ຈຳກັດ​ຊ່ອງ​ທາງ​ເຂົ້າ​ເຖິງຕະ
ຫລາດ​ຈີນ ຂອງ​ພວກບໍລິສັດ
ສະຫະລັດທີ່​ຢາກໄປຂະຫຍາຍ
ທຸລະ​ກິດຂອງ​ຕົນ​ຢູ່​ໃນ ຈີນນັ້ນ.
ລັດຖະມົນຕີ​ກະຊວງ​ການ​ຄ້າ
ສະຫະລັດ ທ່ານ Gary Locke
ເວົ້າວ່າ ບັນຫານີ້ຈະ​ຖືກ​ຍົກ​ມາ
ລົມ​ກັນ​ເພື່ອຫາ​ທາງ​ແກ້​ໄຂ​ໃນ​
ກອງ​ປະຊຸມ​ລະຫວ່າງພວກ​ເຈົ້າ
ໜ້າທີ່​ການ​ຄ້າ​ຂອງສະຫະລັດ ​ແລະຈີນ ຢູ່​ນະຄອນຫລວງວໍ​ຊິງ​ຕັນ ​ໃນ​ວັນ​ຈັນ ທີ 13 ທັນວາ ມື້ນີ້. ທ່ານ Locke​ເວົ້າ​ວ່າ:

“ພວກເຮົາຢາກ​ເຫັນ​ມີ​ການ​ແລກປ່ຽນຜົນ​ປະໂຫຍ​ດຊຶ່ງ​ກັນ​ແລະ​ກັນ ຈາກ​ຄູ່ການ
ຄ້າຂອງ​ພວກ​ເຮົາ​ຢູ່​ຈີນຫລາຍ​ຂຶ້ນກວ່າເກົ່າ ​ແລະ ກໍຢາ​ກ​ໃຫ້​ມີ​ຄວາມ​ມຸ້ງໝັ້ນທີ່​
ແຂງ​ຂັນຂຶ້ນກວ່າ​ເກົ່າ​ຈາກ​ຝ່າຍ​ຈີນ ໃນ​ການ​ດຳ​ເນີນນະ​ໂຍບາຍເປີດ​ຕະຫລາດ
ທີ່​ຈີນ​ໄດ້​ຕົກລົງ​ໃນ​ຕອນທຳ​ອິດ ​ເວລາ​ທີ່ຈີນ​ເລີ້ມ​ເຂົ້າຮ່ວມອົງການການ​ຄ້າ​ໂລກ
ຫລື WTO ນັ້ນ.”

ເນື່ອງ​ຈາກ​ມີ​ຫລາຍໆ​ລັດ ທີ່​ປະ​ເຊີນ​ກັບ​ອັດຕາ​ຫວ່າງ​ງານ​ສູງ ​ແລະ​ໜີ້​ສີນ​ເປັນ​ຈໍານວນ​ມະຫາ
ສານ​ນັ້ນ ບັນດາ​ຜູ້​ປົກ​ຄອງ​ລັດ​ເຫລົ່າ​ນັ້ນ ​ເຊ່ນ​ລັດ​ແຄ​ລິ​ຟໍ​ເນຍ ​ແລະມີ​ນີໂຊ​ຕາ ກໍ​ໄດ້​ພາກັນ
ເດີນທາງ​ໄປ​ຍັງ​ປະ​ເທດ​ຈີນ​ເຊ່ນ​ກັນ​ເມື່ອໄວໆ​ມາ​ນີ້ ​ເພື່ອພະຍາຍາມ​ໂຄສະນາ​ລັດ​ຂອງ​ຕົນ.
ພວກ​ເຈົ້າ​ໜ້າ​ທີ່​ລັດ​ອິນ​ເດຍນາ​ເອງກໍ​ມີ​ແຜນການທີ່​ຈະ​ເດ​ີນທາງ​ໄປ​ຈີນ​ອີກ ​ໃນ​ປີໜ້າ.

XS
SM
MD
LG