ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ກຳລັງຂະຫຍາຍ ສະຖານທີ່ ທາງທະຫານ ເທິງເກາະ ທີ່ສ້າງຂຶ້ນເອງນັ້ນ


ພາບຖ່າຍອອກຈາກປ່ອງຢ້ຽມ ຂອງເຮືອບິນກອງທັບ ສຫລ
ກ່ຽວກັບໝູ່ເກາະໃນທະເລຈີນໃຕ້ 11 ພຶດສະພາ, 2015.
ພາບຖ່າຍອອກຈາກປ່ອງຢ້ຽມ ຂອງເຮືອບິນກອງທັບ ສຫລ ກ່ຽວກັບໝູ່ເກາະໃນທະເລຈີນໃຕ້ 11 ພຶດສະພາ, 2015.

ຈີນ ແມ່ນເກືອບວ່າໄດ້ເສັດສິ້ນ ການສ້າງທາງແລ່ນຂອງເດີ່ນບິນ
ທະຫານ ໃນເກາະດອນທຽມນຶ່ງທີ່ຈີນໄດ້ສ້າງຂຶ້ນ ຢູ່ໃນເຂດທະເລ
ຈີນໃຕ້ ທີ່ມີການຜິດຖຽງໂຕ້ແຍ້ງ ອິງຕາມພາບຖ່າຍຈາກດາວທຽມ
ທີ່ພິມເຜີຍແຜ່ ໂດຍກຸ່ມສິ້ງຊອມທາງທະເລ ກຸ່ມນຶ່ງນັ້ນ.

ອົງການລິເລີ້ມເພື່ອຄວາມໂປ່ງໄສທາງທະເລເອເຊຍ ຫຼື AMTI
ກ່າວວ່າ ຈີນຍັງດຳເນີນສືບຕໍ່ລາດຢາງແລະຂີດເສັ້ນທາງແລ່ນ
ໄລຍະ 3 ພັນແມັດ ຊຶ່ງນັກວິໄຈກ່າວວ່າ ສາມາດຮັບຮອງເຮືອບິນ
ທະຫານໃດໆກໍໄດ້ຂອງກອງທັບອາກາດຈີນ.

ກຸ່ມດັ່ງກ່າວໄດ້ລາຍງານທາງອິນເຕີແນ໊ຕ ວ່າ ສະຖານທີ່ທາງ
ທະຫານອື່ນໆ ແມ່ນຍັງຮວມທັງລານຈອດເຮືອບິນເຮລິຄອບເຕີ 2 ບ່ອນ ເຄື່ອງຮັບສົ່ງສັນ
ຍານດາວທຽມ ຫຼາຍເຖິງ 10 ເຄື່ອງ ແລະອາດຈະມີການສ້າງຫໍຄອຍ ສຳລັບເຄື່ອງເຣດ້າ
ນຳອີກ ທີ່ກຳລັງກໍ່ສ້າງຢູ່ເກາະ Fiery Cross.

ເກາະດອນທີ່ວ່ານີ້ ແມ່ນມີເນື້ອທີ່ປະມານ 2 ລ້ານ 740 ພັນ ຕາລາງແມັດ​ແລະໄດ້ກໍ່ສ້າງ
ທ່າເຮືອບາງສ່ວນໄປແລ້ວ ທີ່ມີບ່ອນຈອດເຮືອຊົ່ວຄາວຍື່ນອອກໄປ 9 ບ່ອນ ອິງຕາມອົງ
ການ AMTI ທີ່ເປັນເຄືອຂ່າຍກັບສູນການວາງແຜນຍຸດທະສາດ ແລະການຄົ້ນຄວ້າ
ສາກົນ.

ເກາະດອນນີ້​ແມ່ນ​ພຽງ 1 ​ໃນ 7 ສະຖານທີ່ ​ຢູ່ໃນເຂດ​ໝູ່​ເກາະ Spratly ບ່ອນທີ່ຈີນໄດ້
ຖົມດິນສ້າງເກາະດອນທຽມຂຶ້ນ ແລະໃນບາງກໍລະນີແມ່ນ ໄດ້ສ້າງຄ້າຍທະຫານໃສ່ນຳ​ໃນຄວາມພະຍາຍາມທີ່ເບິ່ງກັນວ່າ ເປັນການຂະຫຍາຍການມີໜ້າທາງທະຫານ​ແລະເລີ້ມບັງຄັບໃນການອ້າງເອົາກຳມະສິດຂອງຕົນ.

ຟິລິບປີນ ຫວຽດນາມ ມາເລເຊຍ ບຣູໄນ ແລະໄຕ້ຫວັນ ຕ່າງກໍອ້າງເອົາກຳມະສິດໃນບາງ ເຂດຂອງທະເລຈີນໃຕ້ເຊັ່ນກັນ ຊຶ່ງໝູ່ເກາະເຫລົ່ານີ້ ແມ່ນອຸດົມສົມບູນ ໄດ້ດ້ວຍຊັບພະຍາ ກອນທຳມະຊາດ ພ້ອມທັງເປັນເສັ້ນທາງຫຼັກໃນການຄ້າຂາຍ ແລະເປັນສັນຍາລັກຂອງ
ຄຸນຄ່າແຫ່ງຊາດນຳດ້ວຍ.

XS
SM
MD
LG