ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ​ຂະຫຍາຍ ​ການ​ປຸກລະດົມ ສໍາ​ມະ​ນາ​ຊາວ​ທິ​ເບ​ດ ​ໃນ​ເຂດ Driru


ລົດ​ທະຫານ​ຂອງ​ຈີນ ​ເຝົ້າ​ຍາມ​ວັດ ໃນ​ເຂດ​ Driru
ລົດ​ທະຫານ​ຂອງ​ຈີນ ​ເຝົ້າ​ຍາມ​ວັດ ໃນ​ເຂດ​ Driru
ຊາວ​ທິ​ເບ​ດທີ່​ຫຼີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ ກ່າວ​ວ່າ ທາງ​ການ​ຈີນໄດ້
​ຂະຫຍາຍ​ການ​ປຸກລະດົມສໍາ​ມະ​ນາ​ຊາວ​ທິ​ເບ​ດ ​ໃນ​ເຂດ Driru
​ໂດຍ​ການປິດວັດ ຢ່າງ​ນ້ອຍ 3 ​ແຫ່ງ ​ແລະເອີ້ນ​ກັບ ພວກ​ທີ່​ໄປ
​ສຶກສາ​ຮໍ່າຮຽນ​ຢູ່​ທີ່​ອື່ນ​ ຂ້າງ​ນອກ ​ເຂ​ດປົກຄອງ​ຕົນ​ເອງ​ທິ​ເບ​ດ ​
ແຫ່ງ​ນັ້ນ.

ຈົດໝາຍຈາກເຂດ​ດັ່ງກ່າວ ​ທີ່ສົ່ງ​ເຖິງ​ພວກຊາວ​ທິ​ເບ​ດທີ່​ຫຼີ້​ໄພ
​ຢູ່​ໃນ​ຕ່າງປະ​ເທດ ທີ່ສັງ​ເກດ​ການ ແລະ​ຕິດຕາມ​ເບິ່ງສະຖານະ
​ການຢູ່​ທີ່​ນັ້ນ ​ເວົ້າວ່າ ກໍາລັງ​ມີ​ການ​ຂະຫຍາຍ​ການ​ປຸກລະດົມ
“ສໍາ​ມະ​ນາທາງ​ສະໝອງ” ຢ່າງ​ເປັນ​ຂະ​ບວນ ຢູ່ໃນ​ເຂດປົກຄອງ
​ຕົນ​ເອງ Driru ທີ່ຊາວ​ຈີນ​ເອີ້ນວ່າ Biru ນັ້ນ​ ​ແລະ​ເປັນສະຖານ​ທີ່​
ທີ່​ເກີດ​ຄວາມບໍ່​ສະ​ງົບ​ເມື່ອ​ໄວໆ​ມາ​ນີ້.

​ແຫຼ່ງຂ່າວ ​ບອກ​ກັບ VOA ວ່າ ທາງ​ການ​ຈີນ ​ໄດ້​ແນ່ເປົ້າ​ໝາຍ​ໃສ່ ວັດ 3 ​ແຫ່ງ​ໃນ​ຂົງ​ເຂດ
​ແລະ​ກໍ​ໄດ້​ມີຄູບາ​ ຢ່າງ​ນ້ອຍ 11 ອົງ ຖືກ​ຈັບ​ກຸມ.

ທ້າວ Samdup ຊາວ​ທິ​ເບ​ດທີ່​ມາ​ຈາກເຂດ Driru ​ແລະ​ປັດຈຸບັນ ​ຫຼີ້​ໄພຢູ່​ໃນ Belgium
​ໄດ້​ບອກ​ກັບ VOA ພະ​ແນ​ກພາສາ​ທິ​ເບ​ດ ວ່າ ​ໄດ້​ມີຊາວ​ທິ​ເບ​ດປະມານ 1 ພັນ​ຄົນ​ໃນ​ເຂດ
Driru ​ຖືກ​ຈັບ​ກຸມ ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ແລ້ວ​ນີ້.
XS
SM
MD
LG