ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ​ປະກາດວ່າ ຈະບໍ່ປຶກສາຫາລື ເລື້ອງການ​ປົກຄອງ​​ຕົນ​ເອງ ສຳ​ຫລັບ​ Tibet


ອົງ Dalai Lama ຜູ້ນຳ​ທາງຈິດ​ໃຈ​ ຂອງ​ຊາວທິເບດ ທີ່​ລີ້​ໄພ​ ຢູ່​ຕ່າງປະ​ເທດ ຊົງກ່າວຕໍ່ ບັນດາຜູ້ເຫຼື້ອມໃສພະອົງ ໃນລະຫວ່າງ Jangchup Lamrim ຊຶ່ງເປັນການສິດສອນ ຢູ່ທີ່ Gaden Jangtse Thoesam Norling Monastery ໃນ Mundgod ຢູ່ທາງພາກໃຕ້ ຂອງລັດ Karnataka ຂອງອິນເດຍ, ວັນທີ 23 ທັນວາ 2014.
ອົງ Dalai Lama ຜູ້ນຳ​ທາງຈິດ​ໃຈ​ ຂອງ​ຊາວທິເບດ ທີ່​ລີ້​ໄພ​ ຢູ່​ຕ່າງປະ​ເທດ ຊົງກ່າວຕໍ່ ບັນດາຜູ້ເຫຼື້ອມໃສພະອົງ ໃນລະຫວ່າງ Jangchup Lamrim ຊຶ່ງເປັນການສິດສອນ ຢູ່ທີ່ Gaden Jangtse Thoesam Norling Monastery ໃນ Mundgod ຢູ່ທາງພາກໃຕ້ ຂອງລັດ Karnataka ຂອງອິນເດຍ, ວັນທີ 23 ທັນວາ 2014.

ລັດຖະບານ​ຈີນ ​ໄດ້​ປະກາດວ່າ ລະດັບການ​ປົກຄອງຕົນ​ເອງທີ່ເປັນ
ອິດສະຫຼະຫຼາຍຂຶ້ນ ສຳ​ຫລັບ​ Tibet ນັ້ນ ​ “ບໍ່ແມ່ນເລື້ອງທີ່ຈະນຳ
​ເອົາ​ມາປຶກສາ​ຫາລືກັນ”
​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສົງໄສ​ຄັ້ງ​ໃໝ່
ກ່ຽ​ວກັບ ການ​ໂອ​ລົມ​ກັນຄືນ​ອີກ​ ລະຫວ່າງ ປັກ​ກິ່ງ ​ແລະ ອົງ Dalai
Lama ຜູ້ນຳ​ທາງຈິດ​ໃຈ​ ຂອງ​ຊາວທິເບດ.

​ໃນໜັງສືປົກຂາວ ທີ່ໃຊ້ຄຳ​ເວົ້າ​ຮຸນ​ແຮງ ທີ່​ນຳອອກເຜີຍແຜ່
ໃນວັນ​ພຸດ​ມື້​ນີ້ ຈີນ ກ່າວ​ວ່າ ກ່ອນ​ອື່ນ ອົງ​ Dalai Lama ຕ້ອງ​
ຍົກ​ເລີກ ອັນ​ທີ່​ຕົນ ມອງ​ເຫັນ​ວ່າ ​ເປັນ​ຄວາມ​ພະຍາຍາມ ຂອງ​
ພະ​ອົງ ທີ່​ຈະ​ຍຸຍົງໃຫ້​ເກີດ ຄວາມ​ຮຸນ​ແຮງ ​ແລະ ສ້າງ​ຕັ້ງລັດ​
ເອກກະລາດ ​ໃນ Tibet - ຊຶ່ງເປັນສິ່ງ ​ທີ່ອົງດາໄລ ລາມະ
​ຜູ້ນຳທີ່​ລີ້​ໄພ​ ຢູ່​ຕ່າງປະ​ເທດ ​ໄດ້​ປະຕິ​ເສດ​ຢ່າງ​ແຂງ​ແຮງນັ້ນ.

