ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຸກສາຍຕາ ເບິ່ງໄປທີ່ຈີນ ໃນຂະນະທີ່ ນາຍົກ ອິນເດຍ ມຸ່ງໜ້າສູ່ ຫວຽດນາມ


ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ກ່າວຄຳປາໄສ ທີ່ນະຄອນຫລວງ New Delhi ປະເທດອິນເດຍ. (15 ສິງຫາ 2016)​
ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ກ່າວຄຳປາໄສ ທີ່ນະຄອນຫລວງ New Delhi ປະເທດອິນເດຍ. (15 ສິງຫາ 2016)​

ເປັນ​ທີ່ຄາດກັນວ່າ ຄວາມຕ້ອງການຂອງຮ່າໂນຍເພື່ອເສີມຂະຫຍາຍການປ້ອງກັນທາງ ທະເລ ຕໍ່ຕ້ານການ​ອ້າງ​ເອົາ​ກຳມະສິດ ​ແບບ​ໝັ້ນ​ໃຈ​ຫລາຍ​ຂຶ້ນຂອງຈີນ ຢູ່ໃນເຂດທະເລ ຈີນໃຕ້ ທີ່ເປັນບັນຫາຂັດແຍ້ງກັນນັ້ນແມ່ນຈະເປັນຫົວຂໍ້ທີ່​ສຳຄັນໃນລາຍການປະຊຸມເວ ລານາຍົກັດຖະມົນຕີອິນເດຍ ທ່ານ Narendra Modi ຢ້ຽມຢາມຫວຽດນາມ ໃນວັນສຸກ ມື້ນີ້.

ສາດສະດາຈານ Sukh Doe Muni ເຈົ້າໜ້າທີ່ປະຈຳສະຖາບັນການສຶກສາດ້ານການ ປ້ອງກັນປະ​ເທດແລະການວິເຄາະ ທີ່ນະຄອນຫລວງ New Delhi ກ່າວວ່າ ການເດີນ ທາງໄປຫວຽດນາມ ຂອງຜູ້ນຳອິນເດຍ ໃນວັນສຸກມື້ນີ້ ມີຂຶ້ນໃນຂະນະທີ່ “ຄຳຖາມກ່ຽວ ກັບທະເລຈີນໃຕ້ໄດ້ພົ້ນເດັ່ນຂຶ້ນມາ​ເປັນ​ເລື້ອງສຳຄັນ.”

ກຳປັ່ນຍາມຝັ່ງຈີນ ທີ່ແນມເຫັນ ໃກ້ໆເຮືອຍາມຝັ່ງຫວຽດນາມ
ກຳປັ່ນຍາມຝັ່ງຈີນ ທີ່ແນມເຫັນ ໃກ້ໆເຮືອຍາມຝັ່ງຫວຽດນາມ

ອະດີດນັກການທູດອະວຸໂສ ຂອງອິນເດຍ ທ່ານ Doe Muni ຜູ້ທີ່ເຄີຍເຮັດວຽກຢູ່ໃນເອ ເຊຍຕາເວັນອອກສຽງໃຕ້ມາ​ກ່ອນ​ກ່າວວ່າ “ການຢ້ຽມຢາມຂອງທ່ານ Narendra Modi ທີ່ຈິງແລ້ວ ແມ່ນເປັນການບົ່ງບອກອັນໜັກແໜ້ນເຖິງມິດຕະພາບ​ໃນການສະແດງອອກ ໂດຍອິນເດຍ ​ເຖິງຄວາມສະໜິດສະໜົມ ຖານມິດສະຫາຍ ຄວາມສາມັກຄີ ກັບຫວຽດ ນາມ ໂດຍສະເພາະ ໃນເວລາທີ່ຫວຽດນາມ ກຳລັງປະເຊີນໜ້າ ກັບຄວາມກົດດັນຢ່າງ ໜັກຈາກຈີນຢູ່ໃນຂົງເຂດ.”

ການຢຸດແວ່ ຮ່າໂນຍ ຂອງທ່ານ Modi ຈະເຮັດໃຫ້ທ່ານ ເປັນນາຍົກລັດຖະມົນຕີອິນເດຍ ຄົນທຳອິດ ທີ່​ໄປຢ້ຽມຢາມຫວຽດນາມ ໃນໄລຍະໜຶ່ງທົດສະວັດ ເຊິ່ງມີຂຶ້ນໜຶ່ງມື້ກ່ອນໜ້າ ທີ່ທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດໃນປີນີ້ຂອງກຸ່ມ​ຈີ 20 ທີ່ເມືອງ Hangzhou ​ໃນ​ປະ​ເທດຈີນ.

ອີງຕາມທ່ານ Ngo Xuan Binh ຜູ້ອຳນວຍການ ຂອງສະຖາບັນການສຶກສາພາກພື້ນອິນ ເດຍ ແລະ ເອເຊຍຕາເວັນຕົກສຽງໃຕ້ ຢູ່ທີ່ນະຄອນຮ່າໂນຍ​ແລ້ວ ເລື່ອງການປ້ອງກັນປະ​ເທດຈະເປັນພາກສ່ວນທີ່ສຳຄັນຂອງຄວາມສຳພັນ “ອັນດັ່ງເດີມ” ລະຫວ່າງຮ່າໂນຍແລະ ອິນເດຍ ແລະໄດ້ມີການສະແດງປະຕິກິລິຍາທີ່ແຕກຕ່າງກັນອອກມາໂດຍມະຫາຊົນຊາວ ຫວຽດນາມ.

ລູກສອນໄຟຄຣູສ Brahmos ຂອງອິນເດຍ
ລູກສອນໄຟຄຣູສ Brahmos ຂອງອິນເດຍ

ທ່ານ ກ່າວຕື່ມວ່າ “ບາງຄົນ ກ່າວວ່າ ການຢ້ຽມຢາມ ຫວຽດນາມ ​ໂດຍທ່ານ Modi ກ່ອນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ G20 ສະແດງໃຫ້ເຫັນວ່າ ຮ່າໂນຍມີຄວາມສຳຄັນສ່ຳ ໃດສຳລັບ New Delhi ແລະ ກໍຍັງເປັນສັນຍານ ຕໍ່ຈີນ. ເຖິງຢ່າງໃດກໍດີ ພວກຄົນອື່ນໆ ກ່າວວ່າ ການຢ້ຽມຢາມນີ້ຈະມີຜົນກະທົບໜ້ອຍດຽວຕໍ່ຈີນ ໃນຂະນະທີ່ອິນເດຍເປັນພາຄີ ໃຫຍ່ຂອງປັກກິ່ງໃນຫຼາຍຮູບແບບ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG