ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ​ໃຫ້ການ​ຊ່ວຍ​ເຫຼືອ​ ແກ່​ລາວ ເພີ່ມ​ຂຶ້ນ


ພິທີລົງນາມ ໃນຂໍ້ຕົກລົງ 6 ສະບັບ ວ່າດ້ວຍການພັດທະນາ ແລະ
ໂຄງການຊ່ວຍເຫຼືອອື່ນໆ ລະຫວ່າງ ລາວ-ຈີນ
ພິທີລົງນາມ ໃນຂໍ້ຕົກລົງ 6 ສະບັບ ວ່າດ້ວຍການພັດທະນາ ແລະ ໂຄງການຊ່ວຍເຫຼືອອື່ນໆ ລະຫວ່າງ ລາວ-ຈີນ
ລັດຖະບານ​ຈີນ ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລາວ​ເພີ່ມ​ອີກ ​ໂດຍ​ໄດ້​ມີ​
ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ພ້ອມ​ກັນ​ເຖິງ 6 ສະບັບ ຊຶ່ງ​ລວມ​ເຖິງ​
ເຮືອບິນ​ໃໝ່​ລຸ້ນ MA-60 ຈໍານວນ 2 ລໍາ ທີ່​ສົ່ງມອບ​ ໃຫ້​ສາຍ​
ການບິນ​ລາວ​ດ້ວຍ.


ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ ແລະ​ເອກ​ກະສາ​ນສໍາຄັນ​ຈໍານວນ 6 ສະບັບ ລະຫວ່າງ​ລັດຖະ ບານ​ລາວ​ກັບ​ຈີນ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ເດືອນ​ພະຈິກ​ນີ້ ທີ່​ນະຄອນ​ວຽງ​ຈັນ ​ໂດຍ​ມີ​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ ຮອງ​ນາຍົກລັດຖະມົນຕີ​ ໃນ​ຖານະປະທານ​ ຄະນະ​ກໍາມາ​ທິການ​ຮ່ວມ​ມື​ລາວ-ຈີນ ກັບ​ທ່ານ ກວນ ຫົວປິງ ​ເອກ​ອັກ​ຄະ​ລັດຖະທູດຈີນ​ປະ​ຈໍາ ສປປ.ລາວ ​ເປັນ​ປະທານ​ໃນພິທີ​ຮ່ວມ​ກັນ.

​ໂດຍ​ຂໍ້​ຕົກລົງ​ແລະ​ເອກ​ກະສາ​ນ ສໍາຄັນ ທັງ 6 ສະບັບ​ດັ່ງກ່າວ ປະກອບ​ດ້ວຍ​ສັນຍາ​ວ່າ​ດ້ວຍການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ​ເທ​ກນິກ ຂໍ້​ຕົກລົງ​ວ່າ​ດ້ວຍ​ລັດຖະບານ​ຈີນ​ສະ ໜອງ​ເງິນ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ລັດຖະບານ​ລາວ ທີ່​ມີ​ມູນ​ຄ່າ 100 ລ້ານຢວນ ຫຼື​ຫຼາຍ​ກວ່າ 129 ຕື້​ກີບ ​ເອກ​ກະສາ​ນ​ແລກປ່ຽນ​ທີ່​ກ່ຽວ​ກັບ​ການ​ປັບປຸງ ​ແຜນການ​ກໍ່ສ້າງ​ສູນ​ການ​ປະ ຊຸມ​ສາກົນ​ນະຄອນ​ວຽງ​ຈັນ ​ເອກ​ກະສາ​ນມອບ​-ຮັບ​ໂຄງການ​ສ້ອມແປງ ​ແລ​ະຟື້ນ​ຟູ​ເສັ້ນ ທາງ​ນາ​ເຕີຍ-ປາກ​ມອງ ​ເອກ​ກະສາ​ນ​ມອບ​-ຮັບ​ເຄຶ່ອງອົບ​ສາລີ 10 ​ເຄື່ອງ ​ ເອກ​ກະສາ​ນ ມອບ-ຮັບ​ເຮືອບິນ MA-60 ຈໍ​າ ນວນ​ສອງ​ລໍາ ​ແລະ​ການ​ຊ່ວຍ​ເຫຼືອ​ງົບປະມານ 2 ​ແສນ​ໂດ​ລ່າ ​ເພື່ອ​ສະກັດ​ກັ້ນ​ ແລະ​ປ້ອງ​ກັນພະຍາດໄຂ້​ເລືອດ​ອອກ​ໃນ​ລາວ.

