ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນເອົາມາດຕະການ ຫຼຸດຜ່ອນ ປະລິມານ ອາຫານເຫຼືອ ຢູ່ຕາມຮ້ານອາຫານ (ວີດິໂອລາວ/ອັງກິດ)


China Food Waste
please wait
Embed

No media source currently available

0:00 0:02:27 0:00

ເບິ່ງວີດິໂອ ພາສາອັງກິດ ກ່ຽວກັບລາຍງານນີ້,

ໃນຂະນະທີ່ຄວາມເປັນຫ່ວງເພີ່ມທະວີຂຶ້ນຢູ່ໃນຈີນກ່ຽວກັບ
ຜົນກະທົບຕໍ່ສຸຂະພາບຈາກມົນລະພິດນັ້ນ ລັດຖະບານຈີນ
ໄດ້ຮັບປາກວ່າ ຈະຖືເອົາການປັບປຸງສະພາບແວດລ້ອມເປັນ
ບຸລິມະສິດສູງສຸດອັນ​ນຶ່ງ. ທີ່ປັກກິ່ງເມື່ອບໍ່ດົນມານີ້ ເຈົ້າໜ້າທີ່
ໄດ້ຈັດຕັ້ງປະຕິບັດແຜນການທົດລອງນຶ່ງຂຶ້ນມາ ເພື່ອກວດ
ລ້າງບັນຫາເສດອາຫານໃນຕົວເມືອງ. Shannon Van Sant
ຜູ້ສື່ຂ່າວວີໂອເອ ລາຍງານຈາກປັກກິ່ງ ນະຄອນຫຼວງຂອງຈີນ
ຊຶ່ງທອງປານ ມີລາຍ​ລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ


ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ມັນເປັນເວລາອາຫານທ່ຽງທີ່ຮ້ານ Xin Ma Pu ຮ້ານອາຫານເກົາຫຼີແຫ່ງ ນຶ່ງໃນເຂດຕາ
ເວັນຕົກສຽງເໜືອຂອງປັກກິ່ງ ບ່ອນ​ທີ່ພວກລູກຄ້າ ຊຶ່ງສ່ວນ ຫຼາຍມາຈາກບັນດາມະຫາ ວິທະຍາໄລຢູ່ໃກ້ໆນັ້ນ ກໍາລັງກິນອາຫານບາບີຄິວ ຫຼືຊິ້ນ​ດາດ​ ແລະຂົ້ວ​ ແບບເກົາຫຼີກັນ
ຢ່າງ​ແຊບນົວ.

ຖ້າຫາກແຜນການໃໝ່ຂອງປັກກິ່ງໃຊ້ໄດ້ຜົນແລ້ວ ພວກ​ລູກ​ຄ້າຢູ່ທີ່ນີ້ຈະພາກັນ​ກິນ ອາຫານທີ່ພວກເຂົາເຈົ້າສັ່ງມາກິນນັ້ນ ຫຼາຍຂຶ້ນແລະມີອາຫານເຫຼືອ ນ້ອຍລົງ.

ທ້າວ ວູ ຫົວທາວ ທີ່ເຄີຍໃຊ້ຊີວິດຜ່ານຄວາມລໍາບາກ​ຍາກ​ແຄ້ນມາພໍສົມຄວນໃນຈີນ
ເວົ້າວ່າ ລາວສະໜັບສະໜຸນນະໂຍບາຍດັ່ງກ່າວ ທີ່ແນເປົ້າໝາຍໃສ່ການຫຼຸດຜ່​ອນ
ປະລິມານອາຫານເຫຼືອກິນ ທີ່​ຖືກຖິ້ມໄປລ້າໆນັ້ນ.

ທ້າວ ຫົວທາວ ເວົ້າວ່າ: “ແຕ່ກີ້ ຂ້ອຍມີໂອກາດໄດ້ກິນກາລະເປົາ ປີນຶ່ງ ພຽງແຕ່ ສອງສາມເທື່ອເທົ່ານັ້ນ ແຕ່ຕົກມາດຽວນີ້ ຢາກກິນຫຍັງກະໄດ້ກິນ. ຈາກເວລາ ຂ້ອຍເປັນໜຸ່ມນັ້ນ ໄດ້ກິນອາຫານບໍ່ພຽງພໍ ຈົນຕົກມາດຽວນີ້ ຂ້ອຍຢາກເລືອກ ກິນຫຍັງກໍໄດ້. ຂ້ອຍຈື່ຄໍາກອນເກົ່າບົດນຶ່ງທີ່ເວົ້າວ່າ ກວ່າຈະໄດ້ເຂົ້າມານຶ່ງ
ເມັດນັ້ນ ຕ້ອງໃຊ້ຢາດເຫື່ອແຮງ
ງານ. ມັນເປັນກອນທີ່ເຕືອນຂ້ອຍບໍ່ໃຫ້ຖິ້ມ
ອາຫານ ແລະປ່ອຍໃຫ້ມັນເນົ່າ
ຖິ້ມ.”

ພາຍ​ໃຕ້​ແຜນການ​ທົດ​ລອງ​ນີ້ ປັກກິ່ງຈະປັບ​ໄໝພວກຮ້ານອາຫານ ປະມານ 8 ໂດລ່າ ຕໍ່ອາຫານເຫຼືອນຶ່ງໂຕນທີ່ເອົາໄປເທຖິ້ມລົງຖັງຂີ້ເຫຍື້ອ. ນັ້ນຄືຄວາມພະຍາຍາມ​ເທື່ອ
ທໍາອິດເພື່ອກໍາຈັດອາຫານເຫຼືອກິນ ແຕ່ບັນດານັກວິຈານເວົ້າວ່າ ຄວນຈະ​ໄໝ​ແພງກວ່າ
ນັ້ນ ຍ້ອນວ່າຕ້ອງມີຈານອາຫານເຫຼືອເປັນຫຼາຍໆພັນຈານ ຈຶ່ງຈະໄດ້ນໍ້າໜັກນຶ່ງໂຕນ.

