ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນຈະຊ່ວຍລາວ ພັດທະນາ ວິທະຍຸແລະໂທລະພາບ ໃຫ້ເປັນລະບົບ Digital ພາຍໃນປີ 2015


ຈີນກັບລາວ ເຊັນສັນຍາໂຄງການກໍ່ສ້າງດາວທຽມ ນຳກັນໃນຕົ້ນປີ 2010 ຊຶ່ງເປັນສ່ວນນຶ່ງໃນການຊ່ວຍ ພັດທະນາລະບົບໂທລະພາບຂອງລາວ
ຈີນກັບລາວ ເຊັນສັນຍາໂຄງການກໍ່ສ້າງດາວທຽມ ນຳກັນໃນຕົ້ນປີ 2010 ຊຶ່ງເປັນສ່ວນນຶ່ງໃນການຊ່ວຍ ພັດທະນາລະບົບໂທລະພາບຂອງລາວ

ຈີນໃຫ້ການຊ່ວຍເຫລືອລາວໃນການພັດທະນາວິທະຍຸ ແລະໂທລະພາບໃຫ້ເປັນລະບົບ Digital ໃນທົ່ວປະເທດ ພາຍໃນປີ 2015 ສ່ວນຫວຽດນາມໃຫ້ການຊ່ວຍເຫລືອໃນການຝຶກອົບຮົມ ນັກຂ່າວ ແລະບຸກຄະລາກອນ.

ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນາທໍາ ແລະທ່ອງທ່ຽວຂອງລາວ ຖະແຫລງຢືນຢັນວ່າ ເປົ້າໝາຍສໍາຄັນປະການນຶ່ງຂອງການ ພະທະນາວຽກງານຖະແຫລງຂ່າວ ກໍແມ່ນ ການພັດທະນາສະຖານີວິທະຍຸ ແລະໂທລະ ພາບແຫ່ງຊາດໃຫ້ເປັນລະບົບ Digital ໃຫ້ໄດ້ໃນທົ່ວປະເທດພາຍໃນປີ 2015. ການທີ່
ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທໍານັ້ນ ກໍຈະຕ້ອງໃຊ້ງົບປະມານ ຄິດເປັນມູນຄ່າລວມບໍ່ໜ້ອຍກວ່າ 960 ຕື້ກີບ ຫລືປະມານ 120 ລ້ານໂດລາ.

ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນາທໍາ ແລະທ່ອງທ່ຽວຂອງລາວ
ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນາທໍາ ແລະທ່ອງທ່ຽວຂອງລາວ

ທ່ານບົວເງິນ ໄດ້ສະແດງ
ຄວາມໝັ້ນໃຈວ່າ ທາງການ
ລາວ ຈະສາມາດບັນລຸເປົ້າ
ໝາຍດັ່ງກ່າວໄດ້ຢ່າງແທ້ຈິງ
ເນື່ອງຈາກວ່າ ທາງການຈີນ
ໄດ້ຕົກລົງໃຫ້ການຊ່ວຍເຫລືອ
ແກ່ທາງການລາວ ນັບແຕ່ຕົ້ນປີ
2012 ນີ້ເປັນຕົ້ນມາແລ້ວ ແລະ
ໃນຂະນະດຽວກັນ ການພັດ
ທະນາວິທະຍຸ ແລະໂທລະພາບ
ໃນລາວໃຫ້ເປັນລະບົບ Digital
ນັບແຕ່ປີ 2011 ເປັນຕົ້ນມາ ກໍ
ຄືບໜ້າໄປຫລາຍແລ້ວ ໃນປັດ
ຈຸບັນນີ້ ດັ່ງທີ່ທ່ານບົວເງິນໄດ້
ໃຫ້ການຊີ້ແຈງວ່າ:

“ມວນຊົນມີຄວາມສົນໃຈຕິດຕາມຟັງວິທະຍຸຂອງພວກເຮົານັບມື້ ນັບຫລາຍຂຶ້ນ ວຽກ
ງານໂທລະພາບກໍໄດ້ຮັບ ການປັບປຸງ ແລະຂະຫຍາຍຕົວໄວ ໄດ້ຮັບການນິຍົມຊົມຊອບ ຈາກສັງຄົມຢ່າງກ້ວາງຂວາງ ທາງດ້ານເທັກນິກ ກໍໄດ້ຄ່ອຍໆຫັນປ່ຽນລະບົບ
Analog ໄປສູ່ລະບົບເທັກນິກທີ່ທັນສະໄໝ Digital ເທື່ອລະກ້າວ ແລະຈະໃຫ້ສໍາເລັດການຫັນ
ປ່ຽນໂດຍພື້ນຖານໃນປີ 2015.”

