ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນປະນາມ ການຕິຕຽນ ຂອງກຸ່ມຈີ 7 ຕໍ່ການອ້າງກຳມະສິດ ຢູ່ ທະເລຈີນໃຕ້


ໜ່ວຍຍາມຝັ່ງຈີນ ກຳລັງເຄື່ອນໄຫວ ຕັນເຮືອຂົນສົ່ງລັດຖະບານຟິລິບປີນ ທີ່ມີບັນດານັກຂ່າວຢູ່ໃນເຮືອ.
ໜ່ວຍຍາມຝັ່ງຈີນ ກຳລັງເຄື່ອນໄຫວ ຕັນເຮືອຂົນສົ່ງລັດຖະບານຟິລິບປີນ ທີ່ມີບັນດານັກຂ່າວຢູ່ໃນເຮືອ.

ໃນ​ວັນ​ອັງຄານ​ວານ​ນີ້ ຈີນ ​ໄດ້​ປະນາມ​ ກຸຸ່ມຈີ 7 ຫຼື 7 ປະ​ເທດ​ທີ່
ຈະເລີນທາງດ້ານອຸດສາຫະກຳ ທີ່​ກ່າວ “​ໂດຍ​ບໍ່​ມີ​ຄວາມຮັບຜິດ
ຊອບ” ກ່ຽວ​ກັບການອ້າງກຳມະສິດ ເອົາດິນແດນທີ່ເປັນບັນຫາ
ຂັດແຍ້ງຂອງປັກກິ່ງ ຢູ່ໃນທະເລຈີນຕາເວັນອອກ ແລະ ທະເລ
ຈີນໃຕ້.

ຢູ່​ໃນ​ຖ​ະ​ແຫລ​ງການປິດທ້າຍກອງ​ປະຊຸມ​ສຸດ​ຍອດ​ໃນ​ວັນ​ຈັນ
ຜ່ານມານີ້ບັນດາ​ຜູ້​ນຳກຸ່ມຈີ 7 ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​
ກັບຄວາ​ມ​ເຄັ່ງ​ຕືງ​ໃນ​ເຂດ​ທະ​ເລເອ​ເຊຍ ​ແລະຮຽກຮ້ອງ​ໃຫ້​ທຸກ​
ຝ່າຍ​ນັບຖື​ກົດໝາຍ​ສາກົນ.

ຖະ​ແຫລ​ງການ​ຂອງ ກຸ່ມ​ຈີ 7 ກ່າວ​ວ່າ “ພວກ​ເຮົາຂໍຄັດຄ້ານຢ່າງແຂງຂັນ ​ຕໍ່ ການ​ໃຊ້​ການ
​ຂົ່ມຂູ່ ການບີບ​ບັງ​ຄັບ ຫລື​ໃຊ້ກຳລັງ ພ້ອມ​ດ້ວຍ​ການເອົາມາດຕະການແຕ່ພຽງຝ່າຍດຽວ
ທີ່​ຊອກ​ຫາ​ການ​ປ່ຽນ​ແປງ​ສະພາບ​ການ ​ເຊັນ​ວ່າ ການ​ຖົມດິນໃນບໍລິເວນ​ກວ້າ​ງ​ໃຫຍ່​.”

ຖະ​ແຫລ​ງການດັ່ງກ່າວ​ແມ່ນເບິ່ງກັນວ່າ ​ເປັນ​ການ​ຕິ​ຕຽນ​ຕໍ່ການດຳເນີນຄວາມ​ພະຍາຍາມ
​ຂອງ​ຈີນ ທີ່​ສ້າງບັນດາ​ເກາະດອນທຽມ ​ເພື່ອ​ສະໜັບສະໜູນ​ການ ອ້າງ​ກຳມະສິດຂອງຕົນ
ຢູ່​ທະ​ເລ​ຈີນ​ໃຕ້.

ກະຊວງ​ຕ່າງປະ​ເທດ​ຈີນ ​ບໍ່​ຫົວຊາ​ກັບຖ​ະແຫລ​ງການຂອງ ກຸ່ມ​ຈີ 7 ວ່າ “ໄກ​ຈາກ​ຄວາມ​
ຈິງຫຼາຍ.”

ຈີນ​ໄດ້​ຖົມດິນ ​ແລະ​ສ້າງ​ທາງ​ແລ່ນເດີ່ນ​ບິນ ​ແລະ​ຕຶຶກ​ຢູ່​ໝູ່​ເກາະ Spratly ຊຶ່ງ​ຍັງ​ມີການ
ອ້າງກຳມະສິດໂດຍ​ຟິລິບ​ປິນ ຫວຽດນາມ ມາ​ເລ​ເຊຍ ບຣູ​ໄນ ​ແລະ​ໄຕ້​ຫວັນ. ຂົງ​ເຂ​ດດັ່ງ
ກ່າວ​ອຸດົມສົມ​ບຸນ​ໄປ​ດ້ວຍ​ຊັບພະ​ຍາກ​ອນທຳ​ມະ​ຊາດແລະ​ ເປັນ​ເສັ້ນທາງ​ການ​ຄ້າ​ທີ່​ສຳຄັນ.

XS
SM
MD
LG