ເຮືອບິນ ລຸ້ນ M-60 ທີ່ຈີນຈະສົ່ງມອບໃຫ້ລາວ
ເຮືອບິນ ລຸ້ນ M-60 ທີ່ຈີນຈະສົ່ງມອບໃຫ້ລາວ

ການ​ຊ່ວຍ​ເຫຼືອ​ໃນ​ຄັ້ງ​ລ່າ​ສຸດ​ນີ້ ​ຖື​ເປັນ​ການ​ຊ່ວຍ​ເຫຼືອ​ທີ່ ​ເພີ່ມ​ຂຶ້ນ
ຈາກ​ເດືອນ​ກັນ​ຍາ ທີ່​ຜ່ານ​ມາ ຊຶ່ງ​ລັດຖະບານ​ຈີນ ​ໄດ້​ຕົກລົງ​ໃຫ້
ການ​ຊ່ວຍ​ເຫຼືອ​ແກ່​ລັດຖະບານ​ລາວ​ຄິດ​ເປັນ​ມູນ​ຄ່າ​ລວມ 500
ລ້ານ​ຢວນ ​ໃນ​ໂອກາດ​ທີ່​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກ​ລັດຖະ
ມົນຕີ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ.

ຍີ່​ງ​ໄປ​ກວ່າ​ນັ້ນ ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດກໍ​ຍັງ​
ໄດ້​ຖະ​ແຫຼ​ງຢືນຢັນ​ພາຍຫຼັງ​ສິ້ນ​ສຸດ​ການ​ເດີນທາງ​ຢ້ຽມຢາມ​ເພື່ອ​
ສັນທະ​ວະ​ໄມຕີ​ ສາທາລະນະ​ລັດ​ປະຊາຊົນ​ຈີນ ຢ່າງ​ເປັນທາງ​
ການ​ ໃນ​ທ້າຍ​ເດືອນກັນຍາ​ທີ່​ຜ່ານ​ມາ ວ່າການ ​ເປັນ​ຄູ່​ຮ່ວມ​ຍຸດ​
ທະ​ສາດ​ ​ໃນ​ການ​ພັດທະນາ​ຢ່າງຮອບດ້ານ ລະຫວ່າງ​ລາວ​ກັບ​ຈີນ​ ທີ່​ໄດ້​ເລີ່​ມປະຕິບັດ​ນັບ​ແຕ່​ປີ 2009 ​ເປັນ​ຕົ້ນມາ ​ໄດ້​ເສີມ​ສ້າງ​ຄວາມ​ເປັນ​ເອກ​ກະພາບ​ລະຫວ່າງ​ລາວ​ກັບ​ຈີນ ຫຼາຍ​ຂຶ້ນ​ໃນທຸກໆ​ດ້ານ​ອີກ​ດ້ວຍ. ​

ໂດຍ​ສະ​ເພາະ​ແມ່ນ​ຄວາມ​ເຊື່ອ​ໝັ້ນ​ກັນ​ໃນ​ລະດັບ​ສູງ ​ແລະ​ການ​ຊ່ວຍ​ເຫຼືອ​ເພື່ອ​ອໍາ​ນວຍ ຜົນ​ປະ​ໂຫຍ​ດຕໍ່​ກັນ​ນັ້ນ ທັງ​ສອງ​ຝ່າຍ​ໄດ້​ເປັນ​ເອກ​ກະພາບ​ກັນ​ຕາມ​ທິດ​ນໍາ​ທີ່​ວ່າ “ໝັ້ນ ຄົງ​ ຍາວນານ ​ເພື່ອນບ້ານ​ທີ່​ເປັນ​ມິດ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ຮ່ວມ​ມື​ຮອບດ້ານ ​ແລະ​ຈິດ​ໃຈ​ແຫ່ງ​ບ້ານ​ໃກ້ເຮືອນ​ຄຽງ​ທີ່​ດີ ​ເພື່ອນ​ມິດ​ທີ່​ດີ ສະຫາຍ​ທີ່​ດີ ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ” ທັ​ງ​ເປັນ​ຜົນ​ດີ​ຕໍ່​ການ​ພັດທະນາ ສັງຄົມ​ນິຍົມ ​ແລະ​ການເສີມ​ສ້າງສັນ​ຕິ​ພາບ​ສາກົນ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ຈູມ​ມາລີ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ​:

“​ແຜນ​ປະຕິບັດ​ດັ່ງກ່າວ ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ທັງ​ສອງປະ​ເທດ​ລາວ​ກັບ​ຈີນ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ສະ​ຖຽນລະ​ພາບ ​ແລະ​ຄວາມ​ວັດທະນາຖາ​ວອນ​ຂອງ​ພາກ​ພື້ນ​ອີກ​ດ້ວຍ.”

