ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄພນ້ຳຖ້ວມ ໃນຈີນ ໄດ້ເອົາຊີວິດ 150 ຄົນໄປ ແລະ ອີກຫຼາຍຄົນຫາຍສາບສູນ


ພາບເບື້ອງເທິງ ສະແດງໃຫ້ເຫັນວ່າ ເສັ້ນທາງຫຼາຍສາຍ ແລະ ເດີ່ນຢູ່ອ້ອມແອ້ມ ຖືກນ້ຳຖ້ວມ ຢູ່ໃນເມືອງ Xingtai, ແຂວງ Hebei, ຂອງຈີນ, ວັນທີ 21 ກໍລະກົດ 2016.
ພາບເບື້ອງເທິງ ສະແດງໃຫ້ເຫັນວ່າ ເສັ້ນທາງຫຼາຍສາຍ ແລະ ເດີ່ນຢູ່ອ້ອມແອ້ມ ຖືກນ້ຳຖ້ວມ ຢູ່ໃນເມືອງ Xingtai, ແຂວງ Hebei, ຂອງຈີນ, ວັນທີ 21 ກໍລະກົດ 2016.

ຝົນຕົກໜັກ ໄດ້ກໍ່ໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຢ່າງໃຫຽ່ ຢູ່ໃນຫຼາຍໆພື້ນທີ່ ຂອງຈີນ ເຮັດໃຫ້ ຫຼາຍກວ່າ 150 ຄົນ ເສຍຊີວິດ ແລະ ອີກຫຼາຍຄົນຫາຍສາບສູນ.

ແຂວງ Hebei ທາງພາກເໜືອ ໄດ້ປະສົບກັບໄພນ້ຳຖ້ວມຮ້າຍແຮງທີ່ສຸດ ແລະ ມີ ຜູ້ເສຍຊີວິດ ສູງທີ່ສຸດ ອີງຕາມສື່ຂ່າວຂອງທາງການຈີນ ໂດຍມີ ຜູ້ເສຍຊີວິດ 114 ຄົນ ແລະ 111 ຄົນຫາຍສາບສູນ.

ຫຼາຍກວ່າ 300,000 ຄົນ ໄດ້ຖືກບັງຄັບ ໃຫ້ຍົກຍ້າຍອອກຈາກບ້ານເຮືອນ ຂອງພວກ ເຂົາເຈົ້າ.

ພາຍຸຝົນ ໄດ້ເຮັດໃຫ້ແມ່ນ້ຳສາຍຕ່າງໆ ຖ້ວມ ກໍ່ໃຫ້ເກີດດິນເຈື່ອນຢູ່ຫຼາຍແຫ່ງ ແລະ ເຮັດໃຫ້ເຮືອນ ຢ່າງໜ້ອຍ 50,000 ຫຼັງເພພັງລົງ.

ຄວາມໂກດແຄ້ນຂອງມະຫາຊົນ ໄດ້ລະເບີດຂຶ້ນ ຂະນະທີ່ປະຊາຊົນ ໂຕ້ແຍ້ງວ່າ ພວກເຈົ້າໜ້າທີ່ ບໍ່ໄດ້ເຕືອນພວກເຂົາເຈົ້າ ໃນເວລາອັນເໝາະສົມ ວ່າ ຝົນກຳລັງ ຈະຕົກລົງມາຢ່າງໜັກ.

ຮອງນາຍົກຂອງຈີນ ທ່ານ Wang Yang ໄດ້ຈັດກອງປະຊຸມແຫ່ງຊາດຂຶ້ນ ກ່ຽວກັບ ການຄວບຄຸມ ແລະ ການບັນເທົາໄພພິບັດ ໃນວັນເສົາວານນີ້ ຢູ່ໃນປັກກິ່ງ ບ່ອນທີ່ ທ່ານໄດ້ຮຽກຮ້ອງ ລັດຖະບານໃນທ້ອງຖິ່ນທັງຫຼາຍ ໃຫ້ເອົາຄວາມປອດໄພ ຂອງ ປະຊາຊົນເປັນຫຼັກ ແລະ ເສີມຂະຫຍາຍມາດຕະການ ຄວບຄຸມໄພນ້ຳຖ້ວມຕ່າງໆ ໃຫ້ເຂັ້ມແຂງຂຶ້ນ.

ຝົນທີ່ຕົກໜັກ ແມ່ນເປັນຄັ້ງຫຼ້າສຸດ ໃນລະຫວ່າງ ຝົນລະດູຮ້ອນ ທີ່ໄດ້ກະທົບປະເທດຈີນ ຊຶ່ງໄດ້ເຮັດໃຫ້ເກີດມີການສູນເສຍຊີວິດ ຂອງປະຊາຊົນຫຼາຍກວ່າ 200 ຄົນ ແລະ ໄດ້ ສ້າງຄວາມເສຍຫາຍແກ່ພື້ນທີ່ປູກຝັງ ຫຼາຍກວ່າ 1 ລ້ານ 5 ແສນ ເຮັກຕາ ເປັນຜົນໃຫ້ມີ ຄວາມເສຍຫາຍ ມູນຄ່າ ຈຳນວນ 3 ຕື້ໂດລາ, ອີງຕາມບັນດາເຈົ້າໜ້າທີ່ຂອງຈີນ ຜູ້ທີ່ ໄດ້ຄິດໄລ່ວ່າ ມີຈຳນວນປະຊາຊົນທີ່ໄດ້ຮັບຜົນກະທົບ ຫຼາຍກວ່າ 8 ລ້ານ 5 ແສນຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG