ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນປະຕິເສດວ່າ ບໍ່ມີສ່ວນ​ຮັບຜິດຊອບ ​ນໍາການ​​ໂຈມ​ຕີ​ທາງ Cyber ​ໃນ​ທົ່ວ​ໂລກ


ການຊົມໃຊ້​ອິນ​ເຕີ​ເນ໊ຕໃນຈີນ
ການຊົມໃຊ້​ອິນ​ເຕີ​ເນ໊ຕໃນຈີນ

ໜັງສື​ພິມ​ຂອງພັກ​ຄອມ​ມິ​ວນີສ​ຈີນໄດ້​ປະຕິ​ເສດ​ຕໍ່​ຄວາມ​ເຫັນ​ທີ່​ວ່າ ປະ​ເທດຈີນ ​ອາດ​
ໄດ້​ມີ​ສ່ວນ​ຮັບຜິດຊອບ​ນໍາການໂຈມ​ຕີ​ທາງ Cyber ​ໃນ​ທົ່ວ​ໂລກ ຫລື ລັກລອບ​ເອົາ​ຂໍ້​ມູນ
ໃນ​ຄອມ​ພິວ​ເຕີ ຂອງ​ຫຼາຍ​ກວ່າ 70 ໜ່ວຍ​ງານ​ລັດຖະບານ,​ ກຸ່ມ​ອົງ​ການອາສາ​ສະໝັກ​
ທີ່​ບໍ່ຫາ​ຜົນ​ກໍາ​ໄລ ແລະບໍລິສັດເອກ​ກະ​ຊົນ​ຕ່າງໆ​ໃນ​ຊ່ວງ 5 ປີ​ທີ່​ຜ່ານ​ມາ​.

ໜັງສື​ພິມ Peopel's Daily ກ່າວໃນ​ວັນ​ສຸກ​ມື້ນີ້​ວ່າ ມັນເປັນ​ການ​ກະທໍາ​ທີ່ "ບໍ່​ມີ​
ຄວາມ​ຮັບຜິດຊອບ​ເລີຍ
" ທີ່ເອົາຈີນ​ໄປ​ພົວພັນ​ໃສ່ກັບ​ການລັກຂະ​ໂມ​ຍ​ເອົາ​ຂໍ້​ມູນທາງ
​ອິນ​ເຕີ​ເນ໊ຕນັ້ນ.

ບໍລິສັດຮັກສາ​ຄວາມ​ປອດ​ໄພ McAfee ຂອງ​ສະຫະລັດ​ໄດ້​ລາຍ​ງານ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້
​ວ່າ​ ມີ​ປະ​ເທດ​ນື່ງຢູ່​ເບື້ອງ​ຫລັງຂອງການ​ໂຈມ​ຕີ​ທາງອິນ​ເຕີ​ເນ໊ຕທົ່ວ​ໂລກນັ້ນ ​ແຕ່ບໍ່​ໄດ້​ລະບຸ​
ວ່າ ​ເປັນ​ປະ​ເທດໃດ ​ແຕ່​ພວກ​ນັກ​ຊ່ຽວຊານ​ກ່າວ​ວ່າ ຫລັກຖານ​ຕ່າງໆ​ ​ຊີ້ໄປ​ໃສ່​ປະ​ເທດ​ຈີນ.

ບໍລິສັດດຽວ​ກັນນີ້ໄດ້​ກ່າວເຊັ່ນ​ກັນ​ ເມື່ອເດືອນ​ກຸມພາຜ່ານ​ມາ​ວ່າ ພວກ​ລັກລອບ​ຂະ​ໂມ​ຍ
ຂໍ້​ມູນ​ທາງ​ອິນ​ເຕີ​ເນ໊ຕທີ່ມີ​ຖານ​ຢູ່ໃນປະ​ເທດ​ຈີນ​ ໄດ້​ເຂົ້າ​ໄປລົບກວນລະບົບຄອອມ​ພິວ​ເຕີ ຂອງບໍລິສັດພະລັງງານລະດັບ​ໂລກ​ ຢ່າງ​ນ້ອຍ 5 ​ແຫ່ງ ເພື່ອ​ທີ່​ຈະ​ລັກລອບ​ເອົາ​ຂໍ້​ມູນ​
ລາຍ​ລະອຽດ​ຕ່າງໆ​ ກ່ຽວ​ກັບ​ການ​ປະມູນ​ເອົາບໍ່ນໍ້າມັນ ​ແລະ​ຂໍ້​ມູນ​ທີ່​ສໍາຄັນ​ອື່ນ​ໆ.

XS
SM
MD
LG