ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຟ້ອງຮ້ອງ ທ່ານ Zhou Yongkang ອະດີດຫົວໜ້າ ຮັກສາຄວາມປອດໄພ ທີເຄີຍມີອິດທິພົນ


ທ່ານ Zhou Yongkang ອະດິດສະມາ​ຊິກປະຈຳກຳມະການ ​ກົມການ​ເມືອງ​ສູນ​ກາງ​ ພັກຄອມມູນິສ ຖືກກ່າວຫາວ່າ ໃຊ້ອຳ ນາດເຖື່ອນ ແລະ ສໍ້ລາດບັງຫລວງ.
ທ່ານ Zhou Yongkang ອະດິດສະມາ​ຊິກປະຈຳກຳມະການ ​ກົມການ​ເມືອງ​ສູນ​ກາງ​ ພັກຄອມມູນິສ ຖືກກ່າວຫາວ່າ ໃຊ້ອຳ ນາດເຖື່ອນ ແລະ ສໍ້ລາດບັງຫລວງ.

ບັນດາ​ເຈົ້າ​ໜ້າທີ່ ກ່າວ​ວ່າ ອະ​ດີດ​ຫົວໜ້າຮັກສາ​ຄວາມ​ປອດ​ໄພ
ຂອງ​ຈີນໄດ້​ຖືກ​ກ່າວ​ຫາ​ໃນ​ວັນ​ສຸກ​ມື້​ນີ້ ໂດຍການ​ຮັບ​ສິນບົນ ​ໃຊ້
​ອຳນາດ​ເຖື່ອນ​ແລະ​ເປີດ​ເຜີຍ​ຄວາມ​ລັບ​ລັດຖະບານ ​ຊຶ່ງເຮັດ​ໃຫ້
​ທ່ານ​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສຸດທີ່​ຖືກ​ຟ້ອງຮ້ອງ ດຳເນີນຄະດີ​ໃນ​
ຮອບ​ຫລາຍ​ສິບ​ປີ.

ທ່ານ Zhou Yongkang ອາຍຸ 72 ປີ ຊຶ່ງຄັ້ງ​ນຶ່ງ ​ເຄີ​ຍເປັນ​ຫົວ
ໜ້າ ບໍລິສັດ​ນໍ້າ ມັນແຫ່ງ​ຊາດ​ຈີນ ​ແລະ​ມີ​ອຳນາດ​ຢ່າງກວ້າງ
ຂວາງ ແລະ​ຄວາມຮັ່ງມີ​ໃນ​ຂະນະ ​ທີ່​ທ່ານ​ໄດ້ຂຶ້ນຊັ້ນເປັນລຳດັບ
ມາຢູ່ໃນຖັນແຖວຂອງພັກ ຈົນກາຍ​ເປັນ​ສະມາ​ຊິກປະຈຳກໍາ ມະ
ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຄອມມູນິສ ຊຶ່ງ​ເປັນອົງກອນ​ທີ່​ມີ
​ອຳນາດ​ຫຼາຍທີ່​ສຸດ​ຢູ່​ໃນປະ​ເທດ​ຈີນ.

ຄຳ​ຖະ​ແຫລ​ງສັ້ນໆ​ ຢູ່​ໃນເວັບໄຊທ໌ ຂອງ​ຫ້ອງການໄອ​ຍະ​ການ​ສູງສຸດຂອງ​ຈີນ ກ່າວ​ວ່າ
ການ​ກ່າວ​ກ່ຽວກັບການກະທຳ​ຄວາມຜິດຂອງ ທ່ານ Zhou “​ໄດ້​ນຳໄປ​ສູ່​ການ​ສູນ​ເສຍ
​ເງິນຫຼວງ​ຢ່າງຫລວງຫລາຍ.” ​ຍິ່ງ​ໄປ​ກວ່າ​ນັ້ນ ຄວາມ​ຜິດ​ຂອງ​ທ່ານ​ຍັງ​ໄດ້ສ້າງຄວາມ
ເສຍຫາຍຢ່າງຮ້າຍ​ແຮງ ຕໍ່​ຜົນ​ປະ​ໂຫຍ​ດຂອງຊາດ ແລະ ຂອງສາທາລະນະຊົນ ​ແລະ​
ມີຜົນກະທົບໃນທາງທີ່ບໍ່ດີ​ມາສູ່​ສັງຄົມ.

ມັນ​ຍັງ​ບໍ່​ເປັນ​ທີ່​ແຈ້​ງຂາວເທື່ອວ່າ ​ເວລາໃດການ​ດຳ​ເນີນ​ຄະດີ​ຂອງ ທ່ານ Zhou ຈຶ່ງຈະ​
ເລີ້ມ​ຂື້ ຫລື​ວ່າ​ມັນ​ຈະ​ເປີດ​ກວ້າງ​ເທົ່າ​ໃດ​ຕໍ່​ສາທາລະນະຊົນ ໃນຄະດີທີ່​ພົວ ພັນ​ກັບ​ການ​ກ່າວຫາໃນເລື້ອງຄວາມ​ລັບ​ຂອງປະເທດ​ແລະມີຄວາມຫຼໍ່ແຫຼມສຳຄັນ ນັ້ນ.

ຖ້າ​ຫາກ​ຖືກ​ພົບເຫັນວ່າມີຄວາມຜິດ ທ່ານ Zhou ອາດ​ໄດ້​ຮັບ​ການ​ລົງ​ໂທດ​ປະຫານ
​ຊີວິດ ຫລື​ຕິດ​ຄຸກ​ຕະຫລອດ​ຊີວິດ.

China Corruption
please wait
Embed

No media source currently available

0:00 0:00:24 0:00

XS
SM
MD
LG