ມາດຕະການດັ່ງກ່າວແມ່ນແນເປົ້າໝາຍສ່ວນນຶ່ງ ໃສ່ການຫຼຸດຜ່ອນປະລິມານອາຫານ
ທີ່ກິນຖິ້ມກິນເສຍນັ້ນລົງ. Nie Yongfang ອາຈານສອນວິຊາ ວິທະຍາສາດສະພາບ
ແວດລ້ອມ ທີ່ມະຫາວິທະຍາໄລ Tsinghua ເວົ້າວ່າ ເປົ້າໝາຍອີກ​ສ່ວນ​ນຶ່ງ​ກໍ​ແມ່ນ​
ແນໃສ່ການປ່ຽນແປງວິທີການທີ່ຫົວເມືອງ ຕ່າງໆ ກໍາຈັດອາຫານເສດເຫຼືອ ຊຶ່ງ​ມີ​ຢູ່​ສາມ​
ວິທີ​ດ້ວຍ​ກັນ.

ອາຈານ ຢົງຟັ້ງເວົ້າວ່າ: “ວິທີທໍາອິດ ​ແມ່ນ​ເອົາ​ເສດ​ອາຫານ​ເຫຼື​ອນັ້ນ ຖິ້ມ​ປົນ​ກັນ​ກັບ​
ຂີ້​ເຫຍື້ອ
ປະຈໍາ ບ້ານ. ວິທີທີ່ສອງ ກໍຄື​ເອົາຖິ້ມລົງໄປ​ຕາມທໍ່​ໂສ​ໂຄກ ແລະ ວິທີທີ່
ສາມ ກໍຄື ເອົາອາຫານເສດເຫຼືອທີ່ວ່ານີ້ໄປຂາຍໃຫ້ພວກທີ່
​ໃຊ້ເກືອສັດ ເຊັ່ນໝູ ເປັນຕົ້ນ. ໃນວິທີຕ່າງໆທີ່ກ່າວມານີ້ ວິທີທີ່ສາມແມ່ນວິທີທີ່ນິຍົມກັນ​ເຮັດຫຼາທີ່
ສຸດ
ໃນຫົວເມືອງຕ່າງໆ ແລະໂດຍທົ່ວໄປແລ້ວ ຂີ້ເຫຍື້ອ 80 ເປີເຊັນ ຫຼືຫຼາຍກ່ວາ ແມ່ນຖືກກໍາຈັດໂດຍວີທີນີ້.”

ພາບກ່ຽວກັບມົນລະພິດອາກາດ ຢູ່ໃນຈີນ:


ປັກກິ່ງມີຂີ້ເຫຍື້ອປະເພດອາຫານເສດເຫຼືອຫຼາຍກວ່າ 9,000 ໂຕນໃນແຕ່ລະມື້ ​ແຕ່
ອາຈານ Nie ເວົ້າວ່າ ຖ້າເອົາອາຫານເສດເຫຼືອ​ເຫຼົ່ານັ້ນ ໄປເກືອສັດ ມັນກໍອາດສາມາດ
ພາໃຫ້ສັດຕາຍໄດ້.

ບັນດາຜູ້ຈັດການຮ້ານອາຫານ Xin Ma Pu ເວົ້າວ່າ ພວກເຂົາເຈົ້າສະໜັບສະໜຸນ
ແຜນການຂອງລັດຖະບານ ເພື່ອຈະ​ຫຼຸດຜ່ອນປະລິມານອາຫານເຫຼືອກິນລົງນັ້ນ ເຖິງແມ່ນມັນໝາຍເຖິງວ່າ ຈະ​ໄດ້ຂາຍອາຫານໜ້ອຍລົງ ກໍຕາມ.

ຜູ້ຈັດການ ຫວັງ ຊຸນຢັນ ເວົ້າວ່າ: “ຊາວຈີນ​ເປັນ​ຄົນ​ທີ່ມີນໍ້າໃຈ​ເອື້ອ​ເຟື້ອ ​ເຜື່ອ​ແຜ່
ແລະມັກຈະສັ່ງອາຫານຫຼາຍຈົນກິນບໍ່ໝົດ. ສະນັ້ນ ຂ້ອຍກໍຫວັງ ແທ້ໆວ່າ ພວກ
ເຂົາເຈົ້າຈະຄຸມສະຖານະການໄວ້ໃຫ້ທຸ່ນທ່ຽງ ແລະກໍສັ່ງ
ອາຫານໃນປະລິມານ
ທີ່ເໝາະສົມ ຫຼືພໍກິນ ເພື່ອປ້ອງກັນບໍ່ໃຫ້
ອາຫານ​ເຫຼືອຫຼາຍ ຊຶ່ງນັບວ່າ ມັນເປັນ
ຈຸດເລີ່ມຕົ້ນທີ່ດີ
ສໍາລັບສະພາບແວດລ້ອມ ຂອງພວກເຮົາເນາະ.”

ຢູ່ຮ້ານອາຫານແຫ່ງນີ້ ພວກສາວເສີບຈະແນະນໍາ ຈານອາຫານທີ່​ພໍ​ເໝາະພໍດີກັບຈໍາ
ນວນຄົນສັ່ງ ເພື່ອ​ໃຫ້ມີອາຫານເຫຼືອທີ່ຕ້ອງໂຍນຖິ້ມ ລົງໃສ່ຖັງຂີ້ເຫຍື້ອຂອງຮ້ານນັ້ນ ໜ້ອຍລົງ.
XS
SM
MD
LG