ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາມ ຄົນຫາຍສາບສູນ ຈາກໄພນ້ຳຖ້ວມ ໃນ ຈີນ


ແຜນທີ່ປະເທດ ຈີນ.
ແຜນທີ່ປະເທດ ຈີນ.

ບັນດາເຈົ້າໜ້າທີ່ໃນພາກໃຕ້ຂອງ ຈີນ ກ່າວວ່າ ມີປະຊາຊົນຢ່າງໜ້ອຍ 3 ຄົນ ໄດ້ຫາຍສາບສູນ ແລະ ປະຊາຊົນຜູ້ອື່ນອີກຫຼາຍພັນຄົນໄດ້ຕິດຄ້າງຢູ່ໃນບ້ານ ເຮືອນຂອງພວກເຂົາເຈົ້າ ນັບຕັ້ງແຕ່ນໍ້າໄດ້ຖ້ວມບ້ານຫຼາຍແຫ່ງໃນແຂວງ Guizhou ໃນທ້າຍສັບປະດາທີຜ່ານມາ.

ກົມອຸຕຸນິຍົມໃນທ້ອງຖິ່ນກ່າວວ່າ ພາຍຸຝົນຂະໜາດໃຫຍ່ໄດ້ພັດຖະຫຼົ່ມເຂົ້າ ພາກພື້ນດ້ວຍຝົນ ທີ່ມີຂະໜາດສູງເຖິງ 13.4 ຊັງຕີແມັດ, ເປັນສາເຫດໃຫ້ ເກີດດິນຖະຫຼົ່ມໃນບາງຂົງເຂດ, ຕັດຂາດກະແສໄຟຟ້າ ແລະ ເຮັດໃຫ້ຖະໜົນ ບໍ່ສາມາດສັນຈອນໄປມາໄດ້.

ບັນດາເຈົ້າໜ້າທີ່ກ່າວວ່າ ພະນັກງານສຸກເສີນ ໄດ້ຖືກເອີ້ນເຂົ້າປະຈຳການເພື່ອ ກວາດລ້າງ ຫົນທາງ ແລະ ອົບພະຍົບໜີອອກໄປຈາກພື້ນທີ່. ນອກນັ້ນກໍຍັງ ໄດ້ມີການຄົ້ນຫາ ແລະ ການ ປະຕິບັດການກູ້ໄພເຊັ່ນກັນ.

Authorities in southern China say at least three people are missing and thousands of other people have been trapped in their homes since floods inundated villages in Guizhou province late last week.

The local weather bureau says massive rainstorms saturated the region with as much as 13.4 centimeters of rain, causing landslides in some areas, cutting off power and making roads impassable.

Officials say emergency crews have been called in to clear roads and evacuate residents. A search and rescue operation is also under way.

XS
SM
MD
LG