ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະນາຄານຈີນໃຫ້ເງິນກູ້ແກ່ລາວ ເພື່ອສ້າງຂົວຂ້າມແມ່ນໍ້າຂອງ ຢູ່ເມືອງໂຂງ


ການເຊັນສັນຍາກູ້ຢືມເງິນ ລະຫວ່າງລາວແລະຈີນ ເພື່ອສ້າງຂົວຂ້າມແມ່ນໍ້າຂອງຫລາຍແຫ່ງ ລວມທັງຂົວຢູ່ເຂດ
ເມືອງໂຂງ ແຂວງຈໍາປາສັກ ນໍາດ້ວຍ
ການເຊັນສັນຍາກູ້ຢືມເງິນ ລະຫວ່າງລາວແລະຈີນ ເພື່ອສ້າງຂົວຂ້າມແມ່ນໍ້າຂອງຫລາຍແຫ່ງ ລວມທັງຂົວຢູ່ເຂດ ເມືອງໂຂງ ແຂວງຈໍາປາສັກ ນໍາດ້ວຍ

ທະນາຄານເພື່ອການນຳເຂົ້າແລະສົ່ງອອກຂອງຈີນໃຫ້ເງິນກູ້ ເພື່ອສະໜັບສະໜູນການກໍ່ ສ້າງຂົວຂ້າມແມ່ນໍ້າຂອງຢູ່ເຂດເມືອງໂຂງ ຊຶ່ງເປັນສ່ວນນຶ່ງຂອງເຂດເສດຖະກິດພິເສດ ຄອນພະເພັງໃນແຂວງຈໍາປາສັກ.

ການລົງນາມໃນສັນຍາກູ້ຢືມເງິນທຶນ ລະຫວ່າງທາງການ
ລາວກັບທະນາຄານເພື່ອການນຳເຂົ້າແລະສົ່ງອອກຂອງ
ລັດຖະບານຈີນໄດ້ມີຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້
ໂດຍມີທ່ານສົມດີ ດວງດີ ລັດຖະມົນຕີກະຊວງການເງິນ
ຂອງລາວ ແລະທ່ານ ລີ ລູ່ກົວະ ປະທານຂອງທະນາຄານ
ເພື່ອການນຳເຂົ້າແລະສົ່ງອອກຂອງຈີນ ເປັນຜູ້ຕາງໜ້າ
ຂອງທັງສອງຝ່າຍໃນການລົງນາມດັ່ງກ່າວ.

ສັນຍາກູ້ຢືມເງິນໃນຄັ້ງຫລ້າສຸດນີ້ ມີມູນຄ່າລວມເກີນກວ່າ
32 ລ້ານໂດລາ ສຳຫລັບນໍາໃຊ້ເຂົ້າໃນການກໍ່ສ້າງຂົວ
ຂ້າມແມ່ນໍ້າຂອງ ເພື່ອເຊື່ອມຕໍ່ລະຫວ່າງບ້ານຫາດກັບບ້ານ
ນາຢູ່ເມືອງໂຂງ ແຂວງຈໍາປາສັກ ພ້ອມດ້ວຍການກໍ່ສ້າງ
ຂົວຂະໜາດນ້ອຍອີກ 2 ແຫ່ງ ທີ່ເຊື່ອມຕໍ່ບ້ານຫົວໂຂງ
ແຫລມກັບດອນສັນ ແລະເຊື່ອມຕໍ່ທ່າເຮືອບັກເມືອງໂຂງ
ກັບທ່າເຮືອເມືອງມູນລະປະໂມກ ຊຶ່ງເປັນສ່ວນນຶ່ງໃນແຜນ
ການພັດທະນາເຂດທ່ອງທ່ຽວຢູ່ໃນເຂດເມືອງໂຂງນັ້ນເອງ.

ປະທານ ທະນາຄານເພື່ອການສົ່ງອອກແລະນໍາເຂົ້າ ຂອງຈີນ ພົບປະກັບທ່ານຈູມມະລີ ໄຊຍະສອນ, ປະທານປະເທດລາວ ທີ່ນະຄອນຫລວງວຽງຈັນ.
ປະທານ ທະນາຄານເພື່ອການສົ່ງອອກແລະນໍາເຂົ້າ ຂອງຈີນ ພົບປະກັບທ່ານຈູມມະລີ ໄຊຍະສອນ, ປະທານປະເທດລາວ ທີ່ນະຄອນຫລວງວຽງຈັນ.

ກ່ອນໜ້ານີ້ ເຈົ້າໜ້າທີ່​ຂັ້ນ​ສູງ​ໃນ
ແຂວງ​ຈໍາປາ​ສັກ​ກໍໄດ້​ໃຫ້ການ
ຢືນຢັນ​ວ່າ ການ​ພັດທະນາ​ເຂດ
ທ່ອງທ່ຽວຢູ່​ໃນ​ເຂດ​ເມືອງ​ໂຂງ
ໄດ້​ເລີ່​ມລົງມື​ດໍາ​ເນີນ​ການ​ໃນ
ພາກ​ປະຕິບັດ​ຕົວ​ຈິງ​ແລ້ວ​ ​ໂດຍ
ໃນ​ປະຈຸ​ບັນ ​ກໍາລັງຢູ່​ໃນ​ຂັ້ນ
ຕອນ​ຂອງ​ການກໍ່ສ້າງບ່ອນ​ພັກ​
ອາ​ໄສ​ຂອງ​ບຸກຄະ​ລາກ​ອນ,
ການ​ຈັດຕຽມສະຖານ​ທີ່​ສໍາລັບ​
ຮອງ​ຮັບ​ການກໍ່ສ້າງ​ຂົວທີ່​ເຊື່ອມ
ຕໍ່​ລະຫວ່າງ​ບ້ານ​ຫາດ​ກັບ​ບ້ານ
ນາ, ການ​ສຶກສາ​ອອກ​ແບບ
ພັດທະນາທ່າ​ເຮືອ​ຢູ່​ຕາມ​ເກາະ
ດອນ​ຕ່າງໆ ​ແລະການ​ພັດທະນາ​ສິ່ງອໍານວຍ​ຄວາມ​ສະດວກ​ໃຫ້ແກ່ນັກ​ທ່ອງ​ທ່ຽວຢ່າງ​ຄົບ
​ຊຸດ ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນ​ສູງ​ໃນ​ແຂວງ​ຈໍາປາ​ສັກຄົນ​ດັ່ງກ່າວ​ນີ້​ໄດ້​ໃຫ້ການຊີ້​ແຈງ​ໃນ​ຕອນນຶ່ງວ່າ:

ເພື່ອຮອງ​ຮັບ​ໃຫ້​ແກ່​ການທ່ອງທ່ຽວ ຈະ​ໄດ້​ປັບປຸງ ທ່າ​ເຮືອ​ຈາກດອນ​ໂຂງ​ໄປ​ຫາ
ດ​ອນອື່ນໆ ແລ້ວ​ເພິ່ນ
ກະ​ໄດ້​ກະກຽມກໍ່ສ້າງ​ຂົວ​ຂ້າມ​ແມ່​ນໍ້າຂອງ​ລະຫວ່າງ ບ້ານ
ຫາດ​ກັບ​ບ້ານ​ນາດ ດຽວນີ້ກໍກໍາລັງ​ສ້າງ​ເຮືອນ
ພັກ, ສະຖານ​ທີ່​ພັກ​ເຊົາຂອງຄະນະ​
ກໍາມະການ
ຄາດ​ວ່າ​ຈະ​ລົງມື​ໃນ​ປີ​ນີ້​ຕາມ​ແຜນ”.

ພາບທໍາມະຊາດຂອງເຂດນໍ້າຕົກຕາດຝັ້ນຢູ່ທາງ ທິດໃຕ້ຂອງເມືອງໂຂງ ຊຶ່ງເປັນເຂດທີ່ກໍາລັງໄດ້ ຮັບການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວ.
ພາບທໍາມະຊາດຂອງເຂດນໍ້າຕົກຕາດຝັ້ນຢູ່ທາງ ທິດໃຕ້ຂອງເມືອງໂຂງ ຊຶ່ງເປັນເຂດທີ່ກໍາລັງໄດ້ ຮັບການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວ.

ການ​ພັດທະນາ​ການທ່ອງທ່ຽວ
ຖື​ເປັນ​ສ່ວນນຶ່ງຂອງ​ເຂດ​ເສດ
ຖະກິດ​ພິ​ເສດ​ຄອນ​ພະ​ເພັງ ທີ່​
ຕັ້ງ​ຢູ່ໃນ​ເຂດ​ເມືອງ​ໂຂງ ​ຊຶ່ງຕາມ​
ແຜນການ​ແລ້ວ​ເຂດ​ເສດຖະກິດ​
ພິ​ເສດ​ດັ່ງກ່າວ​ນີ້​ ຈະ​ມີບໍລິ​ເວນ​
ກວ້າງ​ເຖິງ 39,000 ​ເຮັກຕາ
ໂດຍ​ໄດ້​ມີ​ການຈັດ​ແບ່ງ​ພື້ນ​ທີ່​
ອອກ​ເປັນ 5 ​ເຂດ​ດ້ວຍ​ກັນ​ ຄື​
ພື້ນ​ທີ່​ໂດຍ​ຮອບ​ນໍ້າ​ຕົກ​ຄອນ​ພະ​
ເພັງ​ນັ້ນ ກໍ​ຈະ​ພັດທະນາເປັນ
ເຂດ​ທ່ອງ​ທ່ຽວ ​ແລະຮອງ​ຮັບທຸລະ​ກິດ​ທີ່​ກ່ຽວຂ້ອງກັບ​ການທ່ອງທ່ຽວ​ເປັນ​ການສະ​ເພາະ
​ເຊັ່ນ:​ໂຮງ​ແຮມ, ຣີສອດ, ບ້ານ​ພັກ​ຕາກ​ອາກາດ ​ແລະສວນສາ​ທາ​ລະນະ​ໃນ​ເຂດ​ອຸ​ທະຍານ ​ແຫ່ງ​ຊາດ.

ສ່ວນ​ນອກ​ນັ້ນ​ ກໍຈະ​ເປັນ​ເຂດສູນ​ການ​ຄ້າ​ປອດ​ພາສີ, ສະໜາມບິນ​ຮອງ​ຮັບ​ທັງເຮືອ​ບິນ
ສ່ວນ​ຕົວ ​ແລະເຮືອບິນ​ໂດຍສານ, ສະໜາມກັອບລະດັບ​ມາດຕະຖານສາກົນ ​ແລະສູນ
ບໍລິການ​ທາງທຸລະ​ກິດ​ຢ່າງ​ຄົບ​ວົງ​ຈອນ​ ທີ່​ຈະມີ​ຕະຫຼາດການ​ຄ້າ​ເສລີ ​ເປັນສ່ວນ​ປະ​ກອບ
ທີ່ສໍາຄັນ​ອີກ​ດ້ວຍ.

ດ່ານກວດຄົນເຂົ້າອອກທີ່ຊາຍແດນ ລະຫວ່າງລາວ ແລະຈີນ ຢູ່ໃກ້ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ ໃນແຂວງຫຼວງນໍ້າທາ.
ດ່ານກວດຄົນເຂົ້າອອກທີ່ຊາຍແດນ ລະຫວ່າງລາວ ແລະຈີນ ຢູ່ໃກ້ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ ໃນແຂວງຫຼວງນໍ້າທາ.

ໃນ​ໄລຍະ​ທີ່​ຜ່ານ​ມາກໍປະກົດ​ວ່າ
ມີທັງ​ກຸ່ມ​ນັກທຸລະກິດ​ຈາກ​ຈີນ,
ເກົາຫຼີ​ໃຕ້, ມາ​ເລ​ເຊຍ, ຫວຽດ
ນາມ ​ແລະໄທ​ ລວມ​ທັງນັກທຸ
ລະກິດ​ໃນ​ລາວ​ເອງ​ນັ້ນ​ ຕ່າງ​ກໍ​
ໄດ້​ພາກັນ​ສະ​ແດງ​ເຈດ​ຈໍານົງ
ທີ່​ຈະ​ເຂົ້າ​ໄປ​ລົງ​ທຶນໃນ​ເຂດ​ເສດ
ຖະກິດ​ພິ​ເສດ​ຄອນ​ພະ​ເພັງ​ແລ້ວ
ເຖິງ 8 ບໍລິສັດ ​ແລະ​ເຊື່ອ​ວ່າຍັງ
ຈະ​ມີ​ອີກຫຼາຍບໍລິສັດ​ ທີ່​ຈະພາ
ກັນຫຼັ່ງ​ໄຫຼ​ເຂົ້າໄປ​ລົງ​ທຶນ​ເພີ່ມ ​ຂຶ້ນ​ອີກ ​ໃນ​ໄລຍະຕໍ່​ໄປ.

ໃນປັດຈຸບັນມີເຂດເສດຖະກິດພິເສດຢູ່​ແລ້ວ 3 ແຫ່ງກໍຄື ​ເຂດ​ເສດຖະກິດ​ພິ​ເສດສະຫວັນ
-​ເຊ​ໂນ ຢູ່ແຂວງສະຫວັນ​ນະ​ເຂດ, ເຂດ​ເສດຖະກິດ​ພິ​ເສດບໍ່​ເຕັນ​ແດນ​ຄໍາ ຢູ່​ແຂວງຫຼວງ
ນໍ້າທາ ​ແລະ​ເຂດເສດຖະກິດ​ພິ​ເສດ​ສາມຫຼ່ຽມທອງຄໍາ​ຢູ່​ແຂວງ​ບໍ່​ແກ້ວ. ສ່ວນທີ່ຈະສ້າງຕັ້ງ
ເພີ່ມຂຶ້ນອີກ 7 ແຫ່ງນັ້ນກໍຄືຢູ່ທີ່ແຂວງຄໍາມ່ວນ, ຊຽງຂວາງ, ຫົວພັນ, ເຊກອງ, ອັດຕະ
ປື, ຜົ້ງສາລີ ແລະຈໍາປາສັກ.

XS
SM
MD
LG