ບົດ​ລາຍ​ງານ​ກ່າວ​ວ່າ “ການ​ເຈລະຈາ​ໃດໆກໍຕາມ ຈະ​ມີຂໍ້ຈຳກັດ ​ເພື່ອ​ຊອກ​ຫາ​ ຂໍ້​
ຕົກລົງ ສຳຫລັບໃຫ້​ອົງ​ Dalai Lama ປະຖິ້ມຢ່າງສິ້ນເຊີງ ໃນ​ການອ້າງ ​ກ່ຽວກັບ
ການແບ່ງ​ແຍກດິນ​ແດນ​ ​ແລະ ກິດຈະກຳ​ຕ່າງໆ ​ແລະ​ໃຫ້​ໄດ້​ມາ​ຊຶ່ງ​ການອະ​ໄພ​ໂທດ
ຈາກລັດຖະບານກາງ ​ແລະ ປະຊາຊົນ​ຈີນ ​ແລະ ​ໃຫ້ວາງແຜນ ໃນ​ອັນ​ທີ່​ພະອົງ​ຈະ​
ເຮັດ​ຕໍ່​ໄປ​ ໃນ​ຊີວິດ​ຂອງ​ພະອົງນັ້ນ.”

ບົດ​ລາຍ​ງານ​ກ່າວ​ຕໍ່​ໄປ​ວ່າ “ຂະນະ​ທີ່ ຖານະ ​ແລະ​ ລະ​ບົບທາງ​ການ​ເມືອງ​ ຂອງ​
ທິ​ເບ​ດນັ້ນ ​ແມ່ນ​ໄດ້​ຖືກ​ກຳນົດ​ໄວ້​ ໂດຍລັດຖະທຳ​ມະນູູນ ​ແລະ ກົດໝາຍ​ຂອງ​ຈີນ
ສ່ວນ​ເລື້ອງ ‘ບັນ​ຫາ​ທິ​ເບ​ດ’ ແລະ ‘ລະດັບ ການ​ປົກຄອງຕົນ​ເອງທີ່ເພີ້ມຂຶ້ນ’ ບໍ່ແມ່ນ
ເລື້ອງທີ່ຈະນຳເອົາ​ມາ ປຶກສາຫາລືກັນ.”

ອົງດາໄລ ລາມະ ຜູ້​ທີ່​ໄດ້​ຫລົບໜີ​ອອກຈາກ​ທິ​ເບ​ດ ​ໃນ​ຊຸມປີ 1950 ຫຼັງຈາກ​ທີ່​ຈີນ​ໄດ້ເຂົ້າ
ຄວບ​ຄຸມ ​ໄດ້​ຢືນ​ຢັດເປັນ​ເວລາຫຼາຍທົດ​ສະວັດ ​ມາ​ແລ້ວວ່າ ພະອົງ​ບໍ່​ໄດ້ຊຸກຍູ້​ໃຫ້ປະເທດ
ຊາດບ້ານເກີດຂອງພະອົງ ​ເປັນ​ເອກກະລາດ. ອົງດາໄລ ລາມະຜູ້​ທີ່​ໄດ້​ຮັບ​ລາງວັນ Nobel
ຂະແໜງ​ສັນຕິພາບ ກ່າວ​ວ່າ ​ພະອົງຊອກ​ຫາຊ່ອງ​ທາງ​ ເພື່ອໃຫ້ມີການ​ປົກຄອງ​ດ້ວຍ​ຕົນເອງ ຫຼາຍຂຶ້ນ ​ແລະ ພ້ອມ​ດ້ວຍສິດທິ​ອື່ນໆ ​ພາຍ​ໃຕ້​ອັນ​ທີ່ພະ ອົງຊົງກ່າວວ່າ “ເປັນເສັ້ນທາງສາຍກາງ” ນັ້ນ.

XS
SM
MD
LG