ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນຕັດສິນຈຳຄຸກ 113 ຄົນ ຂໍ້​ຫາ​ກໍ່​ການ​ຮ້າຍ ໃນຊິນຈຽງ


ແຜນທີ່ເຂດເມືອງ Urumqi ແຂວງ Xinjiang ໃນປະເທດຈີນ.
ແຜນທີ່ເຂດເມືອງ Urumqi ແຂວງ Xinjiang ໃນປະເທດຈີນ.

ສື່ຂ່າວ​ທີ່​ຂຶ້ນກັບ​ລັດ​ຖະບານ​ແຫ່ງ​ນຶ່ງ ກ່າວ​ວ່າ ສານ​ຈີນຫຼາຍໆ
​ແຫ່ງຢູ່​ແຂວງ​ ຊິນ​ຈຽງ ທາງ​ພາກຕາ​ເວັນຕົກ​ສຸດ​ຂອງປະ​ເທດ ​
ໄດ້​ຕັດສິນຈຳ​ຄຸກ 113 ຄົນ​ ​ໃນອາທິດ​ແລ້ວ​ນີ້ ​ໃນຂໍ້​ຫາ​ກໍ່​ການ
​ຮ້າຍ ຫຼືຂໍ້ກ່າວ​ຫາ​ອື່ນໆ.

​ເວັບ​ໄຊ້ທ໌ Tian.net ກ່າວ ​ໃນ​ລາຍ​ງານ​ເມື່ອ​ວັນ​ອາທິດ​ວານ​ນີ້
ວ່າ ພວກສານ​ປະຈຳ​ພາກ​ພື້ນ ​ໃນ​ເຂດ Kashgar ​ໄດ້​ທຳການ
ພິຈາລະ​ນາຄະ​ດີຢ່າງ​ເປີດ​ກ້ວາງ ​ໃນ​ວັນ​ພຸດ​ຜ່ານ​ມາ ແລະ​ໄດ້​
ຕັດສິນໂທດຈຳ​ຄຸກ 113 ຄົນ ລວມທັງ 4 ຄົນ ​ທີ່​ໄດ້​ຮັບ​ໂທດ
​ຈຳ​ຄຸກ ຕະຫລອດ​ຊີວິດ.

​ເຂດ​ຊິນ​ຈຽງ ທີ່ອຸດົມ​ສົມບູນ​ໄປ​ດ້ວຍຊັບພະຍາກອນ ​ແລະ​ເປັນ​ຖິ່ນ​ຢູ່ ອາ​ໄສ​ຂອງ​ຊາວ​
ມຸສລິມ​ ​Uighurs ຊົນ​ເຜົ່າ​ນ້ອຍ​ ​ແມ່ນໄດ້ປະສົບ​ກັບ​ຄວາມ​ຮຸນ​ແຮງ​ເພີ້​ມຂຶ້ນ​ໃນຫຼາຍໆ
ເດືອນຜ່ານ​ມາ ຊຶ່ງພາ​ໃຫ້​ປັກ​ກິ່​ງເລີ້ມ​ປະຕິບັດ​ການ​ປາບ​ປາມ ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ
​ນຶ່ງ​ປີ​ເຕັມ ຕໍ່ອັນ​ທີ່​ຕົນ​ເອີ້ນ​ວ່າ ​ການ​ກໍ່​ການ​ຮ້າຍ​ໃນ​ຂົງ​ເຂດ.

ຢ່າງ​ນ້ອຍ 380 ຄົນ​ໄດ້​ຖືກ​ຈັບ​ກຸມ​ໃນເດືອນ​ແລ້ວ​ນີ້ ​ໃນ​ການ​ປາບ​ປາມ​ຕໍ່​ຄວາມ​ຮຸນ​ແຮງ​ໃນ​ເຂດຊີນ​ຈຽງນັ້ນ.

XS
SM
MD
LG