ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປະຫານຊີວິດ ຜູ້ຊາຍສາມຄົນ ທີ່ໂຈມຕີ ສະຖານີລົດໄຟ Kunming ເມື່ອປີແລ້ວນີ້


ຕຳຫລວດຈີນ ກຳລັງຢ່າງຢູ່ຕໍ່ໜ້າສານ ບ່ອນທີ່ຜູ້ຕ້ອງສົງໄສ ກຳລັງ ຖືກດຳເນີນຄະດີ ຢູ່ໃນເມືອງ Kunming.
ຕຳຫລວດຈີນ ກຳລັງຢ່າງຢູ່ຕໍ່ໜ້າສານ ບ່ອນທີ່ຜູ້ຕ້ອງສົງໄສ ກຳລັງ ຖືກດຳເນີນຄະດີ ຢູ່ໃນເມືອງ Kunming.

ຈີນ​ ​ໄດ້​ປະຫານ​ຊີວິດ​ຜູ້​ຊາຍ​ສາມ​ຄົນ ​ໃນ​ຂໍ້​ຫາ​ມີ​ບົດບາດກ່ຽວ
ກັບການ​ໂຈມ​ຕີ​ຮ້າຍ​ແຮງ ​ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 31 ຄົນ​ ໃນ​
ປີ​ກາຍ​ນີ້ ຢູ່ທີ່​ສະຖານີ​ລົດ​ໄຟ ​ເມືອງ Kunming ທາງ​ພາກ​ຕາ​
ເວັນ​ຕົກ​ສຽງ​ໃຕ້​ຂອງປະເທດ.

​ອີ​ງຕາມ​ຖະ​ແຫລ​ງການ ຂອງສານ​ປະຊາຊົນຊັ້ນກາງ ເມືອງ
Kunming ແລ້ວ ຜູ້​ຊາຍທັງ​ສາມ​ຄົນ ​ທີ່ລະບຸຊື່​ວ່າ​ ແມ່ນທ້າວ
Iskandar Ehet ທ້າວ Turgun Tohtunyaz ​ແລະທ້າວ
Hasayn Muhammad ​ໄດ້​ຖືກ​ປະຫານ​ຊີວິດ​ໃນ​ວັນ​ອັງຄານ
​ມື້​ນີ້.

ບຸກຄົນທັງ​ສາມ ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ໃນ​ເດືອນ​ກັນຍາປີກາຍ ​ໃນ​ຖານ​ຂ້າ​ຄົນ ​ແລະເປັນ
ຜູ້​ນຳ​ກຸ່ມ​ກໍ່​ການ​ຮ້າຍ ຊຶ່ງ​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໄດ້​ທຳ​ການໂຈມຕີ ໂດຍ​ເອົາ​ມີດ​ແທງ​
ຜູ້ຄົນ ​ໃນເດືອນ​ມີນາ ປີ 2014 ຢູ່ທີ່​ສະຖານີ​ລົດ​ໄຟ ເມືອງ Kunming.

ຕຳຫລວດ​ໄດ້​ຍິງ​ສັງຫານ​ ສີ່​ໃນຈຳນວນຜູ້​ຮ້າຍ​ຫ້າຄົນ. ຜູ້​ໂຈມ​ຕີ​ອີກ​ຄົນ​ນຶ່ງ​ເປັນ​ແມ່ມານ
​ຖືພາ ​ໄດ້​ຖືກ​ຈັບເປັນ ​ແລະ​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ ໃຫ້ຕິດ​ຄຸກ​ຕະຫຼອດ​ຊີວິດ.

ມັນ​ເປັນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ທີ່​ສຸດ ທີ່​ຈີນ​ໄດ້​ຖິ້ມໂທດໃສ່ພວກ​ແບ່ງ​ແຍກດິນ​ແດນ ທີ່ມີ
ຖານປະຕິບັດງານ ຢູ່​ໃນ​ເຂດ Xinjiang ທາງພາກຕາເວັນຕົກສຸດ ຂອງປະເທດ ອັນ​ເປັນ
ຖິ່ນຖານ​ບ້ານ​ເກີດຂອງ​ຊາວ Uighurs ທີ່​ສ່ວນ​ໃຫຍ່​ແລ້ວເປັນ​ຊົນກຸ່ມນ້ອຍທີ່ນັບຖືສາ
ສະໜາອິສລາມນັ້ນ.

​ໃນໄລຍະ​ບໍ່​ເທົ່າໃດ​ປີ​ທີ່​ຜ່ານ​ມາ​ນີ້ຫລາຍ​ຮ້ອຍ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ຍ້ອນການໂຈມ ຕີທີ່ຮຸນ
​ແຮງ ຊຶ່ງໄດ້ແນເປົ້າໝາຍ​ເພີ້​ມ​ຂຶ້ນໃສ່​ພົນລະ​ເຮືອນພ້ອມ​ດ້ວຍ​ບັນດາ​ເຈົ້າ​ໜ້າທີ່ລັດຖະ
ບານ. ຈີນ ​ໄດ້​ຕອບ​ໂຕ້ດ້ວຍການປາບປາມຕ້ານພວກກໍ່ການຮ້າຍທີ່ໜັກມືຕື່ມຂຶ້ນ ໂດຍ
ຍັງຜົນໃຫ້ມີການປະຫານຊີວິດ​ຫລາຍ​ສິບ​ຄົນ ​ແລະ​ຖືກ​ຈັບ​ອີກຫລາຍ​ຮ້ອຍ​ຄົນ.

ບັນດາ​ນັກ​ເຄຶ່ອນ​ໄຫວຊາວ Uighur ທີ່ລີ້​ໄພຢູ່ໃນຕ່າງປະເທດຫລາຍ​ຄົນ ກ່າວ​ວ່າ ຄວາມ
ຮຸນແຮງແມ່ນເປັນປະຕິກິລິຍາ ​ຈາກນະ​ໂຍບາຍ​ກົດຂີ່​ຂອງ​ຈີນ​ ໃນ​ ເຂດ Xinjiang ບ່ອນ​ທີ່​
ຊາວ Uighurs ​ໄດ້​ພາກັນ​ດຳລົງຊີວິດ​ມາ​ເປັນ​ເວລາ​ຫລາຍ​ຮ້ອຍ​ປີແລ້ວ ​ແຕ່​ວ່າ​ກຳລັງ
ຄ່ອຍໆໄດ້ຮັບການທົດ​ແທນໂດຍພວກຊາວ Han ທີ່​ເປັນ​ຊົນກຸ່ມໃຫຍ່ຂອງຈີນນັ້ນ.

XS
SM
MD
LG