ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກນິຍົມ ປັກກິ່ງ ຕໍ່ສູ້ກັບ ພວກປະທ້ວງ ຢູ່ ຮົງກົງ


ຕຳຫຼວດຮົງກົງ ໄດ້ຖືກບັງຄັບ ໃຫ້ເຂົ້າແຊກແຊງ ໃນວັນສຸກມື້ນີ້
ຫຼັງຈາກໄດ້ມີ ການຕໍ່ສູ້ກັນລະເບີີດຂຶ້ນ ລະຫວ່າງພວກປະທ້ວງ
ນິຍົມປະຊາທິປະໄຕແລະປະຊາຊົນທີ່ໂກດແຄ້ນບໍ່ເຫັນພ້ອມກັບ ການປະທ້ວງທີ່ດຳເນີນມາເປັນເວລານຶ່ງອາທິດແລ້ວນັ້ນ.

ການຕໍ່ສູ້ກັນໄດ້ເລີ້ມຂຶ້ນ ເວລາປະຊາຊົນທີ່ສະໜັບສະໜຸນການ
ປົກຄອງຂອງພັກຄອມມູນິສກຸ່ມນຶ່ງໄດ້ໂຈມຕີບ່ອນພັກຂອງພວກ
ປະທ້ວງແຫ່ງນຶ່ງທີ່ຄຸມ Mong Kok ໂດຍໄດ້ພາກັນມ້າງຕູຜ້າຕັ້ງ ແລະຈີກປ້າຍຍຄຳຂວັນຂອງພວກປະທ້ວງ.

ຕຳຫຼວດໄດ້ຈັບມືຕໍ່ກັນເປັນສາຍໂສ້ມະນຸດເພື່ອພະຍາຍາມແຍກ
ທັງສອງກຸ່ມອອກຈາກກັນ. ເວລາເຄື່ອງກີດຂວາງດັ່ງກ່າວ ບໍ່ສາມາດສະກັດກັ້ນ ທັງສອງ ກຸ່ມໄວ້ໄດ້ ກໍມີການສົ່ງກຳລັງຕຳຫຼວດເພີ້ມຕື່ມ ໄປສະໜັບສະໜຸນ. ບໍ່ມີລາຍງານກ່ຽວກັບ ການບາດເຈັບຮ້າຍແຮງໃດໆເກີດຂຶ້ນ.

ຜູ້ສື່ຂ່າວວີໂອເອ Brian Padden ຊຶ່ງພວມຢູ່ທີ່ຄຸ້ມ Mong Kok ກ່າວເຖິງສະຖານະການ
ວ່າ ມີຄວາມຫຼໍ່ແຫຼມຫຼາຍ.

“ພວກທີ່ມີຄວາມໂກດແຄ້ນເຫຼົ່ານີ້ ບໍ່ມີໃຜຮູ້ຈັກວ່າພວກເຂົາແມ່ນໃຜ ຫຼືມາຈາກໃສກັນແທ້. ພວກເຂົາເວົ້າວ່າ ພວກເຂົາເປັນພວກນັກທຸລະກິດ ແລະຄົນງານຈາກເຂດດັ່ງກ່າວ. ພວກ ເຮົາບໍ່ຮູ້ຈັກວ່າ ມີການຈັດຕັ້ງໃນທຳນອງນີ້ຫຼືບໍ່ ແລະວ່າເປັນຫຍັງ ພວກເຂົາຈຶ່ງມາທີ່ນີ້ ຫລື ພວກເຂົາຫາກໍໄດ້ຍິນຫຍັງ ທາງໂທລະພາບ ແລະທັງໝົດແມ່ນພາກັນແລ່ນມາ ແລະຮູ້ສຶກ ວ່າພໍແລ້ວແລະກໍພາກັນລໍຖ້າໂອກາດນີ້ເພື່ອສະແດງອອກຊຶ່ງຄວາມໂກດແຄ້ນທີ່ພວກເຂົາ ມີຕໍ່ຂະບວນການນິຍົມປະຊາທິປະໄຕ.”

ເຫດການວຸ້ນວາຍດັ່ງກ່າວເກີດຂຶ້ນຫລັງຈາກໄດ້ມີຝົນຕົກໜັກໃນວັນສຸກມື້ນີ້ ທີ່ເຮັດໃຫ້ຈຳ ນວນພວກປະທ້ວງນິຍົມປະຊາທິປະໄຕ ຫລຸດລົງເຫຼືອພຽງບໍ່ເທົ່າໃດສິບຄົນ. ຫລາຍໆຄົນ ໄດ້ພາກັນກັບຄືນໄປເຮັດວຽກເຮັດການ ຫລັງຈາກວັນພັກ 2 ມື້.

ພວກນັກເຄື່ອນໄຫວຫຼາຍໆຄົນເປັນຫ່ວງວ່ວາ ພວກເຈົ້າໜ້າທີ່ຈະສວຍໂອກາດ ໃນຂະນະ ທີ່ຈຳນວນຂອງພວກປະທ້ວງ ຫຼຸດລົງນີ້ ທຳການກວດລ້າງ ບ່ອນປະທ້ວງຕ່າງໆ ຊຶ່ງໄດ້ມີຜູ້ ເຂົ້າຮ່ວມຫລາຍສິບພັນຄົນນັບແຕ່ມື້ວັນສຸກແລ້ວນີ້ເປັນຕົ້ນມາ.

ພວກປະທ້ວງພາກັນຮຽກຮ້ອງໃຫ້ຈີນ ອະນຸຍາດໃຫ້ມີການເລືອກຕັ້ງແບບປະຊາທິປະໄຕ ໃນປີ 2017 ແລະໃຫ້ທ່ານ Leung Chun-ying ຫົວໜ້າບໍລິຫານບໍລິຫານ ທີ່ເປັນມິດກັບ ປັກກິ່ງຂອງຮົງກົງ ຊຶ່ງເປັນເຂດເຄິ່ງປົກຄອງຕົນເອງຂອງຈີນນັ້ນ ລາອອກ.

HONG KONG PROTEST VO
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG