ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

14 ຄົນເສຍຊີວິດ ຍ້ອນໄພນໍ້າຖ້ວມ ທີ່ຈີນ


ແຜນທີ່ປະເທດຈີນ
ແຜນທີ່ປະເທດຈີນ

ສື່​ມວນ​ຊົນແຫ່ງ​ລັດ​ຂອງ​ຈີນ​ກ່າວ​ວ່າ ປະຊາຊົນ​ເສຍ​ຊີວິດ 14 ຄົນ​ແລະ​ຫລາຍ​ໝື່ນ​ຄົນໄດ້​ຖືກ
ອົບ​ພະຍົບຍ້ອນ​ໄພ​ນໍ້າ​ຖ້ວມ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

ອົງການ​ຂ່າວ​ຊິນ​ຫົວ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ປະຊາຊົນ 35 ຄົນ​ຫາຍ​ສາບ​ສູນ​ແລະ​ອີກ 3
ພັນຄົນ​ກໍາລັງ​ຕົກ​ຄ້າງ​ຢູ່​ໃນ​ພຽງເມືອງ​ດຽວ​ຂອງ​ແຂວງ Guizhou ​ແລະ​ເວົ້າ​ຕໍ່​ໄປ​ວ່າ ປະຊາ
ຊົນ 45 ພັນ​ຄົນ​ໄດ້​ຖືກ​ບັງຄັບ​ໃຫ້ຍົກຍ້າຍ​ອອກ​ຈາກ​ບ້ານ​ເຮືອນ​ໃນ​ເມືອງ Wangmo.

ອົງການ​ຂ່າວ​ດັ່ງກ່າວ​ຍັງ​ເວົ້າ​ຕື່ມ​ວ່າ ຝົນຕົກ​ໜັກ​ ໄດ້​ສຸເອົາ​ພວກ​ຍານພາຫະນະ​ຫລາຍ​ກວ່າ
500 ຄັນ​ໃຫ້ໄຫລ​ໜີ​ໄປ​ນໍາ​ນໍ້າ ​ເຮັດ​ບ້ານ​ເຮືອນ 100 ຫລັງ​ພັງ​ທະລາ​ຍລົງ ທໍາ​ລາຍ​ຖະໜົນ​
ຫົນທາງ​ພ້ອມທັງ​ຂົວ​ຫລາຍ​ແຫ່ງ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນລະປູກ​ໃນ​ເນື້ອ​ທີ່​
ຫລາຍ​ກວ່າ 5 ພັນ​ເຮັກຕາ.

ຝົນຕົກ​ໜັກ ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ ​ໄດ້​ຊ່ອຍ​ບັນ​ເທົາພວກ​ຊາວບ້ານ​ຊາວ​
ເມືອງ​ແລະ​ຊາວ​ໄຮ່​ຊາວນາ​ຢູ່​ໃນ​ພາກ​ກາງ​ແລະ​ເຂດ​ລຸ່ມ​ແມ່​ນໍ້າ​ຢັງ​ຊີ ທີ່​ໄດ້​ປະສົບ​ກັບ​ໄພ​ແຫ້ງ​
ແລ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ.

ທາງ​ການ​ຈີນ​ກ່າວ​ວ່າ ລະດູຝົນ​ໃນ​ຍາມ​ຮ້ອນ​ໄດ້​ມາ​ຮອດ​ມາ​ເຖິງ​ຖືກ​ຍາມພໍດີ ເພື່ອຊ່ອຍ​
ພວກ​ຊາວ​ໄຮ່​ຊາວນາທີ່​ກໍາລັງ​ທໍາ​ການ​ປູກ​ເຂົ້າ ​ແຕ່ກໍ​ຍັງ​ຄາດ​ກັນ​ວ່າ​ຈະ​ໄດ້​ຮັບ​ຄວາມ​ເສຍ
ຫາຍ​ທາງ​ດ້ານເສດຖະກິດທີ່​ຮ້າຍ​ແຮງ​ຢູ່.

XS
SM
MD
LG