ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ເປັນຫ່ວງ ເລື້ອງ ເພດານ ໜີ້ສິນ ຂອງ ສະຫະລັດ (ວີດີໂອ)


ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ​​ກ່າວຢູ່ກອງປະຊຸມ ສຸດຍອດປະຈໍາປີເອເຊຍ ທີ່ບຣູນາຍ
ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ​​ກ່າວຢູ່ກອງປະຊຸມ ສຸດຍອດປະຈໍາປີເອເຊຍ ທີ່ບຣູນາຍ
ບັນດາ​ຜູ້​ນໍາ​ຈີນທີ່​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດປະ​ຈໍາປີຂອງ
ຜູ້​ນໍາ​ເອ​ເຊຍ ທີ່ບຣູ​ນາຍ ສະ​ແດງ​ຄວາມ​ວິຕົກັງວົນເທື່ອ​ໃໝ່ ​
ກ່ຽວ​ກັບຄວາມເປັນ​ໄປ​ໄດ້​ ທີ່ສະຫະລັດອາດ​ຈະຜິດ​ສັນຍາ
ໃນ​ການ​ຊຳລະ​ໜີ້ສິນ.

ອົງການ​ຂ່າວຊິນ​ຫົວຂອງ​ທາງ​ການ​ຈີນ ກ່າວ​ວ່າ ນາຍົກລັດຖະ
ມົນຕີ Li Keqiang ໄດ້ກ່າວ​ຕໍ່ລັດຖະມົນ​ຕີ​ການ​ຕ່າງປະ​ເທດ
ສະຫະ​ລັດທ່ານ John Kerry ​ໃນ​ວັນ​ພຸດ​ວານ​ນີ້ວ່າ ​ປັກ​ກິ່ງມີ
“ຄວາມ​ເປັນ​ຫ່ວງ​ທີ່​ສຸດ” ກ່ຽວ​ກັບ​ບັນຫາ ​ເພດານໜີ້​ສີນຂອງ
ວໍ​ຊິງ​ຕັນ.

​ເຈົ້າ​ໜ້າ​ທີ່ ກະຊວງ​ການ​ຕ່າງປະ​ເທດສະຫະລັດຄົນ​ນຶ່ງ ໃຫ້ການ​ຢືນກ່ຽວ​ກັບ​ການໂອ້​ລົມ
​ດັ່ງກ່າວ ​ໂດຍ​ໃຫ້​ຂໍ້ສັງ​ເກດ​ວ່າ ທ່ານ Li ​ໄດ້​ກ່າວເຖິງ​ບັນຫານີ້ “ສັ້ນໆ”. ​ ເຈົ້າ​ໜ້າ​ທີ່ກ່າວ​
ວ່າ ທ່ານ Kerry ຢືນ​ຢັດ​ວ່າ ສະພາບ​ການ​ບໍ່​ໄປ​ບໍ່​ມາ​ທາງ​ດ້ານ​ງົບປະມານ “​ເປັນ​ພຽງ​
ເລື່ອງຊົ່ວຄາວ​ຂອງ​ການ​ເມືອງ​ທີ່ວໍ​ຊິງ​ຕັນ” ​ແລະໄດ້​ກ່າວ​ເຖິງຄວາມ​ໝາຍ​ໝັ້ນ ຂອງທໍາ
ນຽບຂາວ ທີ່​ຈະ​ແກ້ໄຂບັນຫາດັ່ງກ່າວ.

Below is an interactive map of US creditors. Place your mouse on any green area and then left-click to see how much the US owes that country.



ຈີນ ​ເປັນເຈົ້າ​ໜີ້ຕ່າງປະ​ເທດລາຍ​ໃຫຍ່​ທີ່​ສຸດ ຂອງ​ລັດຖະບານສະຫະລັດ ​ແລະ​ໄດ້​ອອກ
ຄຳ​ເຕືອນ​ຊໍ້າ​ແລ້​ວຊໍ້າ​ອີກ​ ກ່ຽວກັບ​ໄພອັນ​ຕະລາຍ ​ໃນ​ການ​ບໍ່​ສາມາດຊຳລະ​ໜີ້ສິນ​ຂອງ​
ສະຫະລັດ.

ທ່ານ Kerry ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ​ແທນປະທານາທິບໍດີສະຫະລັດ ທ່ານ Barack
Obama. ຜູ້​ນໍາສະຫະລັດ ​ໄດ້​ຖືກ​ບັງຄັບ ​ໃຫ້​ຍົກ​ເລີກ​ການ​ເດີນທາງ​ໄປຢ້ຽມຢາມ​ເອ​ເຊຍ​
ຂອງ​ທ່ານ​ ຍ້ອນມີ​ການ​ຂັດ​ແຍ້​ງ​ໃນ​ເລື້ອງ​ງົບປະມານກັບ​ລັດຖະສະພາອັນ​ເປັນ​ເຫດ​ໃຫ້​ມີ​
ການ​ປິດ​ບາງສ່ວນ​ຂອງລັດຖະບານສະຫະລັດ​ ທີ່​ໄດ້​ແກ່ຍາວມາ​ເປັນ​ເວລາ​ເກົ້າ​ມື້​ແລ້ວ.

Asia Submit
please wait
Embed

No media source currently available

0:00 0:00:25 0:00
XS
SM
MD
LG