ການ​ເດີນທາງ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ກັບ​ຈີນ​ໃນ​ຄັ້ງ​ລ່າ​ສຸດ​ນີ້ ທ່ານຈູມ​ມາລີ ​ໄດ້​ອອກ​ຖະ ​ແຫຼ​ງການ​ຮ່ວມ​ກັນ​ກັບ​ທ່ານ ສີ ຈິນຜິ​ງ ປະທານາທິບໍດີ ​ແລະ​ປະທານ​ພັກ​ຄອມ​ມີ​ວນີສຈີນ ​ໃນ 9 ຫົວ​ຂໍ້​ໃຫຍ່ ທີ່​ສໍາຄັນ​ດ້ວຍ​ການ ​ໂດຍ​ທັງ​ສອງ​ຝ່າຍ​ໄດ້​ເນັ້ນ​ຢໍ້າ​ເຖິງ​ຄວາມ​ສໍາຄັນ​ທີ່​ຈະ​ເສີມສ້າງສາ​ຍພົວພັນ​ມິດຕະພາບ​ ໃນການ​ເປັນ​ຄູ່​ຮ່ວມ​ຍຸທະ​ສາດ​ການ​ພັດທະນາ​ຢ່າງຮອບດ້ານ​ຮ່ວມ ກັນ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຍັ້ງ ທັງ​ນີ້​ໂດຍ​ການ​ປະຕິບັດ​ຕາມ​ແຜນການ​ທີ່​ສໍາຄັນ 2 ສະບັບ ກໍ​ຄື​ແຜນ ປະຕິບັດ​ງານ​ວ່າ​ດ້ວຍ​ການ​ຜັນ​ຂະຫຍາ​ຍ ສາຍ​ພົວພັນ​ຄູ່​ຮ່ວມ​ຍຸ​ທະ​ສາດ​ຮອບດ້ານ​ລາວ-ຈີນ ກັບ ​ແຜນ​ແມ່​ບົດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະ​ເທ​ກນິກລາວ-ຈີນ.

​ໂດຍ​ການ​ປະຕິບັດ​ຈັດ​ຕັ້ງ​ຕາມ​ແຜນການ​ທັງ 2 ສະບັບ​ ດັ່ງກ່າວ​ນີ້ ທາງ​ກາ​ນ ທັງ​ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ ໃຫ້​ຄວາມ​ສໍາຄັນ​ເປັນພິ​ເສດ​ ໃນ​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ລະ ຫວ່າງ​ກັນ​ໃນ 10 ຂົງ​ເຂດ​ໃຫຍ່​ດ້ວຍ​ກັນ ຊຶ່ງປະກອບ​ດ້ວຍ​ການ​ພັດທະນາ​ພື້ນຖານ​ໂຄງ​ຮ່າງ ກະສິກໍາ ຂຸດ​ຄົ້ນ​ແລະ​ປຸງ​ແຕ່ງ​ຊັບພະຍາກອນທໍາ​ມະ​ຊາດ. ພາກ​ພະລັງງານການ ທ່ອງທ່ຽວ ການ​ແກ້​ໄຂ​ຄວາມທຸກ​ຍາກ ການ​ພັດທະນາ ຊັບພະຍາກອນ​ມະນຸດ ການ​ພັດທະນາ​ລະບົບ​ໂທະ​ລະ​ຄົມມະນາຄົມ ວິດ​ທະ​ຍຸ​ກະຈາຍສຽງ ​ແລະ​ໂທລະພາບ ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາ​ດກາງ ​ແລະ​ນ້ອຍ ການ​ນໍາ​ໃຊ້​ປະ​ໂຫຍ​ດຈາກ​ຊັບພະຍາ ກອນ​ນໍ້າ ​ແລະ​ການ​ຮັກສາ​ສິ່ງ​ແວດ​ລ້ອມ ທໍາ​ມະ​ຊາດ​ຄຽງ​ຄູ່​ກັນ​ໄປ.
XS
SM
MD
LG