ພິທີເຊັນສັນຍາກ່ຽວກັບການຊ່ວຍເຫລືອຂອງຈີນແກ່ລາວໃນການພັດທະນາວິທະຍຸ ແລະໂທລະພາບໃຫ້ເປັນລະບົບ Digital ໃນທົ່ວປະເທດ ພາຍໃນປີ 2015
ພິທີເຊັນສັນຍາກ່ຽວກັບການຊ່ວຍເຫລືອຂອງຈີນແກ່ລາວໃນການພັດທະນາວິທະຍຸ ແລະໂທລະພາບໃຫ້ເປັນລະບົບ Digital ໃນທົ່ວປະເທດ ພາຍໃນປີ 2015

ໃນປັດຈຸບັນ ໃນລາວມີສະຖາ
ນີໂທລະພາບທັງໝົດ 32 ແຫ່ງ
ແລະສະຖານີວິທະຍຸ 43 ແຫ່ງ
ໃນທົ່ວປະເທດ ສ່ວນໜັງສືພິມ
ແລະວາລະສານຕ່າງໆນັ້ນ ກໍ
ມີຫລາຍກວ່າ 100 ສະບັບ
ໂດຍໃນນີ້ມີ 9 ສະບັບ ທີ່ເປັນ
ໜັງສືພິມລາຍວັນ ໃນະນະທີ່
ກະຊວງຖະແຫລງຂ່າວ ວັດທະ
ນາທໍາ ແລະທ່ອງທ່ຽວ ກໍໄດ້
ວາງເປົ້າໝາຍ ທີ່ຈະຂະຫຍາຍ
ເຄືອຂ່າຍສື່ມວນຊົນທີ່ເປັນກະ
ບອກສຽວຂອງພັກ ແລະລັດຖະບານລາວເຫລົ່ານີ້ ໃຫ້ກວາມໄປເຖິງ ປະຊາຊົນລາວ ໄດ້
ຢ່າງກວ້າງຂວາງຫລາຍຂຶ້ນ ກໍຄືເຮັດໃຫ້ສື່ພິມ ແລະວິທະຍຸກວາມໃຫ້ໄດ້ 95% ຂອງປະຊາ
ກອນ ແລະ 85% ຂອງປະຊາກອນສໍາລັບສື່ທາງໂທລະພາບໃນປີ 2015 ຕາມລໍາດັບ.

ການເຊັນສັນຍາຮ່ວມມືກັນ ໃນດ້ານສື່ມວນຊົນ ລະຫວ່າງລາວ ແລະຫວຽດນາມ ທີ່ຈັດຂຶ້ນໃນເດືອນທັນວາ 2011 ທີ່ຜ່ານມານີ້ ທີ່ນະຄອນຫລວງວຽງຈັນ
ການເຊັນສັນຍາຮ່ວມມືກັນ ໃນດ້ານສື່ມວນຊົນ ລະຫວ່າງລາວ ແລະຫວຽດນາມ ທີ່ຈັດຂຶ້ນໃນເດືອນທັນວາ 2011 ທີ່ຜ່ານມານີ້ ທີ່ນະຄອນຫລວງວຽງຈັນ

ນອກຈາກນີ້ ກໍມີລາຍງານວ່າ
ທາງການຫວຽດນາມ ໄດ້ຕົກ
ລົງໃຫ້ການຊ່ວຍເຫລືອລາວ
ໃນການພັດທະນາດ້ານບຸກຄະ
ລາກອນ ແລະນັກຂ່າວ ໂດຍມີ
ເປົ້າໝາຍ ທີ່ຈະຍົກລະດັບປະ
ສິດທິພາບ ແລະຄຸນນະພາບ
ໃນການສະເໜີຂ່າວສານຂອງ
ທາງການລາວ ໃຫ້ເທົ່າທັນສະ
ຖານະການ ທີ່ເກີດຂຶ້ນທັງພາຍ
ໃນແລະຕ່າງປະເທດ ຊຶ່ງລວມ
ເຖິງການສະເໜີຂ່າວສານກ່ຽວ
ກັບຜົນງານ ແລະການເຄື່ອນ
ໄຫວຕ່າງໆ ຂອງຜູ້ນໍາພັກ-ລັດ ໄປສູ່ການຮັບຮູ້ຂອງປະຊາຊົນລາວ ໃຫ້ໄດ້ຢ່າງກວ້າງຂວາງ ອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ໃນອົງການພັນທະມິດ ເພື່ອເສລີພາບຂອງສື່ມວນຊົນ ໃນອາຊຽນ (South
East Asian Press Alliance—SEAPA) ກໍໄດ້ໃຫ້ທັດສະນະວ່າ ປະຊາຊົນລາວ ຈະບໍ່ໄດ້
ຮັບຜົນປະໂຫຍດຫຍັງເລີຍ ຈາກການພັດທະນາລະບົບສື່ສານມວນຊົນໃນລາວດັ່ງກ່າວ ເພາະ
ຖືເປັນພຽງການພັດທະນາທາງດ້ານ ເຕັກນິກເທົານັ້ນ.

