ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ປ່ອຍໃຫ້ລາຄາເງິນຍວນ ຂອງຕົນຕົກຕຳ່ລົງ


ເງິນຍວນຂອງຈີນ
ເງິນຍວນຂອງຈີນ

ຈີນ ​ໄດ້​ປ່ອຍ​ໃຫ້​ອັດຕາ​ເງິນ​ຍວນຂອງ​ຕົນຕົກຕໍ່າລົງ ​ເປັນ​ມື້ທີ່​ສອງລຽນຕິດ ​ຕົກ ເຖິງສອງ​ເທຶ່ອ ຊຶ່​ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ໜ້າ​ຕົກ​ໃຈ ສັ່ນ​ສ​ະ​ເທືອນບັນດາ​ຕະຫລາດ​ໂລກ ​ແລະ​ອາດ​ປ່ຽນ​ແປງດັບ​ຄວາມ​ເຄັ່ງ​ຕືງໃນ​ການ​ຊື້​ຂາຍກັນ​ກໍ​ເປັນ​ໄດ້.

ອັດ​ຕາຕະຫລາດ​ເງິນ​ຍວນ ຕົກ 1.6 ​ເປີ​ເຊັນ​ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກ​ຕົກລົງ​ເກືອບ 2 ​ເປີ​ເຊັນ​ໃນ​ມື້ວານນີ້ ທີ່​ໄດ້​ເປັນ​ການ​ຕົກທີ່​ສູງ​ສຸດ​ໃນ​ໜຶ່ງ​ມື້ໃນ​ຮອບ​ທົດ​ສະ​ວັດ.

ທະນະ​ຄານ​ກາງຂອງ​ຈີນ ທີ່​ເປັນ​ຜູ້​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ຕໍ່​ອັດຕາ​ເງິນ ​ອະທິບາຍ​ ການ​ເຄື່ອນ​ໄຫວ​ວ່າ ​ເປັນ​ການ​ຊົ່ວຄາ​ວ ​ແລະໆໝາຍຄວາມ​ວ່າ​ເຮັດ​ໃຫ້​ລາຄາ​ຂອງ​ເງິນ​ຍວນ ​ເປັນ​ໄປ​ຕາມລາຄາ​ຕະຫລາດ.

ບັນດາ​ຜູ້​ລົງທຶນ​ຢູ່​ໃນ​ເອ​ເຊຍ ພາກັນ​ມີ​ປະ​ຕິ​ກິລິຍາ​ໃນ​ທາງ​ລົບ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ຕະຫລາດ​ຊື້​ຂາຍຕົກ​ຕໍ່າ ​ໃນ​ຮົງ​ກົງ ຊຽງ​ໄຮ້ ​ແລະໂຕ​ກຽວ. ດັດ​ສະ​ນີຕະຫລາດ​ຮຸ້ນ​ທີ່​ສຳຄັນ​ໃນ ສະຫະລັດ ​ແລະ​ຢູ​ໂຣບ ​ໄດ້​ຕົກ​ເຊັນ​ດຽວກັນ​ໃນ​ວັນ​ອັງຄານວານ​ນີ້.

ການ​ເຄື່ອນ​ໄຫວ​ທີ່​ໄດ້​ຮັບຄວາມ ລະມັດລະວັງ​ຕໍ່​ປະຕິກິລິຍາດັ່ງກ່າວ ​ໃນ ສະຫະລັດ ທີ່​ໄດ້​ຖືກ​ກ່າວ​ຫາ​ ປັກ​ກິ່ງ ວ່າ​ຮັກສາ​ອັດຕາ​ເງິນ​ຕໍ່າ​ໄວ້ ​ເພື່ອ​ໃຫ້​ປະ​ໂຫຍ​ດ​ແກ່ບັນດາຜູ້​ສົ່ງ​ສິນຄ້າ​ອອກຂອງ​ຕົນຢ່າງ​ບໍ່​ເປັນ​ທຳ.

ສະມາຊິກ​ສະພາ​ສູງ ທ່ານ Charles Schumer ຜູ້​ຕິຕຽນນະ​ໂຍບາຍ​ເງິນ​ຈີນ​ມາ​ເປັນ​ເວລາ​ນານ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ເປັນ​ຫລັກ​ຖານທີ່ ປັກ​ກິ່ງ ຕັ້ງ​ໃຈ​ເຮັດ​ໃຫ້​ເງິນຕາ​ຂອງ​ຕົນ​ຫລຸດ​ລາຄາ.

ຖະ​ແຫລ​ງການ​ກະຊວງ​ການຄັງ ສະຫະລັດ ກ່າວ​ວ່າ ມັນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ພິຈາລະນາ​ເຖິງ ຄວາ​ມສັບສົນ​ຂອງ​ການ​ເຄື່ອນ​ໄຫວ.

ກອງ​ທຶນ​ສາ​ກົນ ​ໄດ້​ເຫັນ​ໃນ​ແງ່​ດີ​ ​ໂດຍ​ກ່າວ​ວ່າ ການ​ຫລຸດ​ລາຄາ “ປາກົດ​ວ່າ ​ເປັນ​ບາດກ້າວ​ທີ່​ໜ້າ​ຍິນ​ດີ.”

XS
SM
MD
LG