ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເສຍຊີວິດ 11 ຄົນ ໃນເຫດໄຟ​​​ໄໝ້​ ໂຮງ​ແຮມ​​​ ໃນ​ຈີນ (ວີດີໂອ)


ພະນັກງານດັບໄຟ ກໍາລັງມອດໄຟ ທີ່ໄໝ້ໂຮງແຮມແຫ່ງນຶ່ງ ຢູ່ເມືອງ Xiangyang ແຂວງ Hubei ທາງພາກກາງຂອງຈີນ, ວັນທີ 14 ເມສາ 2013.
ພະນັກງານດັບໄຟ ກໍາລັງມອດໄຟ ທີ່ໄໝ້ໂຮງແຮມແຫ່ງນຶ່ງ ຢູ່ເມືອງ Xiangyang ແຂວງ Hubei ທາງພາກກາງຂອງຈີນ, ວັນທີ 14 ເມສາ 2013.
ທາງ​ການ​ຈີນ​ເວົ້າ​ວ່າ ​ໄດ້​ເກີດ​ໄຟ​ໄໝ້​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ພາກ​ກາງຂອງ​ຈີນ ​ໃນວັນ​ອາທິດ​ມື້​ນີ້ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 11 ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍສິບ​ຄົນ.

​ເຈົ້າ​ໜ້າ​ທີ່​ແລະສື່​ມວນ​ຊົນ​ທາງ​ການ ​ເວົ້າ​ວ່າ ​ໄຟ​ໄດ້​ເລີ່​ມໄໝ້​ຂຶ້ນຢູ່​ຫ້ອງ​ໃຊ້ ອິນ​ເທີ​ເນັດ​ ຊັ້ນພື້ນ​ດິນ ​ແລະ​ໄດ້ໄໝ້​ລາມ​ຂຶ້ນ​ໄປ​ຍັງ​ຊັ້ນ​ສອງຂອງ​ຕຶກ ​ໃນ​ແຂວງ Hubei​.

ອົງການ​ຂ່າວ​ຊິນ​ຫົວ​ເວົ້າ​ວ່າ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ ຢ່າງ​ໜ້ອຍ​ 50 ຄົນ. ສາເຫດ​ຂອງ​ໄຟ​ໄໝ້​ຄັ້ງ​ນີ້​ ກໍາລັງ​ຢູ່​ໃນ​ການ​ສືບສວນ​ສອບ​ສວນ​ຢູ່.

(ເບິ່ງວີດີໂອ)

ໄຟ​​​ໄໝ້​ໂຮງ​ແຮມ​​​ແຫ່ງ​ນຶ່ງ​​ຈີນ
please wait

No media source currently available

0:00 0:00:31 0:00
XS
SM
MD
LG