ໃນຂະນະທີ່ສື່ມວນຊົນ ແລະຂໍ້ມູນ-ຂ່າວສານຕ່າງໆ ກໍຍັງຄົງຢູ່ພາຍໃຕ້ການຄວບຄຸມຂອງພັກ
ແລະລັດຖະບານ ໃນລາວຢ່າງເຂັ້ມງວດ ຈຶ່ງຖືເປັນການຈໍາກັດສິດທິເສລີພາບຂອງປະຊາຊົນ
ລາວ ໃນການປາກເວົ້າ ແລະການຮັບຮູ້ຂໍ້ມູນ-ຂ່າວສານໂດຍກົງນັ້ນເອງ.

ບົດລາຍງານການລະເມີດສິດເສລີພາບໃນການ ປາກເວົ້າຂອງປະຊາຊົນໃນຂົງເຂດເອເຊຍຕາເວັນ ອອກສຽງໃຕ້
ບົດລາຍງານການລະເມີດສິດເສລີພາບໃນການ ປາກເວົ້າຂອງປະຊາຊົນໃນຂົງເຂດເອເຊຍຕາເວັນ ອອກສຽງໃຕ້

ທັງນີ້ເຈົ້າໜ້າທີ່ຂອງ SEAPA ໄດ້ຍົກຕົວຢ່າງ
ເຖິງກໍລະນີທີ່ທາງການລາວ ໄດ້ມີຄໍາສັ່ງໃຫ້
ຢຸດເຊົາການອອກອາກາດ ທາງສະຖານີວິທະ
ຍຸກະຈາຍສຽງແຫ່ງຊາດຂອງລາຍການເວົ້າ
ຂ່າວ ເມື່ອທ້າຍເດືອນມັງກອນທີ່ຜ່ານມາ
ໂດຍບໍ່ໄດ້ໃຫ້ເຫດຜົນ ຫຼືໃຫ້ການອະທິບາຍ
ແຕ່ຢ່າງໃດ ຫາກແຕ່ຈາກການສືບຫາຄວາມ
ຈິງ ກໍ່ເຮັດໃຫ້ SEAPA ຊາບວ່າ ສາເຫດ
ສໍາຄັນທີ່ເຮັດໃຫ້ລາຍການດັ່ງກ່າວຕ້ອງຖືກ
ສັ່ງໃຫ້ຢຸດເຊົາການອອກອາກາດນັ້ນ ກໍ່ເປັນ
ຍ້ອນວ່າ ຜູ້ຈັດລາຍການ ໄດ້ມີການເນັ້ນ
ໜັກເນື້ອຫາຂ່າວ ກ່ຽວກັບການສໍ້ລາດບັງ
ຫຼວງ ທີ່ໄປກະທົບຜົນປະໂຫຍດຂອງເຈົ້າ
ໜ້າທີ່ຂັ້ນສູງ ໃນວົງການລັດຖະບານລາວ
ນັ້ນເອງ.

ໃນຂະນະນີ້ທາງ SEAPA ກໍກໍາລັງປະສານງານຮ່ວມກັບບັນດາອົງການຄຸ້ມຄອງສິດເສລີ
ພາບສື່ມວນຊົນ ໃນລະດັບສາກົນຢ່າງຕັ້ງໜ້າ ໂດຍມີເປົ້າໝາຍທີ່ຈະນໍາສະເໜີລາຍງານ ກ່ຽວກັບກໍລະນີດັ່ງກ່າວນີ້ ລວມເຖິງລາຍງານສະຖານະການ ດ້ານສື່ມວນຊົນໃນລາວ ຕໍ່ ຄະນະກໍາມະການດ້ານສິດທິມະນຸດແຫ່ງຊາດ ຕໍ່ໄປອີກດ້ວຍ.

XS
SM
MD
LG